ພິທີປະກາດເລື່ອນຕໍາແໜ່ງຂັ້ນກົມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

     ໃນຕອນເຊົ້າຂອງວັນທີ 08 ກໍລະກົດ 2024 ທີ່ ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີ ຄະນະພັກ-ຄະນະນໍາ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານເຂົ້າຮ່ວມ ຈໍານວນ 80 ທ່ານ, ຍີງ 34 ທ່ານ;

     ໃນພິທີ ທ່ານ ບຸນລັດ ແກ້ວອາສາ, ກໍາມະການພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ເຊິ່ງມີທັງໝົດຈໍານວນ 07 ທ່ານຄື: ແຕ່ງຕັ້ງ ທ່ານ. ອາກຸ້ຍ ລໍວັນໄຊ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າຫ້ອງການ ສວສສຊ; ທ່ານ ປອ. ວັນໄຊ ໄຊຍະວົງ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ; ທ່ານ ປອ. ນ. ເກດມະນີ ອິນທະວົງ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ; ທ່ານ ໄຊສົມພອນ ຫາວັນນະລາດ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ; ທ່ານ ແພງຢ່າງ ເກຍປາວ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ; ທ່ານ ນ. ພູຄຽງ ໄຊສິລິ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ທ່ານ ສຸກນິລັນ ແສງພະຈັນ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

     ໃນໂອກາດດັ່ງກ່າວ ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ໂອ້ລົມຕໍ່ພິທີບາງຕອນວ່າ: ການປັບປຸງກົງຈັກການຈັດຕັ້ງ, ການເລື່ອນຊັ້ນຕໍາແໜ່ງ ແມ່ນວຽກປົກກະຕິຂອງພັກ ແລະ ປະຕິບັດຕາມແຜນກໍານົດຕໍາແໜ່ງງານຂອງ ສວສສຊ ເຊິ່ງໄດ້ອີງໃສ່ການຄົ້ນຄວ້າພິຈາລະນາ, ການປະເມີນຜົນ ແລະ ການສະເໜີຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍ່ສ້າງຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນທຸກຂອດວຽກງານພະນັກງານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສືບຕໍ່ຈັດຕັ້ງດໍາເນີນພາລະກິດທີ່ສໍາຄັນຂອງພັກ-ຂອງລັດໄດ້ວາງອອກ, ສໍາລັບຜູ້ທີ່ໄດ້ຮັບການເລື່ອນຕໍາແໜ່ງໃນຄັ້ງນີ້ ຈົ່ງຕັ້ງໜ້າຍົກສູງຖານະບົດບາດຂອງ ສວສສຊ ໃຫ້ພົ້ນເດັ່ນ ໂດຍສະເພາະຄວາມຮູ້ຄວາມສາມາດ, ຄວາມສາມັກຄີ, ຄວາມເອກະພາບສູງພາຍໃນ ພ້ອມກັນບຸກບືນປັບປຸງຕົນເອງໃຫ້ກ້າວໄປສູ່ ຄຸນນະພາບ ແລະ ເສີມຂະຫຍາຍບົດບາດການນໍາພາຂອງພັກໃຫ້ນັບມື້ນັບສູງຂຶ້ນ; ໃນຕອນທ້າຍພິທີ ຕາງໜ້າໃຫ້ບັນດາຮອງຫົວໜ້າກົມໃໝ່ ໄດ້ປະຕິຍານ ແລະ ໃຫ້ຄໍາໝັ້ນສັນຍາວ່າ: ຈະຕັ້ງໜ້າພັດທະນາຕົນເອງ ແລະ ນໍາເອົາຄໍາໂອວາດ ຂອງປະທານກອງປະຊຸມ ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ