ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຜັນຂະຫຍາຍເນື້ອໃນຈິດໃຈ ວຽກງານກວດກາທົ່ວປະເທດ ປະຈຳປີ 2023

     ໃນຕອນເຊົ້າ ວັນທີ 11 ກໍລະກົດ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດປະຈໍາປີ 2023 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄະນະພັກ-ຄະນະນໍາ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານຂັ້ນພະແນກເຂົ້າຮ່ວມ ຈໍານວນ 80 ທ່ານ, ຍິງ 32 ທ່ານ;

     ໃນໂອກາດດັ່ງກ່າວ ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ກ່າວຕໍ່ກອງປະຊຸມບາງຕອນວ່າ: ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດປີ 2023 ໃນຄັ້ງນີ້ຈະໄດ້ຮັບຟັງການສະຫຼຸບ ຕີລາຄາຄືນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສະຫຼຸບແຕ່ລະບັນຫາໃນການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາ ໃນ 1 ປີຜ່ານມາ ໂດຍຖືເອົາບັນດາຄາດໝາຍ ທີ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2022 ໄດ້ວາງອອກເປັນບ່ອນອີງຕົ້ນຕໍ ແລະ ເປົ້າໝາຍຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງ, ເຖິງຖອງ ສອດຄ່ອງກັບຄວາມເປັນຈິງ ກ່ຽວກັບວຽກງານກວດກາ; ມີຄວາມເອກະພາບສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ພ້ອມກັນຄົ້ນຄວ້າຊອກຫາສາເຫດ ແລະ ບົດຮຽນຕົວຈິງທີ່ຕ້ອງແກ້ໄຂ; ແນໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ປັບປຸງກົງຈັກ, ບໍາລຸງກໍ່ສ້າງພະນັກງານກວດກາຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ຊຶ່ງເປັນໄລຍະແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ສະນັ້ນ ໃຫ້ພ້ອມກັນຄົ້ນຄວ້າປະກອບຄວາມຄິດຄວາມເຫັນໃຫ້ເລິກເຊິ່ງ ແລະ ເອກະພາບຕໍ່ທິດທາງ, ຫນ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນປີ 2024; ພ້ອມກັນເປັນເຈົ້າການນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນມື້ນີ້ ໄປເຜີຍແຜ່ຕໍ່ພາກສ່ວນຂອງຕົນຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ພິເສດບັນດາສະຫາຍ ທີ່ຮັບຜິດຊອບວຽກງານກວດກາ ຕ້ອງຄົ້ນຄວ້າກຳແໜ້ນ ແລະ ຫັນເປັນແຜນເຄື່ອນໄຫວລະອຽດໃນແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາຈັດຕັ້ງປະຕິບັດ.

     ໃນວາລະກອງປະຊຸມ ສືບຕໍ່ໂດຍ ທ່ານ ເພັດໃສ ເພຍເທບ, ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສວສສຊ ຂຶ້ນຜ່ານບົດສະຫຼຸບ-ຕີລາຄາ ການເຄື່ອນໄຫວວຽກງານກວດກາທົ່ວປະເທດ ປີ 2023 ແລະ ທິດທາງແຜນການ ປີ 2024 ສະບັບເລກທີ 147/ຄກສພ, ລົງວັນທີ 14 ມີນາ 2024 ໂດຍເນື້ອໃນບາງຕອນໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານກວດກາ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ຕໍ່ບົດບາດຂອງວຽກງານກວດກາ. ຜ່ານການເຄື່ອນໄຫວກວດກາຕົວຈິງເຫັນໄດ້ວ່າ ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງຕໍ່ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສະແດງອອກມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບຂອງພັກ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີຕໍ່ວຽກງານກວດກາ; ພ້ອມດຽວກັນນັ້ນ ທ່ານ ຄຳສຸກ ອອຍຍະວົງ, ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ຄະນະກວດກາສູນກາງພັກ ໄດ້ຂຶ້ນເຜີຍແຜ່ເອກະສານຄຳແນະນຳ ຂອງຄະນະກວດກາສູນກາງພັກ ເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ກ່ຽວກັບການປັບປຸງການຈັດ ຕັ້ງຄະນະກວດກາພັກ ແລະ ອົງການກວດກາແຕ່ລະຂັ້ນ ແລະ ເອກະສານຄຳແນະນຳ ຂອງອົງການກວດກາແຫ່ງລັດ ເລກທີ 311/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ).

ຂຽນຂ່າວ ແລະ ຖ່າຍພາບ: ມຸນນິນ ພົນສັກດາ