ພິທີມອບ-ຮັບໜ້າທີ່ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

      ພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດແຫ່ງຊາດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2024 ທີ່ຫ້ອງປະຊຸມໃຫຍ່ ສວສສຊ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີການນໍາຂັ້ນສູງ, ບັນດາຮອງປະທານ, ອາດີດຮອງປະທານ, ພະນັກງານບໍານານ, ບັນດາຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

      ໃນພິທີ ສະຫາຍ ດອນ ໄພວົງ, ຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 12/ກມສພ, ລົງວັນທີ 30 ເມສາ 2024 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 069/ປປທ, ວ່າດ້ວຍການແຕ່ງຕັ້ງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ຍົກຍ້າຍ ສະຫາຍ ປອ. ສອນທະນູ ທໍາມະວົງ ກຳມະການສູນກາງພັກ ໄປຮັບໜ້າທີ່ໃໝ່ ເປັນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍລິຄໍາໄຊ.

      ໃນໂອກາດດັ່ງກ່າວ ສະຫາຍ ປອ. ຄໍາພັນ ພົມມະທັດ ຕາງໜ້າໃຫ້ກົມການເມືອງສູນກາງພັກ ໄດ້ມີຄຳເຫັນ ບາງຕອນໃນພິທີວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ສຸດທີ່ມີຄວາມສຳຄັນ ໃນວຽກງານຄຸ້ມຄອງພະນັກງານ, ການ ສັບປ່ຽນພະນັກງານການນໍາຂັ້ນສູງແມ່ນວຽກປົກກະຕິອັນໜຶ່ງຂອງພັກເຮົາ ແລະ ເປັນຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງຂອງພັກໃນໄລຍະໃໝ່,  ເປັນການຍົກລະດັບພະນັກງານການນໍາຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ທ່ານຍັງໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງວຽກງານຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ທີ່ມີຕໍ່ການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານ.  ເຊື່ອໝັ້ນຢ່າງຍິ່ງວ່າ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ໃໝ່) ຈະສືບຕໍ່ເສີມຂະຫຍາຍຜົນງານໃນຕໍ່ໜ້າຂອງ ສວສສຊ ໃຫ້ມີຜົນສຳເລັດນັບມື້ດີຂຶ້ນເປັນກ້າວໆ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ