ປະທານ ສວສສຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ

1

      ໃນຕອນບ່າຍ ວັນທີ 25 ມິຖຸນາ 2024,  ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ສະຫາຍ ປອ. ຟ່ານຈີຫຽວ ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະຫວ່າງສອງຊາດ ລາວ-ຫວຽດນາມ 4 ສະຖາບັນຄື: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງການປົກຄອງແຫ່ງຊາດ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ  ເຊິ່ງຈະຈັດຂຶ້ນໃນວັນທີ 27 ມິຖຸນາ 2024 ທີ່ແຂວງຫຼວງພະບາງ.

2

      ໃນໂອກາດນີ້ ປະທານ ສວສສຊ ໄດ້ຕີລາສູງຕໍ່ການຮ່ວມມືລະຫວ່າງ ສວສສຊ ແລະ ສວສຊ ຫວຽດນາມ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດນັບແຕ່ປີ 2006 ຈົນມາເຖິງປັດຈຸບັນ ເຊີ່ງມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນໂຄງການກໍ່ສ້າງສູນຂໍ້ມູນຂ່າວສານ, ຫໍສະໝຸດ ແລະ ອາຄານເຮັດວຽກຂອງພະນັກງານວິຊາການ, ການຈັດຕັ້ງກອງປະຊຸມສໍາມະນາສາກົນຫຼາຍຝ່າຍປະຈໍາປີ, ໂຄງການຄົ້ນຄວ້າວິທະຍາສາດ ແລະ ຊ່ວຍເຫຼືອກໍ່ສ້າງນັກວິຊາການ-ນັກຄົ້ນຄວ້າໃຫ້ ສວສສຊ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ຈຳນວນ 15 ທ່ານ. ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊັ່ນ: ການຈັດຕັ້ງໂຄງການຄົ້ນຄວ້າວິທະຍາສາດຮ່ວມກັນ, ການຈັດກອງປະຊຸມສໍາມະນາປະຈໍາປີສອງຝ່າຍ ແລະ ຫຼາຍຝ່າຍ, ການພົບປະແລກປ່ຽນຄະນະວິຊາການ, ຄະນະຊາວໜຸ່ມເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ, ການແລກປ່ຽນຜະລິດຕະພັນການຄົ້ນຄວ້າ, ປຶ້ມ, ວາລະສານ; ການຈັດຕັ້ງຝຶກອົບຮົມວິທີວິທະຍາໃນການຄົ້ນຄວ້າ, ການຝຶກອົບຮົມພາສາຫວຽດນາມ ເພື່ອຮັບໃຊ້ການແປເອກະສານທາງການ ລວມທັງການຍົກລະດັບວິຊາສະເພາະໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ພະນັກງານຂອງ ສວສສຊ.

ໃນຕອນທ້າຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ອວຍພອນການຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ 4 ຝ່າຍ ຂອງ ຄະນະຜູ້ແທນຂັ້ນສູງ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມໃນຄັ້ງນີ້  ຈົ່ງໄດ້ຮັບຜົນສຳເລັດຢ່າງສະຫງ່າງາມປະກອບສ່ວນ​ເຂົ້າໃນການເພີ່ມທະວີການພົວພັນຮ່ວມມືທີ່ດີລະຫວ່າງ 2 ປະເທດພວກເຮົາໃຫ້ໄດ້ຮັບການຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ.

3
4

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ພວງເພັດ ຈັນທະລີວົງ