ຄະນະນໍາ (LASES), (VASS), (RAC) ແລະ (KEI) ປຶກສາຫາລືຄັດເລືອກຫົວຂໍ້ ກອງປະຊຸມສໍາມະນາວິທະຍາສາດ ປະຈໍາປີ 2025

     ກອງປະຊຸມ 3 ສະຖາບັນ (LASES), (VASS) ແລະ (RAC) ໄດ້ໄຂຂຶ້ນໃນລະຫວ່າງວັນທີ 25-26 ກັນຍາ 2024, ທີ່ ນະຄອນຫຼວງວຽງຈັນ ສປປ ລາວ; ມີການນໍາຂອງ 3 ສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ; ຝ່າຍ ສ ປປ ລາວ ນໍາໂດຍ: ທ່ານ ປອ. ກອງແກ້ວ ໄຊສົງຄາມ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ພ້ອມດ້ວຍຄະນະ, ມີທ່ານ ຮສ. ປອ. ຕ້າ ມິ່ງ ຕວັນ ຮອງປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ພ້ອມດ້ວຍຄະນະ ແລະ ທ່ານ ບັນດິດ ໂສກໂຕ້ຍ ປະທານຣາຊະບັນດິດສະພາແຫ່ງຣາຊະອານາຈັກກຳປູເຈຍ (RAC) ພ້ອມດ້ວຍຄະນະ; ໃນກອງປະຊຸມມີການຕີລາຄາໝາກຜົນ ຂອງກອງປະຊຸມຄັ້ງທີ່ຜ່ານມາ ໂດຍເຫັນວ່າ 3 ສະຖາບັນ ມີການພົວພັນ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງຮອບດ້ານ ໂດຍສະເພາະແມ່ນການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການຈັດກອງປະຊຸມສໍາມະນາ ຫຼາຍຄັ້ງແມ່ນລ້ວນແຕ່ມີຜົນສໍາເລັດ ແລະ ເປັນປະໂຫຍດ ຢ່າງມະຫາສານ, ສາມາດສະໜອງຂໍ້ມູນວິທະຍາສາດ ໃຫ້ແກ່ລັດຖະບານທັງ 3 ປະເທດ ໃນການວາງແນວທາງຍຸດທະສາດ, ແຜນນະໂຍບາຍໃຫ້ແກ່ການພັດທະນາຮ່ວມກັນຂອງ 3 ຊາດ ສ ປປລາວ-ຫວຽດນາມ ແລະ ກໍາປູເຈຍ.

     ເພື່ອສືບຕໍ່ເພີ່ມພູນຄູນສ້າງ ມູນເຊື້ອຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງທັງ 3 ປະເທດເວົ້າລວມ, ເວົ້າສະເພາະແມ່ນ 3 ສະຖາບັນ, ໃຫ້ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນປົກກະຕິ, ຕໍ່ເນື່ອງ, ຄະນະນໍາຂອງ 3 ສະຖາບັນ ຈຶ່ງໄດ້ມີການປຶກສາຫາລື ແລະ ມີຄວາມເປັນເອກະພາບ ຈັດກອງປະຊຸມສໍາມະນາວິທະຍາສາດ 3 ສະຖາບັນ ໃນປີ 2025 ພາຍໃຕ້ຫົວຂໍ້: ຄວາມກົມກຽວທາງດ້ານເສດຖະກິດ ແລະ ວັດທະນະທໍາ ຂອງ 3 ປະເທດ; ລາວ-ຫວຽດນາມ-ກໍາປູເຈຍ ສ່ວນກອງປະຊຸມ 4 ຝ່າຍ ທີ່ມີ ທ່ານ ຈາງ ຮຸນ ລີ ປະທານສະຖາບັນສິ່ງແວດລ້ອມ ສ. ເກົາຫຼີ (KEI) ເຂົ້າຮ່ວມ ແມ່ນເອກະພາບພາຍໃຕ້ຫົວຂໍ້: ການປ່ຽນຜັນໄປສູ່ເຕີບໂຕສີຂຽວ ຢູ່ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ໂດຍນໍາໃຊ້ບົດຮຽນຂອງ ສ. ເກົາຫຼີ. ເຊິ່ງທັງສອງກອງປະຊຸມຄັ້ງຕໍ່ໄປຈະໄດ້ຈັດຂຶ້ນພາຍໃນເດືອນ ກັນຍາ ປີ 2025 ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ.

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ