“ການຮ່ວມມືພາກພື້ນເພື່ອໂຕ້ຕອບການປ່ຽນແປງ ຂອງສະພາບດິນຟ້າອາກາດຢູ່ ສປປ ລາວ, ສສ. ຫວຽດນາມ, ຣາຊາອານາຈັກ ກຳປູເຈຍ ແລະ ສ. ເກົາຫຼີ”

     ວັນທີ 26 ກັນຍາ, 2024 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. 4 ສະຖາບັນໄດ້ໄຂກອງປະຊຸມສໍາມະນາວິທະຍາສາດສາກົນຂຶ້ນ, ພາຍໃຕ້ຫົວຂໍ້: “ການຮ່ວມມືພາກພື້ນເພື່ອໂຕ້ຕອບການປ່ຽນແປງ ຂອງສະພາບດິນຟ້າອາກາດຢູ່ ສປປ ລາວ, ສສ. ຫວຽດນາມ, ກຳປູເຈຍ ແລະ ສ. ເກົາຫຼີ”; ເຊິ່ງເປັນກຽດເຂົ້າຮ່ວມກອງປະຊຸມນໍາໂດຍທ່ານ  ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖາບັນສິ່ງແວດລ້ອມ ສ ເກົາຫຼີ (KEI) ນໍາໂດຍ ທ່ານ ຈາງ ຮຸນ ລີ ປະທານ ສະຖາບັນສິ່ງແວດລ້ອມ ສ. ເກົາຫຼີ (KEI); ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ນໍາໂດຍທ່ານ ຮສ. ປອ. ຕ້າ ມິ່ງ ຕວັນ ຮອງປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS); ຣາຊະບັນດິດສະພາແຫ່ງຣາຊະອານາຈັກກຳປູເຈຍ ນໍາໂດຍ ທ່ານ ບັນດິດ ໂສກໂຕ້ຍ ປະທານຣາຊະບັນດິດສະພາແຫ່ງຣາຊະອານາຈັກກຳປູເຈຍ (RAC), ມີຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ຂະແໜງການຕ່າງໆ ບັນດານັກວິທະຍາສາດຂອງຂອງ 4 ສະຖາບັນ, ຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງໜາແໜ້ນ;

     ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງເວທີສົນທະນາແລກປ່ຽນບົດຮຽນກ່ຽວກັບແຜນຍຸດທະສາດແຫ່ງຊາດ, ລົງເລິກສົນທະນາເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບຜົນກະທົບທາງດ້ານເສດຖະກິດ-ສັງຄົມ ແລະ ພ້ອມກັນຄົ້ນຄວ້າແນວທາງແກ້ໄຂໃນແຕ່ລະຂະແໜງການ ແລະ ການຮ່ວມມືສາກົນ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ; ແລະ ເພື່ອເປັນການຊຸກຍູ້ຄວາມຮັບຜິດຊອບ ໃນຄວາມພະຍາຍາມຮ່ວມ​ມືກັນ​ຈາກ​ທຸກ​ປະ​ເທດ​ທີ່​ເຂົ້າ​ຮ່ວມ; ພ້ອມນັ້ນ, ຍັງໄດ້ເກັບກໍາບັນດາຄຳຄິດຄໍາເຫັນຈາກ​​ນັກຊ່ຽວຊານ ​ແລະ ປະສົບ​ການຂອງ ສ.​ເກົາຫຼີ, ຫວຽດນາມ, ກຳປູ​ເຈຍ ​ແລະ ລາວ ມາເປັນ​ແນວທາງ​ໃນ​ການ​ສ້າງ​ແຜນຍຸດ​ທະ​ສາດ​ທີ່​ມີ​ປະສິດທິ​ພາບ ​ເພື່ອ​ຫຼຸດຜ່ອນ ​ແລະ ສາມາດປັບ​ຕົວ​ເຂົ້າ​ກັບສະພາບແວດລ້ອມຈາກ​ຜົນ​ກະທົບ​ຂອງການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ທີ່ສາມາດຮັບປະກັນ​ຄວາມຍືນຍົງ ແລະ ຢືດຢຸ່ນ ຂອງສັງຄົມໃນອະນາຄົດ.

     ທ່ານ ປອ. ກອງແກ້ວ ໄຊສົງຄາມ, ຄະນະປະທານກອງປະຊຸມ ໄດ້ສະເໜີວ່າ: ກອງປະຊຸມໃນຄັ້ງນີ້ເປັນກອງປະຊຸມ ທີ່ 4 ສະຖາບັນ ໄດ້ພ້ອມກັນຈັດຕັ້ງຂຶ້ນເພື່ອເປັນເວທີສົນທະນາ, ປືກສາຫາລື, ແລກປ່ຽນບົດຮຽນ ແລະ ຄໍາຄິດຄຳເຫັນທາງດ້ານວິທະຍາສາດຮ່ວມກັນ; ໃນກອງປະຊຸມສຳມະນາວິທະຍາສາດປະຈຳປີ 2023 ຜ່ານມາ ທີ່ໄດ້ຈັດຂຶ້ນ ຢູ່ທີ່ນະຄອນໂຮຈີມິນ ຂອງ ສສ. ຫວຽດນາມ, ເຊິ່ງທັງ 4 ສະຖາບັນກໍ່ໄດ້ມີການສົນທະນາ, ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນ ສືບຕໍ່ຈັດກອງປະຊຸມ 4 ສະຖາບັນ ປະຈໍາປີ 2024 ໂດຍມອບໃຫ້ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນເຈົ້າພາບ ພາຍໃຕ້ ຫົວຂໍ້ຫຼັກ: “ການຮ່ວມມືພາກພື້ນເພື່ອຕອບໂຕ້ການປ່ຽນແປງ ຂອງສະພາບດິນຟ້າອາກາດ” ແລະ ເຫັນວ່າ ຫົວຂໍ້ດັ່ງກ່າວ ເປັນຫົວຂໍ້ທີ່ມີສໍາຄັນຫຼາຍ, ເປັນບັນຫາທີ່ໂລກຂອງພວກເຮົາພວມປະເຊີນໜ້າໃນປັດຈຸບັນ.

     ການປ່ຽນແປງຂອງ ສະພາບດິນຟ້າອາກາດ ເປັນບັນຫາ ເຄັ່ງຮ້ອນ, ຮີບດ່ວນ ແລະ ຕ້ອງການມີສ່ວນຮ່ວມຂອງທຸກປະເທດ ແລະ ທຸກພາກສ່ວນຂອງສັງຄົມ ເພື່ອຊ່ວຍກັນຫຼຸດຜ່ອນການປ່ຽນແປງ ສະພາບໂລກຮ້ອນ ແລະ ຮັບມືກັບໄພທຳມະຊາດ ທີ່ອາດຈະເກີດຂຶ້ນ ຈາກການປ່ຽນແປງຂອງດິນຟ້າອາກາດ; ເຊິ່ງໄລຍະ 2-3 ອາທິດຜ່ານມາ ຢູ່ຫຼາຍພື້ນທີ່ ຂອງ ສປປ ລາວ ແລະ ສສ ຫວຽດນາມ ກໍ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກພາຍຸ ຢາກິ ເຊິ່ງເຮັດໃຫ້ຝົນຕົກໜັກຕໍ່ເນື່ອງ ພາໃຫ້ເກີດໄພນໍ້າຖ້ວມ, ດິນເຊາະເຈື່ອນ, ນໍ້າປ່າໄຫຼຊຸແຮງ ອັນໄດ້ສົ່ງຜົນໃຫ້ເກີດຄວາມເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ, ພື້ນຖານໂຄງລ່າງ ເສດຖະກິດ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນຢ່າງມະຫາສານ; ການປ່ຽນແປງຂອງ ສະພາບດິນຟ້າອາກາດ, ໂດຍສະເພາະແມ່ນການເພີ່ມຂຶ້ນຂອງອຸນະພູມ(ໂລກຮ້ອນ), ການປ່ຽນແປງປະລິມານນໍ້າຝົນ, ການປ່ຽນແປງລະດູການ, ການເພີ່ມຂຶ້ນຂອງຄວາມຜັນຜວນຂອງອາກາດ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ, ພື້ນຖານໂຄງລ່າງ, ສຸຂະພາບ ແລະ ການດຳລົງຊີວິດ ຂອງປະຊາຊົນເປັນວົງກວ້າງໃນຂອບເຂດທົ່ວໂລກ.

     ເຊິ່ງກອງປະຊຸມໄດ້ແບ່ງອອກເປັນ 3 ວາລະດັ່ງຄື: ວາລະທີ 1: ທ່າອ່ຽງສະພາບການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ; ວາລະທີ 2: ການຮັບມືຕໍ່ກັບການປ່ຽນແປງດິນຟ້າອາກາດ – ຍຸດທະສາດແຫ່ງຊາດ, ແຜນການ, ນະໂຍບາຍ ແລະ ການຈັດຕັ້ງປະຕິບັດ; ວາລະທີ 3: ກໍລະນີສຶກສາ ກ່ຽວກັບ ວິທີການແກ້ໄຂຢູ່ຂະແໜງການ ຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ການຮ່ວມມືສາກົນ; ລວມມີ 12 ບົດ ທີ່ຂຶ້ນນໍາສະເໜີ.

     ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ທີ່ມີບັນຍາກາດອັນຟື້ນ ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ ແລະ ເປັນປະໂຫຍດ, ບັນດານັກຄົ້ນຄວ້າຕ່າງກໍ່ໃຫ້ຄວາມສົນໃຈ ພ້ອມກັນມີຄໍາຄິດຄໍາເຫັນສົນທະນາແລກປ່ຽນຢ່າງກົງໄປກົງມາ ໂດຍສະເພາະບັນຫາທ່າອ່ຽງຄວາມປ່ຽນແປງ ແລະ ຜົນກະທົບຂອງສະພາບດິນຟ້າອາກາດ ຂອງແຕ່ລະປະເທດ ຊ່ວຍກັນຊອກຫາວິທີແກ້ໄຂຮ່ວມກັນໃນຕໍ່ໜ້າ ເປັນຕົ້ນທາງດ້ານການວາງນະໂຍບາຍ, ຍຸດທະສາດ, ແຜນປະຕິບັດການ, ກົນໄກປະສານງານໃນການບັນເທົາ ແລະ ການປັບຕົວເຂົ້າກັບ ສະພາບການປ່ຽນແປງດິນຟ້າອາກາດຕາມສະພາບຈຸດພິເສດຂອງແຕ່ລະປະເທດ.

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມຸນີນ ພົນສັກດາ