ກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງທີ XI ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມື ລາວ, ຫວຽດນາມ ແລະ ກຳປູເຈຍ ພາຍໃຕ້ສະພາບການໃໝ່ຂອງໂລກ

     ວັນທີ 25 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປັນເຈົ້າພາບໃນການຈັດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງທີ XI ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມືລາວ, ຫວຽດນາມ ແລະ ກຳປູເຈຍ ພາຍໃຕ້ສະພາບການໃໝ່ຂອງໂລກ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ບັນດິດ ໂສກໂຕ້ຍ ປະທານຣາຊະບັນດິດສະພາແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ຮສ. ປອ. ຕ້າ ມິ່ງ ຕວັນ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ. ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດ ຈາກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS), ຣາຊາບັນດິດສະພາ ແຫ່ງຣາຊາອານາຈັກກໍາປູເຈຍ (RAC), ນອກຈາກນີ້ ຍັງມີມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ ແລະ ສະຖາບັນຄົ້ນຄວ້າຕ່າງໆຂອງ ສປປ ລາວ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

     ໃນວາລະເປີດກອງປະຊຸມ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວວ່າ: ເຖິງແມ່ນວ່າ ສະພາບການຂອງໂລກ ກຳລັງຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະແມ່ນບັນຫາຂໍ້ຂັດແຍ້ງ ຂອງບັນດາປະເທດມະຫາອຳນາດຂອງໂລກ, ການກີດກັ້ນທາງດ້ານເສດຖະກິດ-ການຄ້າ, ການແຂ່ງຂັນທາງດ້ານເຕັກໂນໂລຊີ-ຂໍ້ມູນຂ່າວສານຢ່າງຮຸນແຮງ, ບັນຫາທາງດ້ານການເມືອງ-ສັງຄົມ, ການຊ່ວງເສັງກັນທາງດ້ານອາວຸດ ແລະ ການປະທະກັນທາງດ້ານກຳລັງປະກອບອາວຸດ ໄດ້ເກີດຂື້ນໃນຫລາຍໆຈຸດຂອງໂລກ; ບັນຫາສົງຄາມ ແລະ ສັນຕິພາບ; ຂໍ້ຂັດແຍ່ງທາງຊາຍແດນ ແລະ ອື່ນໆ ອັນໄດ້ພາໃຫ້ເກີດຄວາມເຄັ່ງຕືງ ແລະ ມີຄວາມສ່ຽງສູງ ທີ່ຈະເກີດມີການປະທະກັນຢ່າງຮ້າຍແຮງ ເຊິ່ງມັນຈະສົ່ງຜົນກະທົບໃສ່ການພັດທະນາເສດຖະກິດ-ສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງ ຂອງທັງ 3 ປະເທດ ຢ່າງຫຼີກລ້ຽງໄດ້ຍາກ; ແຕ່ 3 ປະເທດຂອງພວກເຮົາ ຍັງສືບຕໍ່ຮັກສາໄດ້ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ມີການພົວພັນຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ພັກ-ລັດຖະບານ ແລະ ປະຊາຊົນ 3 ຊາດ ມີສາຍພົວພັນອັນສະໜິດແໜ້ນ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິ ອັນໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນ 3 ຊາດ: ລາວ, ຫວຽດນາມ ແລະ ກຳປູເຈຍຢ່າງມະຫາສານ, ສຳລັບ 3 ສະຖາບັນຂອງພວກເຮົາ ໄດ້ມີການພົວພັນ, ຮ່ວມມື, ຊ່ວຍເຫຼືອກັນ ໃນການຄົ້ນຄ້ວາວິທະຍາສາດ ແລະ ຈັດກອງປະຊຸມສຳມະນາຮ່ວມກັນຫຼາຍຄັ້ງ ທັງໃນລະດັບພະຫຸພາຄີ ແລະ ທະວີພາຄີ ແລະ ໃນຕໍ່ໜ້າ ແມ່ນມີຄວາມຈຳເປັນ ແລະ ຮຽກຮ້ອງໃຫ້ 3 ສະຖາບັນ ຕ້ອງໄດ້ເພີ່ມທະວີການຮ່ວມມື, ປຶກສາຫາລື, ແລກປ່ຽນຂໍ້ມູນ, ຄໍາຄິດເຫັນນຳກັນ ເພື່ອກຽມພ້ອມຮັບມື ແລະ ປ້ອງກັນບັນຫາຕ່າງໆທີ່ອາດຈະເກີດຂຶ້ນ ຈາກການປ່ຽນແປງຂອງສະພາບການໂລກ ແລະ ພາກພື້ນ. ທ່ານປະທານກອງປະຊຸມ ຍັງໄດ້ກ່າວຕື່ມວ່າ ຜົນຂອງກອງປະຊຸມ ສຳມະນາວິທະຍາສາດສາກົນຄັ້ງນີ້ ຈະສາມາດສະໜອງເປັນຂໍ້ມູນ, ຂໍ້ສະເໜີແນະທີ່ສຳຄັນ, ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງຕໍ່ແຜນຍຸດທະສາດ, ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນການຮ່ວມມື ຂອງລັດຖະບານ 3 ປະເທດໃນຕໍ່ໜ້າ.

     ສຳລັບ ສປປ ລາວ ກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງນີ້ ໄດ້ໄຂຂື້ນໃນໄລຍະ ທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມອາຊຽນ, ກອງປະຊຸມປິ່ນອ້ອມສຳຄັນອື່ນໆ ໃນລະດັບພາກພື້ນ ແລະ ຢູ່ໃນໄລຍະສະຫຼຸບ, ສັງລວມ ແລະ ຕີລາຄາຜົນສຳເລັດທ້າຍສະໄໝຂອງການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ກໍ່ຄື ການກະກຽມ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ເພາະສະນັ້ນ, ຜົນຂອງກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງນີ້ ຈິ່ງມີຄວາມໝາຍຄວາມສຳຄັນເປັນພິເສດ ຕໍ່ການກຳນົດແນວທາງນະໂຍບາຍຂອງພັກ ແລະ ທິດທາງການການພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ກໍ່ຄື ສປປ ລາວ ໃນຕໍ່ໜ້າ.

     ກອງປະຊຸມໄດ້ຮັບຟັງການສະເໜີບົດສຳມະນາວິທະຍາສາດ ຈາກນັກວິທະຍາສາດ ທັງ 3 ສະຖາບັນ ໃນ 3 ວາລະ ຄື: ວາລະທີ 1: ທ່າອ່ຽງການປ່ຽນແປງຂອງສະພາບການຂອງໂລກໃນຕໍ່ໜ້າ, ວາລະທີ 2: ໂອກາດ ແລະ ສິ່ງທ້າທາຍຂອງ 3 ປະເທດໃນສະພາບການໃໝ່ຂອງໂລກ ແລະ ວາລະທີ 3: ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດລາວ, ຫວຽດນາມ ແລະ ກຳປູເຈຍໃນສະພາບການໃຫມ່ຂອງໂລກ.

     ກອງປະຊຸມດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ສ້າງສັນ ແລະ ມີເນື້ອໃນທີ່ເປັນປະໂຫຍດ, ມີຄວາມເປັນລະບຽບຮຽບຮ້ອຍ; ນັກສໍາມະນາກອນຕ່າງກໍ່ມີຄວາມສົນໃຈ, ເອົາໃຈໃສ່ຕິດຕາມ, ຮັບຟັງການນໍາສະເໜີບົດຂອງວິທະຍາກອນ-ນັກຄົ້ນຄວ້າ, ມີການປຶກສາຫາລື ພ້ອມທັງປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະກັນ ຢ່າງກົງໄປກົງມາ ມີຈຸດສຸມ ບົນພື້ນຖານຄວາມຮັບຜິດຊອບສູງ.

   ກອງປະຊຸມ ໄດ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໄດ້ປິດລົງ ໃນເວລາ 17:00 ໂມງ ຂອງວັນດຽວກັນ.

ຂ່າວ: ດວງໃຈ ໂລວັນ, ຖ່າຍພາບ: ວິໃຈ ເດດວົງສອນ