ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ຕ້ອນຮັບການເຂົ້າພົບປະ ແລະ ເຮັດວຽກ ຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມລາວ

     ຕອນເຊົ້າຂອງວັນທີ 4 ມິຖຸນາ 2024, ທີ່ຫ້ອງຮັບແຂກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສຫ. ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ພ້ອມທັງ ສຫ. ນ. ກຽງຄໍາ ກັນຫາວົງ, ກໍາມະການສູນກາງຊາວໜຸ່ມລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະ ແລະ ເຮັດວຽກຂອງ ສຫ. ມອນໄຊ ລາວມົວຊົ່ງ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ພ້ອມດ້ວຍຄະນະກົມພາຍໃນສູນກາງຊາວໜຸມ.

      ການເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້ ສຫ. ມອນໄຊ ລາວມົວຊົ່ງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຢູ່ແຕ່ລະຂັ້ນ ນັບແຕ່ຂັ້ນທ້ອງຖິ່ນຫາສູນກາງ ແລະ ຖືໂອກາດອັນສໍາຄັນນີ້ ປຶກສາຫາລືເຖິງວິທີແກ້ໄຂປະກົດການຫຍໍ້ທໍ້ຂອງຊາວໜຸ່ມໃນສັງຄົມລາວ; ພ້ອມດຽວກັນນັ້ນ, ກໍ່ຂໍຝາກເຖິງຄະນະພັກ-ຄະນະນໍາ ສວສສຊ ເອົາໃຈໃສ່ຊຸກຍູ້ສົ່ງເສີມຕໍາແໜ່ງ, ໜ້າທີ່, ວຽກງານຂອງຄະນະບໍລິຫານງານຊາວໜຸ່ມ ເພື່ອອໍານວຍຄວາມສະດວກໃຫ້ຄະນະຊາວໜຸ່ມ ສວສສຊ ໄດ້ມີບົດບາດ, ພ້ອມທັງມີໂອກາດເຂົ້າຮ່ວມປຶກສາຫາລືວຽກງານທີ່ສໍາຄັນຕ່າງໆ ຂອງຊາວໜຸ່ມ ໃນກອງປະຊຸມຂອງຄະນະພັກ-ຄະນະນໍາ ສວສສຊ ອີກດ້ວຍ.

      ຫຼັງຈາກນັ້ນ ສຫ. ມອນໄຊ ລາວມົວຊົ່ງ ໄດ້ສືບຕໍ່ເຂົ້າຮ່ວມເປັນປະທານກອງປະຊຸມ, ປຶກສາຫາລືກັບຄະນະບໍລິຫານງານຊາວໜຸ່ມ ສວສສຊ; ໂດຍ ສຫ. ນ. ກຽງຄໍາ ກັນຫາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ໄດ້ລາຍງານສະພາບຈຸດພິເສດ, ການເຄື່ອນໄຫວວຽກງານຂະບວນການ, ວຽກງານວິຊາສະເພາະ ແລະ ຜົນງານຕ່າງໆ ທີ່ຊາວໜຸ່ມ ສວສສຊ ຍາດມາໄດ້ໃນໄລຍະຜ່ານ; ໃນໂອກາດດັ່ງກ່າວ ສຫ. ມອນໄຊ ລາວມົວຊົ່ງ ໄດ້ຊີ້ນໍາ, ຊຸກຍູ້ການກະກຽມຈັດຕັ້ງກອງປະຊຸມໃຫຍ່ຂອງຄະນະຊາວໜຸ່ມ ສວສສຊ ໂດຍທ່ານໄດ້ເນັ້ນໃຫ້ພ້ອມກັນເອົາໃຈໃສ່ກະກຽມຄວາມພ້ອມໃນການເປີດກອງປະຊຸມໃຫຍແຕ່ລະຂັ້ນຂອງຕົນ ໂດຍສະເພາະວຽກງານຂະບວນການທີ່ຕິດພັນກັບຄາດໝາຍສູ້ຊົນໃນຕໍ່ໜ້າ ແລະ ຂະບວນການປີ່ນອ້ອມ ເພື່ອຮັບປະກັນດ້ານເນື້ອໃນໃຫ້ຖືກຕ້ອງ, ຊັດເຈນ, ຄົບຖ້ວນ, ສົມບູນ; ໃນນັ້ນ, ໃຫ້ຮີບຮ້ອນໃນການຈັດແບ່ງໜ້າທີ່ຄວາມຮັບຜິດຊອບແຕ່ລະວຽກງານຂອງກອງປະຊຸມໃຫ້ເໝາະສົມ; ຖືສໍາຄັນວຽກງານບຸກຄະລາກອນ ທີ່ກໍ່ສ້າງມາຈາກຜົນງານຕົວຈິງ ແລະ ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດ, ທັງໝົດນີ້ກໍ່ເພື່ອເປັນການກະກຽມກອງປະຊຸມໃຫຍ່ໃຫ້ບັນລຸໄປຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໃວ້.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ