ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ໂອກາດ ແລະ ສິ່ງທ້າທາຍຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ”

      ຕອນເຊົ້າຂອງວັນທີ 31 ກໍລະກົດ 2024 ທີ່ໂຮງແຮມລາວພຣາຊ່າ ໄດ້ມີກອງປະຊຸມສຳມະນາວິຊາການຮ່ວມລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ສະຖາບັນການພັດທະນາເສດຖະ ກິດ-ການຄ້າສາກົນ (IDE-JETRO) ແລະ ສະຖາບັນຄົ້ນຄວ້າເສດຖະກິດສໍາລັບອາຊຽນ ແລະ ອາຊີຕາເວັນອອກສ່ຽງ ໃຕ້ (ERIA) ພາຍໃຕ້ຫົວຂໍ້: “ກາລະໂອກາດ ແລະ ສິ່ງທ້າທາຍຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ” ໂດຍການເປັນປະທານຮ່ວມຂອງທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ລີເບີ ລີບົວປາວ, ປະທານກໍາມະທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດລາວ, ແລະ ສາດສະດາຈານ ຄີມມູລະ ຟູກຸນາຣິ, ປະທານສະຖາບັນການພັດທະ ນາເສດຖະກິດ-ການຄ້າສາກົນ (IDE-JETRO); ມີບັນດາທ່ານຜູ້ຕາງໜ້າຈາກກະຊວງ, ອົງການ, ສະຖາບັນ, ສະຖານທູດ ແລະ ພາກສ່ວນນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ຄະນະຊ່ຽນຊານຈາກ IDE-JETRO ແລະ ERIA ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍ ໃນການກະກຽມຄວາມພ້ອມຫຼຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາ (LDC) ໂດຍຜ່ານການສຶກສາຄົ້ນຄວ້າ  ແລະ ການສົນທະນາປຶກສາຫາລືຂອງຫຼາຍພາກສ່ວນທັງພາກລັດ, ເອກະຊົນ, ນັກວິຊາການ ແລະ ຜູ້ວາງນະໂຍບາຍ.

      ໃນໂອກາດນີ້ ທ່ານ ປອ. ກິແກ້ວ ຈັນທະບູຣີ  ໄດ້ມີຄຳເຫັນບາງຕອນວ່າ: ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ມີທັງກາລະໂອກາດ ແລະ ສິ່ງທ້າທາຍ ເພາະຈະຊ່ວຍເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ. ໃນດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ກໍ່ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ, ສ້າງໂອກາດໃຫ້ສາມາດເຂົ້າເຖິງແຫຼ່ງທຶນໃໝ່ໆໄດ້. ແຕ່ໃນທາງກົງ ກັນຂ້າມ, ພາຍຫຼັງຫຼຸດພົ້ນ ສປປ ລາວ ກໍ່ອາດປະເຊີນກັບຄວາມສ່ຽງຢ່າງຫຼີກລ່ຽງບໍ່ໄດ້ ເປັນຕົ້ນແມ່ນການສູນເສຍບາງສິດທິພິເສດດ້ານການຄ້າ ສໍາລັບປະເທດດ້ອຍພັດທະນາ, ການເຂົ້າເຖິງທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມດອກເບ້ຍຕໍ່າ, ການຊ່ວຍເຫຼືອທາງການເພື່ອການພັດທະນາທີ່ຫຼຸດລົງ ແລະ ການສະໜັບສະໜູນ ສຳລັບເຂົ້າຮ່ວມກອງປະຊຸມສາກົນ ລວມທັງອັດຕາເພດານການຈ່າຍເງິນພັນທະປະກອບສ່ວນໃຫ້ແກ່ອົງການຈັດຕັ້ງສາກົນຕ່າງໆ ທີ່ລາວເປັນສະມາຊິກ/ພາຄີ ຈະມີອັດຕາທີ່ເພີ່ມສູງຂຶ້ນ.

      ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບ ຜົນສຳເລັດໃນການການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ, ຜົນການຄົ້ນຄວ້າຈາກນັກວິຊາ ການ ພ້ອມທັງມີການສົນທະນາແລກປ່ຽນບົດຮຽນທາງດ້ານວິຊາການຢ່າງກົງໄປກົງມາ ໂດຍສະເພາະກ່ຽວກັບການພັດທະນາ ແລະ ການສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກໍາສົ່ງອອກຂອງ ສປປ ລາວ ເພື່ອໃຫ້ສາມາດຍາດແຍ່ງກາ ລະໂອກາດ ແລະ ຫຼຸດຜ່ອນສິ່ງທ້າທາຍຈາກການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອີກບໍ່ດົນທໍ່ໃດປີ. 

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ