ສວສສຊ ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

      ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນທີ່ໝູນວຽນຄົບຮອບມາອີກວາລະໜຶ່ງ; ໃນວັນທີ 07 ມິຖຸນາ 2024, ທີ່ຜ່ານມານີ້, ສວສສຊ ໄດ້ສ້າງຂະບວນການຈັດກິດຈະກຳປູກຕົ້ນໄມ້ ອ້ອມຂ້າງອາຄານສໍານັກງານຫ້ອງການຂອງ ສວສສຊ ເຊິ່ງໃນພິທີດັ່ງກ່າວ ໄດ້ຮັບກຽດກ່າວເປີດພິທີໂດຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ; ພ້ອມດ້ວຍຄະນະພັກ-ຄະນະນໍາ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ຕະຫຼອດເຖິງພະນັກງານທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວເຖິງຄວາມສຳຄັນຂອງວັນປູກຕົ້ນໄມ້ວ່າ: ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາເອກະລາດ, ໃນວັນທີ 9 ເດືອນ ກຸມພາ ປີ 1980 ປະທານ ໄກສອນ ພົມວິຫານ ໄດ້ອອກມະຕິຕົກລົງ ສະບັບເລກທີ 48/ສພລຖ ວ່າດ້ວຍການກຳນົດເອົາວັນທີ 01 ມິຖຸນາ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດຂອງ ສປປ ລາວ;  ເປົ້າໝາຍການກໍານົດເອົາວັນດັ່ງກ່າວ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແມ່ນແນໃສ່ປູກຈິດສຳນຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ກໍຄືລູກຫຼານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຕື່ນຕົວຮັກ ແລະ ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້; ປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແນໃສ່ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ກາຍເປັນທ່າແຮງ ແລະ ເປັນອົງປະກອບທີ່ສໍາຄັນຢູ່ໃນໂຄງປະກອບເສດຖະກິດແຫ່ງຊາດ. ພ້ອມກັນນີ້ ໃນເດືອນມິ ຖຸນາ ຍັງມີວັນສຳຄັນຕ່າງໆ ເຊັ່ນ: ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 05 ມິຖຸນາ, ວັນຄ້າຍວັນເກີດ ປະທານ ສຸພານຸວົງ ວັນທີ 13 ກໍລະກົດ ຄົບຮອບ 115 ປີ ແລະ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ຄົບຮອບ 69 ປີ. 

      ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການປົກປັກຮັກສາສິ່ງແວດລ້ອມ ກໍ່ຄືການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ. ໃນວາລະຕອນທ້າຍ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນທົ່ວ ສວສສຊ ຈົ່ງເອົາ ໃຈໃສ່ປົກປັກຮັກສາ ແລະ ຖະໜອມບໍາລຸງຕົ້ນໄມ້ທີ່ໄດ້ປູກໃນມື້ນີ້ ກໍ່ຄືການປົກປັກຮັກສາຊັບພະຍາກອນປ່າໄມ້ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ນັບສົມບູນຂຶ້ນ, ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງຊາດ ແລະ ສ້າງສິ່ງແວດລ້ອມ, ສ້າງອາກາດບໍລິສຸດໃຫ້ແກ່ມວນມະນຸດ. ຫຼັງຈາກນັ້ນກໍ່ໄດ້ຮ່ວມປູກຕົ້ນໄມ້, ​ໃສ່ຝຸ່ນ, ຫົດນໍ້າ ກັບແຕ່ລະພາກສ່ວນຢ່າງເປັນຂະບວນຟົດຟື້ນ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ