ກອງປະຊຸມລະດົມຄວາມຄິດເຫັນຮ່ວມກັບພາກທຸລະກິດ ກ່ຽວກັບບັນຫາລາຄາສິນຄ້າ ແລະ ອັດຕາແລກປ່ຽນ

       ຕອນເຊົ້າວັນທີ 2 ສິງຫາ 2024 ນີ້  ຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ້ມຂຶ້ນສູງ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນຈາກພາກທຸລະກິດກ່ຽວກັບ ບັນຫາລາຄາ ສິນຄ້າ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດ ທີ່ເພີ່ມສູງຂຶ້ນ ຢູ່ຫ້ອງປະຊຸມຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທັງເປັນຫົວຫນ້າຄະນະສະເພາະກິດດັ່ງກ່າວ; ມີບັນດາທ່ານໃນຄະນະສະເພາະກິດ ແລະ ການນໍາຂອງສະຖາບັນຄົ້ນຄວ້າ, ຂະແຫນງການ, ຜູ້ຕາງໜ້າຂອງສະມາຄົມທຸລະກິດ, ນັກທຸລະກິດ  ແລະ ແຂກຮັບເຊີນເຂົ້າຮ່ວມ.   

      ກອງປະຊຸມ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກ່າວວ່າ:  ສປປ ລາວ ຂອງພວກເຮົາກໍາລັງປະເຊີນກັບບັນຫາ ຂາດສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ໂດຍສະເພາະການເພີ່ມຂຶ້ນຂອງລາຄາສິນຄ້າ ຫຼື ອັດຕາແລກປ່ຽນເງິນຕາບໍ່ຄົງທີ (ເງິນເຟີ້)ສະພາບເງິນກີບ ຍັງສືບຕໍ່ອ່ອນຄ່າ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕໍ່າຫຼວດ ແລະ ປະຊາຊົນລາວບັນດາເຜົ່າ, ລວມທັງ ພາກທຸລະກິດ ແລະ ພາກລັດ ຢ່າງ ຫລີກລ້ຽງບໍ່ໄດ້. ສະພາບບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຢູ່ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນັບແຕ່ຕົ້ນ ປີ 2022 ຈົນມາຮອດປັດຈຸບັນ ກໍ່ຍັງເຫັນວ່າ ບໍ່ທັນມີຖ່ວງທ່າ ທີ່ຈະສະຫງົບ ແລະ ຫຼຸດລົງ, ເຖິງແມ່ນວ່າ ໃນໄລຍະຜ່ານມາ,ພັກ- ລັດຖະບານ ກໍ່ຄືພາກສ່ວນກ່ຽວຂ້ອງ ໄດ້ມີຄວາມພະຍາຍາມນໍາໃຊ້ຫຼາຍມາດຕະການແກ້ໄຂ ແຕ່ ຍັງບໍ່ສາມາດແກ້ໄຂໄດ້ ຢ່າງຂາດຕົວ. ສືບເນື່ອງມາຈາກຫຼາຍປັດໄຈ ທີ່ເປັນສິ່ງທ້າທາຍ ແລະ ຂໍ້ຈໍາກັດ ທີ່ຕິດພັນກັບບັນຫາໂຄງສ້າງພື້ນຖານ ຂອງເສດຖະກິດລາວ ເຊັ່ນ: ການຜະລິດ ພາຍໃນ ຍັງບໍ່ເຂັ້ມແຂງ ແລະ ບໍ່ຫຼາກຫຼາຍເທົ່າທີ່ຄວນ ຍັງອາໄສແຕ່ການນໍາເຂົ້າສິນຄ້າເປັນສ່ວນໃຫຍ່, ເຮັດໃຫ້ ລາວ ເຮົາຂາດດຸນການຄ້າຢ່າງຕໍ່ເນື່ອງ ສົ່ງຜົນກະທົບໂດຍກົງ ຕໍ່ຄັງສໍາຮອງເງິນຕາຕ່າງປະເທດ ຢູ່ໃນລະດັບບໍ່ພຽງພໍ ກັບຄວາມຕ້ອງການຊໍາລະຕ່າງປະເທດ. ອີກຢ່າງ, ການນໍາໃຊ້ເຄື່ອງມືທາງນະໂຍບາຍການເງິນ ແລະ ເງິນຕາ ໃນການດັດສົມບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ ຍັງມີຂໍ້ຈໍາກັດຫຼາຍ. ພວກເຮົາຕົກຢູ່ໃນສະພາບຂາດດູນທາງດ້ານງົບປະມານ ຕໍ່ເນື່ອງ ເຮັດໃຫ້ເກີດມີໜີ້ສິນສະສົມ ນັບມື້ນັບເພີ່ມສູງຂຶ້ນ. ນອກນີ້, ລາວເຮົາ ກໍ່ເປັນປະເທດທີ່ນໍາໃຊ້ ຫຼາຍສະກຸນເງິນຕາ ເຂົ້າໃນການຊໍາລະສະສາງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ໂດລາ, ບາດ ແລະ ຢວນ ກວມຫຼາຍກວ່າ ເຄິ່ງຫນຶ່ງຂອງປະລິມານເງິນທັງຫມົດ ໃນລະບົບເສດຖະກິດ, ເຮັດໃຫ້ການນໍາໃຊ້ເຄື່ອງມືດ້ານນະໂຍບາຍເງິນຕາຂາດປະສິດທິຜົນ. ເພື່ອຊ່ວຍລົງເລີກຄົ້ນຄວ້າຢ່າງພາວະວິໄສ ແລະ ແທດເຫມາະກັບສະພາບຄວາມເປັນຈິງ, ກໍານົດມາດຕະການແກ້ໄຂບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ, ລັດຖະບານ ໄດ້ແຕ່ງຕັ້ງຄະນະສະເພາະກິດ 83/ນຍ ປະກອບມີຫຼາຍພາກສ່ວນ ໂດຍມີຄະນະຮັບຜິດຊອບ ທີ່ມາຈາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ທະນາຄານແຫ່ງ ສປປລາວ, ກະຊວງການເງິນ, ສະຖາບັນຄົ້ນຄວ້າຈາກຂະແຫນງການກ່ຽວຂ້ອງເຂົ້າ ຮ່ວມການຄົ້ນຄວ້າ ເພື່ອກໍານົດບັນດາມາດຕະການແກ້ໄຂ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

      ກອງປະຊຸມຄັ້ງນີ້, ບັນດາພາກທຸລະກິດ ໄດ້ລົງເລີກ ສະເຫນີບັນຫາ ແລະ ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ. ການປະຢັດເງິນຕາ ເພື່ອຫຼຸດຜ່ອນແຮງກົດດັນ ຕໍ່ຄ່າເງິນກີບ ແລະ ບັນຫາອື່ນໆ ປິ່ນອ້ອມບັນຫາລາຄາ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດ(ເງິນເຟີ້)ເພື່ອຈະໄດ້ສັງລວມເອົາບັນຫາທັງໝົດໃຫ້ແກ່ຄະນະສະເພາະກິດ ນໍາໄປລົງເລິກຄົ້ນຄວ້າຢ່າງຖີ່ຖ້ວນ ເພື່ອກໍານົດມາດຕະການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງ ຕາມສະພາບຕົວຈິງໃນຕໍ່ໜ້າ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ