ຄະນະພັກ-ຄະນະນຳ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ວາງພວງມາລາ ຕໍ່ການເສຍຊີວິດຂອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

     ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2024 ນີ້, ຢູ່ສະຖານທູດ ສສ. ຫວຽດນາມ ປະຈຳ ສປປ ລາວ ຄະນະພັກ-ຄະນະນຳ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ຫງວຽນ ຝູ່ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ

     ໃນພິທີ ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ຂຽນຄຳໄວ້ອາໄລ ໂດຍມີເນື້້ອໃນສັງລວມ ດັ່ງນີ້: ຄະນະພັກ-ຄະນະນຳ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະແດງຄວາມໂສກເສົ້າສະຫຼົດໃຈຕໍ່ການຈາກໄປ ໂດຍບໍໍ່ມີວັນກັບຄືນມາຂອງສະຫາຍ ຫງວຽນ ຝູ່ ຈ້ອງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ ເປັນຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນ, ເຊິ່ງຕະຫຼອດຊີວິດ ແຫ່ງການ ເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນ ແປງໃໝ່ຂອງພັກກອມມູນິດຫວຽດນາມ. ໂດຍສະເພາະແມ່ນວຽກງານປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສ ກໍ່ຄືວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ. ສະຫາຍໄດ້ກາຍເປັນວິລະບູລຸດຜູ້ທີ່ໂດດເດັ່ນໃນຍຸກໃໝ່, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນຫວຽດນາມ, ເປັນຜູ້ສືບທອດພາລະກິດຂອງ ປະ ທານ ໂຮ່ຈີມິນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫຼອດ.

     ພວກຂ້າພະເຈົ້າຮັບຮູ້ເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະຫາຍທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນ ດາເຜົ່າ ແລະ ຂໍຈົດຈໍາຄຸນງາມຄວາມດີຂອງສະຫາຍໄວ້ໃນດວງໃຈຕະຫຼອດໄປ. ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ຫງວຽນ ຝູ໋ ຈ້ອງ ແລະ ຂໍໃຫ້ດວງວິຍານຂອງເພີ່ນ ຈົ່ງໄປສູ່ສຸຄະຕິ ດ້ວຍເທີ້ນ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ