ເຜີຍແຜ່ວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

     ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2024, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ບັນດາສະຖາບັນຄົ້ນຄວ້າພາຍໃນ ສວສສຊ; ໂດຍການເປັນປະທານຂອງ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ສະຖາບັນຄົ້ນຄວ້າ, ສູນ ພ້ອມດ້ວຍນັກຄົ້ນຄວ້າເຂົ້າຮ່ວມ ຈໍານວນ 46 ທ່ານ;

     ໃນພິທີ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ກ່າວຕໍ່ກອງປະຊຸມວ່າ: ວຽກງານການຄົ້ນຄ້ວາແມ່ນວຽກງານທີ່ສຳຄັນ ແລະ ການຊອກຫາແຫຼ່ງທຶນ ກໍເປັນອີກວຽກງານໜຶ່ງທີ່ມີຈຳເປັນໃນການຄົ້ນຄວ້າ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະແມ່ນບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ. ສະນັ້ນ, ກອງປະຊຸມໃນມື້ນີ້ ຈຶ່ງຖືເປັນໂອກາດດີໃຫ້ທາງທີມງານນັກຄົ້ນຄວ້າຂອງພວກເຮົາ ໄດ້ຮຽນຮູ້ການເຂົ້າເຖິງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຜ່ານການສະເໜີ ແລະ ແນະນຳຂອງວິທະຍາກອນທີ່ມາຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະຕໍ່ກັບຂະບວນການປະກອບເອກະສານໂຄງການ, ວິທີການຂຽນ, ຂັ້ນຕອນ ແລະ ເງື່ອນໄຂຕ່າງໆ ໃນການເຂົ້າເຖິງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງຍົກສູງຄວາມເອົາໃຈໃສ່ໃນການຕິດຕາມຮັບຟັງຄໍາແນະນຳດັ່ງກ່າວ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກອອກຜົນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

   ໃນວາລະກອງປະຊຸມ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຂຶ້ນນໍາສະເໜີ ຄວາມຮູ້ກ່ຽວກັບວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບັນດາຫົວຂໍ້ອື່ນໆຈາກທີມງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງກະຊວງສຶກສາທິການ ແລະ ກິລາ ເຊັ່ນ: ການກຳນົດຈຸດສຸມຫົວຂໍ້ຄົ້ນຄ້ວາວິທະຍາສາດ; ການກວດກາ-ຕິດຕາມປະເມີນຜົນ ແລະ ການຈັດການ ແລະ ຄຸ້ມຄອງຫົວຂໍ້ຄົ້ນຄ້ວາ ເຊິ່ງລ້ວນແລ້ວແຕ່ເປັນຫົວຂໍ້ທີ່ສໍາຄັນ ແລະ ເປັນປະໂຫຍດຕໍ່ບັນດານັກຄົ້ນຄວ້າ ເຮັດໃຫ້ບັນດາຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ມີການແລກປ່ຽນສົນທະນາປະກອບຄໍາຄິດເຫັນຢ່າງມີເນື້ອໃນ.

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມຸນິນ ພົນສັກດາ