ຮອງປະທານ ສວສສຊ ລົງເຄື່ອນໄຫວວຽກງານທີ່ ແຂວງຈຳປາສັກ

      ໃນລະຫວ່າງວັນທີ 11 -12 ມິຖຸນາ 2024 ທີ່ຜ່ານມາ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ທີ່ຫ້ອງວ່າການແຂວງ. ໃນໂອກາດນີ້ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ການມາເຮັດວຽກຂອງ ສວສສຊ ພ້ອມທັງແຈ້ງສະພາບຈຸດພິເສດວຽກງານວັດທະນາທຳ-ສັງຄົມຂອງແຂວງໂດຍຫຍໍ້ ເພື່ອໃຫ້ ສວສສຊ ຊ່ວຍຄົ້ນຄວ້າໃນຕໍ່ໜ້າ. ພ້ອມດຽວກັນນີ້ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ສະແດງຂອບໃຈຕໍ່ທ່ານເຈົ້າແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ມອບປື້ມຈໍານວນໜຶ່ງ ທີ່ເປັນຜົນງານການຄົ້ນຄ້ວາຂອງ ສວສສຊ ໃຫ້ກັບທ່ານເຈົ້າແຂວງ. ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອຈັດກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດຂອງ ສວສສຊ ແລະ ຜົນການສຶກສາຄຸນລັກສະນະສະເພາະຜ້າໄໝສະຜ່າຍ ເພື່ອກຽມຈົດທະບຽນຖິ່ນກຳເນີດທີ່ແຂວງຈໍາປາສັກ.

      ກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມມະຫາວິທະຍາໄລຈໍາປາສັກ ໃນວັນທີ 11 ມິຖຸນາ 2024 ພາຍໃຕ້ການເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ຈຳປາສັກ, ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ, ບັນດາຫົວໜ້າ, ຮອງຫົວໜ້າ ແລະ ຜູ້ຕາງໜ້າຈາກຫ້ອງການ, ພະແນກອ້ອມຂ້າງແຂວງຈຳປາສັກ, ຄູອາຈານ, ນັກສຶກສາ ມະຫາວິທະຍາໄລຈໍາປາສັກ ແລະ ຄະນະຈາກສູນກາງເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ສະພາບລວມ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ທີ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສັງເຂບ ແລະ ລາຍງານຫຍໍ້ກ່ຽວກັບຜົນການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລຈຳປາສັກ, ດຳລັດວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບເລກທີ 559/ນຍ, ລົງວັນທີ 07 ກັນຍາ 2021 ແລະ ຜົນການຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນ ຕົ້ນການນໍາສະເໜີຜົນການຄົ້ນຄວ້າວິທະຍາສາດທາງດ້ານການເມືອງວິທະຍາ, ວັດທະນາທຳ, ປະຫວັດສາດ-ບູຮານວິທະຍາ ແລະ ນໍາສະເໜີກ່ຽວກັບການນຳໃຊ້ຊັບສິນທາງປັນຍາຕໍ່ກັບຜົນການຄົ້ນຄວ້າວິທະຍາສາດ, ເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ ເພື່ອເປັນການຊຸກຍູ້, ສົ່ງເສີມ, ສ້າງຄວາມເຂົ້າໃຈໃຫ້ແກ່ບັນດານັກຄົ້ນຄວ້າ, ການປະດິດສ້າງ ແລະ ປະດິດແຕ່ງຂອງຄົນລາວ ທີ່ມີຫົວຄິດອັນລ້ຳເລີດ ແລະ ການປົກປ້ອງສິດຊັບສິນທາງປັນຍາ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບບັນຫາດັ່ງກ່າວ ເປົ້າໝາຍອັນໜຶ່ງອັນດຽວກໍເພື່ອສ້າງສາ ແລະ ພັດທະນາປະເທດຊາດ ຕາມທິດສີຂຽວ ແລະ ຍືນຍົງ. ພ້ອມນັ້ນ, ສວສສຊ ແລະ ມະຫາວິທະຍາໄລຈຳປາສັກ ຍັງໄດ້ມີການແລກປ່ຽນຄຳຄິດຄໍາເຫັນຢ່າງສ້າງສັນ ໂດຍສະເໜີຫົວຂໍ້ຄົ້ນຄວ້າວິທະຍາສາດຮ່ວມກັນໃນຕໍ່ໜ້າ ແລະ ຍັງໄດ້ມອບຜົນງານການຄົ້ນຄວ້າ, ວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ກັບຄະນະນຳແຂວງ ແລະ ຫໍສະໝຸດມະຫາວິທະຍາ ໄລຈຳປາສັກ ລວມທັງໝົດ 120 ເຫຼັ້ມ.

      ໃນຕອນເຊົ້າວັນທີ 12 ມິຖຸນາ 2024 ທີ່ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການສຶກສາຄຸນລັກ ສະນະສະເພາະຜ້າໄໝສະຜ່າຍແຂວງຈຳປາສັກ ເພື່ອກະກຽມຈົດທະບຽນຖິ່ນກຳເນີດ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ແລະ ທ່ານ ໂສມ ບຸດຕະກູນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານວັດທະນາທຳ-ສັງຄົມ ແລະ ການປົກຄອງ, ມີບັນດາພະແນກ, ບັນດາເຈົ້າ ເມືອງ, ບັນດາກຸ່ມສະຫະກອນ ແລະ ຫົວໜ່ວຍຫັດຖະກຳຜ້າໄໝ ອ້ອມຂ້າງແຂວງຈຳປາສັກ ຫຼາຍກວ່າ 70 ທ່ານ. ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຂັ້ນຕອນການກະກຽມຈົດທະບຽນຖິ່ນກຳເນີດຜ້າໄໝສະຜ່າຍ ແລະ ກໍານົດຊື່, ຂອບເຂດພູມສັນຖານ, ສິນຄ້າຖິ່ນກຳເນີດ ແລະ ສ້າງຕັ້ງຄະນະຂົນຂວາຍສະມາຄົມຖິ່ນກຳເນີດ. ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຖິ່ນກໍາເນີດ ເພື່ອເປັນບາດກ້າວເລີ່ມຕົ້ນໃນການກະກຽມຄວາມ ພ້ອມ ໃຫ້ແກ່ການຈົດທະບຽນຖິ່ນກຳເນີດຜ້າໄໝສະຜ່າຍແຂວງຈໍາປາສັກ. ພ້ອມນັ້ນ ຍັງເປັນເວທີສຳຄັນໃນການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ-ປະສົບການກ່ຽວກັບວຽກງານຖິ່ນກຳເນີດ ເພື່ອປົກປ້ອງຊື່ສຽງ ແລະ ເອກະລັກສະເພາະຂອງຜ້າໄໝ ທີ່ເປັນໜຶ່ງດຽວໃນໂລກ ມີປະຫວັດຄວາມເປັນມາທີ່ຍາວນານ, ມີຄວາມຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງຊາວຈຳປາສັກ ທີ່ມີມາໄດ້ຫຼາຍສະຕະວັດແລ້ວ  ເຊິ່ງພວກເຮົາສາມາດເວົ້າໄດ້ວ່າ: ເປັນການປົກປັກຮັກສາ ແລະ ປົກປ້ອງພູມປັນຍາທ້ອງຖິ່ນ ທີ່ເປັນມໍລະດົກທາງວັດທະນະທໍາສືບທອດຈາກບັນພະບູລຸດສູ່ຄົນລຸ້ນປະຈຸບັນ. ການຈົດທະບຽນຖິ່ນກໍາເນີດຜ້າໄໝສະຜ່າຍແຂວງຈຳປາສັກ ຈະເປັນການຊ່ວຍໃຫ້ມີການອະນຸລັກຮັກສາເອກະລັກສະເພາະຂອງຜ້າໄໝສະຜ່າຍໄວ້ຢ່າງຍືນຍົງ ເພາະພາຍໃຕ້ລະບົບຖິ່ນກໍາເນີດ ຈະມີການກວດກາທຸກຂັ້ນຕອນການຜະລິດ ເພື່ອຮັບປະກັນໃຫ້ຖືກຕ້ອງຕາມຂັ້ນຕອນການຜະລິດແບບດັ້ງເດີມ ທີ່ເປັນປັດໄຈພາໃຫ້ຜ້າໄໝສະຜ່າຍ ມີເອກະລັກສະເພາະໃນຕົວ.

      ໃນໂອກາດນີ້ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຈົ່ງພ້ອມໃຈກັນຄົ້ນຄວ້າ ແລະ ແລກປ່ຽນຢ່າງກົງໄປກົງມາກ່ຽວກັບວຽກງານຖິ່ນກໍາເນີດ ເພື່ອສ້າງເງື່ອນໄຂໃຫ້ຜ້າໄໝແຂວງຈຳປາສັກຂອງພວກເຮົາ ສາມາດຈົດທະບຽນຖິ່ນກໍາເນີດ ແລະ ໄດ້ຮັບການປັກປ້ອງຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມໃຫ້ກັບສິນຄ້າລາວ ນໍາລາຍໄດ້ເຂົ້າສູ່ປະເທດ.

 ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ