ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບເອກອັກຄະລັດຖະທູດແຫ່ງ ສາທາລະນະລັດເບລາຣຸດ ປະຈໍາ ສປປ ລາວ

      ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2024 ທີ່ຜ່ານມານີ້  ທີ່ຫ້ອງຮັບແຂກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະຂອງທ່ານ ອຸລັສຊີເມ ບາຣາວິໂຄ (Uladzimir Baravukou) ເອກອັກຄະລັດຖະທູດແຫ່ງສາທາລະນະລັດເບລາຣຸດ ປະຈໍາ ສປປ ລາວ.

      ໃນໂອກາດດັ່ງກ່າວ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການພົບປະຢ້ຽມຢາມໃນຄັ້ງນີ້, ເປັນການປະກອບສ່ວນຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອອັນດີ ງາມມາແຕ່ດົນນານລະຫວ່າງສອງປະເທດລາວ-ເບລາລຸດ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ກ່າວເຖິງສາຍພົວພັນຮ່ວມມືຂອງສອງຝ່າຍວ່າ: ສາທາລະນະລັດເບລາຣຸດ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 7 ກຸມພາ ປີ 1994. ມາຮອດປັດຈຸບັນ ກໍ່ພໍດີຄົບຮອບ 30 ປີ ເຊິ່ງໄລຍະຜ່ານມາ ສອງຝ່າຍກໍ່ໄດ້ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືກັນໃນຫຼາຍດ້ານເຊັ່ນ: ການແລກປ່ຽນຄະນະຜູ້ແທນໃນລະດັບສູງ, ຂັ້ນລັດຖະມົນຕີການຕ່າງປະເທດ. ພິເສດ ໃນປີ 2013 ພະນະທ່ານ ຈູມມະລີ ໄຊຍະສອນ, ອາດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມເບລາຣຸດຢ່າງເປັນທາງການ ແລະ ຕໍ່ມາກໍ່ມີຫຼາຍຄະນະຜູ້ແທນຂອງ ສປປ ລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເບລາຣຸດ  ແລະ ຝ່າຍເບລາຣຸດກໍ່ໄດ້ສົ່ງຄະນະຜູ້ແທນຂອງຕົນມາຢ້ຽມຢາມ ສປປ ລາວ ຫຼາຍຄັ້ງເຊັ່ນກັນ. ອັນພິເສດທີ່ສຸດ ໃນເດືອນມັງກອນ ປີ 2023 ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງສ້າງຕັ້ງສະມາຄົມມິດຕະພາບລາວ-ເບລາຣຸດຂຶ້ນ, ສິ່ງນີ້ໄດ້ເປັນການຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດພວກເຮົາ ໄດ້ນັບມື້ນັບສືບຕໍ່ເພີ່ມພູນຄູນສ້າງ ແລະ ມີຜົນສຳເລັດໃຫຍ່ຫຼວງ; ພ້ອມທັງສະເໜີໃຫ້ຝ່າຍເບລາຣຸດ ສືບຕໍ່ພົວພັນຮ່ວມມືກັບ ສປປ ລາວ ຢ່າງຮອບດ້ານຫຼາຍຂຶ້ນກ່ວາເກົ່າ ໂດຍສະເພາະກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນການສ້າງໂຄງການຄົ້ນຄ້ວາຮ່ວມກັນ, ການສະໜອງທຶນການສຶກສາເພື່ອພັດທະນານັກຄົ້ນຄ້ວາຂອງ ສວສສຊ ໃນຂະແໜງການຕ່າງໆ ທີ່ມີຄວາມສຳຄັນ.

      ໃນຂະນະດຽວກັນ, ທ່ານ ອຸລັສຊີເມ ບາຣາວິໂຄ ກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ຕໍ່ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວເຖິງຈຸດປະສົງໃນການເດີນທາງມາພົບປະໃນຄັ້ງນີ້ແມ່ນເພື່ອເປັນການແນະນໍາຄວາມຮູ້ຈັກທັງສອງຝ່າຍໃຫ້ຫຼາຍຂຶ້ນ, ເປັນພື້ນຖານທີ່ສໍາຄັນໃນການຕິດຕໍ່ພົວພັນຮ່ວມມືໃນຂົງເຂດວຽກງານຄົ້ນຄວ້າໃນອານາຄົດ ເປົ້າໝາຍຄືການຈັດກອງປະຊຸມຮ່ວມກັນ, ສ້າງຫົວຂໍ້ຄົ້ນຄວ້າຮ່ວມກັນ, ແລກປ່ຽນຜົນງານການຄົ້ນຄວ້າເຊິ່ງກັນ  ແລະ ກັນ ຢ່າງສະໝໍ່າສະເໝີ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ