ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຄື່ອນໄຫວວຽກງານຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ

      ໃນວັນທີ 13 ມິຖຸນາ 2024, ທ່ານ ປອ ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍເສດຖະກິດ-ສັງຄົມ ແລະ ວິຊາການຈຳນວນໜຶ່ງຂອງ ສວສສຊ; ໄດ້ລົງເຄື່ອນໄຫວວຽກງານທີ່ເມືອງຄຳເກີດ, ແຂວງບໍລິຄຳໄຊ; ຈຸດປະສົງຂອງການໄປເຮັດວຽກໃນຄັ້ງນີ້ ແມ່ນເພື່ອເປັນການເກັບກຳຂໍ້ມູນ ແລະ ກໍ່ເພື່ອເຮັດໃຫ້ກຳໄດ້ສະພາບຄວາມເປັນຈິງຂອງການພັດທະນາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຢູ່ເມືອງຄຳເກີດ.

      ໃນໂອກາດນີ້; ທ່ານ ເພັດສະໄໝ ໄຊຍະທິຈັກ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງເມືອງຄຳເກີດ ໄດ້ຕາງໜ້າໃຫ້ເແກ່ຄະນະພັກ-ຄະນະນຳຂອງເມືອງ ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາຢູ່ເມືອງຄຳເກີດ ເຊິ່ງມີບາງດ້ານທີ່ພົ້ນເດັ່ນຄື: ເມືອງຄໍາເກີດຕັ້ງຢູ່ທິດຕາເວັນ ອອກສ່ຽງໃຕ້ຂອງແຂວງບໍລິຄໍາໄຊ, ຫ່າງຈາກເທດສະບານແຂວງປະມານ 185 ກິໂລແມັດ, ມີເນື້ອທີ່ຄຸ້ມຄອງທັງໝົດ 2.510 ກິໂລຕາແມັດ, ເປັນເຂດພູດອຍກວມ 2/3 ຂອງເນື້ອທີ່ທັງໝົດ, ມີຊາຍແດນຕິດກັບເມືອງພາຍໃນແຂວງມີເມືອງວຽງທອງ, ເມືອງໄຊຈໍາພອນ ແລະ ຕ່າງແຂວງຕິດກັບເມືອງຄູນຄໍາ, ເມືອງນາກາຍ ແຂວງຄໍາມ່ວນ ແລະ ຕ່າງປະເທດຕິດກັບເມືອງເຮືອງເຊີນ, ເມືອງວູ່ກວາງ ນະຄອນຮ່າຕີ່ງ ສສ. ຫວຽດນາມ, ປະກອບມີ 62 ບ້ານ, ມີ 8 ເຂດ, ມີ 12.817 ຄອບຄົວ ມີພົນລະເມືອງ 77.599 ຄົນ, ຍິງ 37.626 ຄົນ. ໃນນັ້ນ, ເຜົ່າລາວ ກວມ 28,83%, ເຜົ່າມົ້ງ ກວມ 27,97%, ເຜົ່າໄຕ ກວມ 35,2%, ເຜົ່າຜູ້ໄທ ກວມ 12,9%, ເຜົ່າກຶມມຸ ກວມ 2,2%, ເຜົ່າແຊກ ກວມ 1,24% ແລະ ເຜົ່າອື່ນໆ ກວມ 0,76%; ມີບ້ານພັດທະນາ 45 ບ້ານ ກວມ 72,58% ຂອງບ້ານທັງໝົດ, ຄອບຄົວພັດທະນາ ຈໍານວນ 10.361 ຄອບຄົວ, ກວມເອົາ 77,92%, ມີຄອບຄົວພົ້ນທຸກ ກວມ 96,28% ຂອງຈໍານວນຄອບຄົວທັງໝົດ, ຍັງເຫຼືອຄອບຄົວທຸກຍາກ 469 ຄອບຄົວ ແລະ ຄອບຄົວອານາຖາ 9 ຄອບຄົວ; ທົ່ວເມືອງປະກອບມີ 27 ຫ້ອງການ, ມີ 5 ທະນາຄານ, ຫົວໜ່ວຍທຸລະກິດພາຍໃນເມືອງມີ 1.009 ຫົວໜ່ວຍ, ມີກໍາລັງຂັ້ນສູນກາງປະຈໍາຢູ່ເມືອງ 4 ກົມກອງ: ສາງນໍ້າມັນເຊື້ອໄຟເລກ 7, ທະຫານຊ່າງແສງ ຖໍ້າກວນຈັນ, ກອງພັນຂົນສົ່ງ 402, ບໍລິສັດລັດພັດທະນາຊົນນະບົດ; ກໍາລັງຂັ້ນແຂວງ 2 ກົມກອງ: ກອງຮ້ອຍເອກະລາດ 25, ກອງຮ້ອຍທະຫານຊາຍແດນ 253;  ມີດ່ານຊາຍດ່ານສາກົນນໍ້າພາວ, ດ່ານສັ່ງນໍ້າໜັກຫຼັກ10, ດ່ານກວດກາປ່າໄມ້ ຂັ້ນແຂວງ, ມີດ່ານກວດກາສະກັດກັ້ນການເຄື່ອນໄຫວທໍາລາຍປ່າໄມ້ ໃນຂອບເຂດອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ 2 ຈຸດ, ປ້ອມຍາມ ປກສ 2 ຈຸດ; ມີລະບົບໄຟຟ້າ, ນໍ້າປະປາ, ນໍ້າລິນ, ລະບົບໂທລະຄົມ-ມະນາຄົມ, ການສື່ສານ ແລະ ເສັ້ນທາງຫຼວງ 8A, 1 E ຜ່ານໃຈກາງເມືອງ ເຮັດໃຫ້ການໄປ-ມາເຊື່ອມຈອດກັບຕ່າງປະເທດ, ຕ່າງແຂວງ ແມ່ນສະດວກດີສົມຄວນ, ຊັບພະຍາກອນ ທໍາມະຊາດ, ປ່າໄມ້, ແຫຼ່ງນໍ້າ, ບໍ່ແຮ່ ຍັງອຸດົມສົມບູນ ປະຊາຊົນບັນດາເຜົ່າມີມູນເຊື້ອດຸໝັ່ນຂະຫຍັນພຽນອອກແຮງງານເຮັດການຜະລິດ; ​​ຄະນະ​ພັກ-​​ອົງ​ການ​ປົກຄອງ​ທຸກ​ຂັ້ນ, ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ​ຕະຫຼອດ​ຮອດ​ປະຊາຊົນ​ບັນດາ​ເຜົ່າ​ໄດ້ມີ​ຄວາມສາມັກຄີເປັນຈິດໜຶ່ງໃຈດຽວເຊື້ອໝັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ, ເປັນເອກະພາບກັນ ​ສູ້​ຊົນ​ບຸກບືນ​ຜ່ານ​ຜ່າອຸປະສັກຕ່າງໆ​, ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເພື່ອນໍາເອົາແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ລົງສູ່ຮາກຖານບ້ານ ເຮັດໃຫ້ສະ ພາບລວມທົ່ວເມືອງ​ມີ​ຄວາມສະຫງົບ-ເປັນລະບຽບຮຽບຮ້ອຍດີ.

      ພ້ອມດຽວກັນນັ້ນ, ທ່ານເຈົ້າເມືອງຄຳເກີດກໍ່ໄດ້ລາຍງານສະພາບຄວາມຫຍຸ້ງຍາກຈຳນວນໜຶ່ງ ເປັນຕົ້ນແມ່ນ: ດ້ານເສດຖະກິດ ເຖິງຈະມີການຂະຫຍາຍຕົວ ແຕ່ກໍ່ຍັງໄດ້ຮັບຜົນກະທົບຈາກສະພາບລວມທາງດ້ານເສດຖະກິດໃນທົ່ວໂລກ ການຜັນຜວນຂອງອັດຕາແລກປ່ຽນ, ບັນຫາລາຄາສິນຄ້າແພງ, ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງໜັກໜ່ວງ, ບັນຫາຂີ້ລັກງັດແງະ, ບັນຫາຢາເສບຕິດສິ່ງມືນເມົາໃນຮູບແບບໃໝ່ເປັນຕົ້ນ: ນ້ຳກະທ່ອມ, ຄໍລາເຈັ່ນ ແລະ ອື່ນໆ ເຊິ່ງກາຍເປັນບັນຫາເລັ່ງດ່ວນທີ່ຈະໄດ້ເອົາໃຈໃສ່ແກ້ໄຂໃຫ້ທັນການ.

ເຊິ່ງທັງໝົດເຫຼົ່ານັ້ນ, ໄດ້ກາຍເປັນຂໍ້ມູນທີ່ສໍາຄັນໃນການຮັບໃຊ້ການຄົ້ນຄ້ວາວິທະຍາສາດ ແລະ ທ່ານປະທານ ສວສສຊ ຍັງໄດ້ໃຫ້ຄຳຄິດຄຳເຫັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຮອບດ້ານຢູ່ເມືອງຕື່ມອີກ. 

ຂຽນຂ່າວ ແລະ ພາບຖ່າຍ: ເມກດາລິນ ສີແສງຈັນ