ສະຫະພັນແມ່ຍິງ ສວສສຊ ຈັດສໍາມະນາພາຍໃຕ້ຫົວຂໍ້: ”ສິ່ງກີດຂວາງທາງດ້ານຮີດຄອງປະເພນີ ຕໍ່ການພັດທະນາແມ່ຍິງລາວ”

     ຕອນບ່າຍວັນທີ 24 ມິຖຸນາ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະຫະພັນແມ່ຍິງ ສວສສຊ ໄດ້ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້:  ”ສິ່ງກີດຂວາງທາງດ້ານຮີດຄອງປະເພນີ ຕໍ່ການພັດທະນາແມ່ຍິງລາວ”  ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີສະຫາຍ ນາງ ລັດດາວັນ ຊົງວິໄລ ຮັກສາການປະທານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂຶ້ນເປັນປະທານຮ່ວມ; ມີບັນດາເລຂາ, ຮັກສາການເລຂາ ແລະ ຜູ້ຕາງໜ້າ ໜ່ວຍພັກຂອງຫ້ອງການ, ສະຖາບັນຄົ້ນຄວ້າ, ສູນ, ສະຫະພັນແມ່ຍິງຮາກຖານອ້ອມຂ້າງ, ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ນາງ ລັດດາວັນ ຊົງວິໄລ ໄດ້ກ່າວເປີດກອງປະຊຸມວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອສະ ເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024) ພາຍໃຕ້ຫົວຂໍ້:  ”ສິ່ງກີດຂວາງທາງດ້ານຮີດຄອງປະເພນີຕໍ່ການພັດທະນາແມ່ຍິງລາວ”  ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດ ກໍຄືສູນກາງສະຫະພັນແມ່ຍິງລາວ ໄດ້ມີຄວາມພະຍາຍາມຊຸກຍູ້ສົ່ງເສີມຄວາມອາດສາມາດ ແລະ ຍົກສູງບົດບາດຂອງແມ່ຍິງລາວ ໃຫ້ໄດ້ຮັບໂອກາດໃນການພັດທະນາ; ເຊັ່ນດຽວກັບເອື້ອຍນ້ອງແມ່ຍິງ ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດຂອງພວກເຮົາ, ຄະນະພັກ-ຄະນະນໍາ ກໍໄດ້ກໍານົດຍຸດທະສາດການພັດທະ ນາຊັບພະຍາກອນມະນຸດຂອງ ສວສສຊ ຮອດປີ 2025 ແລະ ວິໄສທັດຮອດປີ 2030; ໂດຍໄດ້ລະບຸໃວ້ໃນວຽກຈຸດສຸມທີ 2 ວ່າດ້ວຍການຊຸກຍູ້ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ; ພ້ອມທັງຖືໂອກາດນີ້ຊຸກຍູ້ສົ່ງເສີມໃຫ້ເອື້ອຍນ້ອງແມ່ຍິງພາຍໃນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີໂອກາດພັດທະນາຕົນເອງ ໂດຍການຂຶ້ນນໍາສະເໜີບົດໃນຫົວຂໍ້ກ່ຽວກັບຄວາມເຂົ້າໃຈຂອງບົດບາດຍິງ-ຊາຍ; ບົດບາດຂອງແມ່ຍິງໃນຄອບ ຄົວ ແລະ ສະພາບຄວາມເປັນຈິງຂອງແມ່ຍິງໃນທົ່ວໂລກປັດຈຸບັນ ແລະ ການຍົກຖານະບົດບາດຂອງແມ່ຍິງໃນການພັດທະນາ;

     ໃນກອງປະຊຸມ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຕໍ່ເອື້ອຍນ້ອງແມ່ຍິງວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ອົບອຸ່ນທີ່ໄດ້ຂຶ້ນເປັນປະທານກອງປະຊຸມໃນຄັ້ງນີ້, ຜ່ານການນໍາສະເໜີບົດ ເຫັນວ່າ ບັນດາເອື້ອຍນ້ອງແມ່ຍິງ ຕະຫຼອດເຖິງອ້າຍນ້ອງຊາຍທີ່ເຂົ້າຮ່ວມ ຕ່າງກໍພ້ອມພຽງກັນມີຄໍາເຫັນແລກປ່ຽນສົນທະນາຢ່າງເປັນຂະບວນຟົດຟື້ນ; ເອື້ອຍນ້ອງແມ່ຍິງມີຄວາມກ້າສະແດງອອກຫຼາຍຂຶ້ນ, ມີການພັດທະນາຫຼາຍດ້ານ, ກ້າສະແດງຄວາມຄິດເຫັນໃນທາງສ້າງສັນ ແລະ ບັນດາບົດທີ່ຂຶ້ນນໍາສະເໜີກໍ່ມີຄວາມສໍາຄັນ ຈົ່ງສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍ ເພື່ອໃຫ້ເກີດຜົນປະໂຫຍດອັນສູງສຸດ ແລະ ເນັ້ນໜັກຕໍ່ຜູ້ເຂົ້າຮ່ວມໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:

     ໜຶ່ງ, ໃຫ້ມີຄວາມສາມັກຄີປອງດອງຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ຍົກສູງກ່ຽວກັບບົດບາດຄວາມສໍາຄັນຂອງແມ່ຍິງ ແລະ ເພີ່ມທະວີຄວາມເປັນເຈົ້າການ ຄຽງບ່າຄຽງໄຫຼ່ກັບເພດຊາຍ, ສຸມໃສ່ວຽກງານຄົ້ນຄວ້າຂອງ ສວສສຊ ໃຫ້ມີຜົນສໍາເລັດເປັນກ້າວໆ.

     ສອງ, ເອື້ອຍນ້ອງແມ່ຍິງມີຄວາມຮອບຄອບ, ມີຄວາມລະອຽດອ່ອນ ແລະ ພິຖີພິຖັນ ໃຫ້ນໍາໃຊ້ທ່າແຮງຂອງຕົນ ຜັນຂະຫຍາຍເຂົ້າໃນວຽກງານຄົ້ນຄວ້າໃຫ້ລະອຽດເລິກເຊິ່ງຕື່ມອີກ.

     ສາມ, ໃຫ້ຖືສໍາຄັນຕໍ່ວຽກງານແມ່ຍິງ 3 ດີ ແລະ ໃຫ້ກະກຽມເຂົ້າສູ່ຂະບວນການລວມຂອງ ສວສສຊ ໃນການເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງສະຖາບັນວິທະຍາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ