ກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມຈັດຕັ້ງທົ່ວປະເທດປະຈຳປີ 2023 ແລະ ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023

      ໃນວັນທີ 09 ເມສາ 2024 ທີ່ຜ່ານມາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມຈັດຕັ້ງທົ່ວປະເທດປະຈຳປີ 2023 ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ເປັນປະທານໂດຍ ທ່ານ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະພັກ, ຄະນະນໍາ ສວສສຊ ແລະ ມີບັນດາຫົວໜ້າສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

      ວາລະກອງປະຊຸມໃນຕອນເຊົ້າ ໄດ້ຮັບຟັງການເຜີຍແຜ່ບັນດາມະຕິ, ຄຳສັ່ງ, ຄຳແນະນຳ ຂອງຂັ້ນເທິງກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ຄື: ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ ສະບັບເລກທີ 14/ຄຈສພ, ລົງວັນທີ 11/01/2024 ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 13/ກມສພ, ລົງວັນທີ 11/01/2024 ໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ; ຈາກນັ້ນ ທ່ານ ຄຳສຸກ ພອນໄຊສະຫວັດ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງ ສວສສຊ;

      ວາລະກອງປະຊຸມໃນຕອນບ່າຍ ທ່ານ ບຸນລັດ ແກ້ວອາສາ ຄະນະພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ແລະ ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຈຳນວນ 11 ໜ່ວຍພັກ, ໃນນັ້ນຮັບຮອງ 9 ໜ່ວຍພັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ 01 ໜ່ວຍພັກເປັນໜ່ວຍພັກ ປະເພດກາງ, ໂດຍໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍ ທ່ານ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຜ່ານມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ແຜນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ບັນດາໜ່ວຍພັກໄດ້ຂຶ້ນຈັບມືແຂ່ງຂັນກັນຢູ່ເທິງໜ້າເວທີກອງປະຊຸມ.

      ໃນຕອນທ້າຍກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຮັບຜິດຊອບສູງຂອງສະມາຊິກພັກທົ່ວ ສວສສຊ ທີ່ເຮັດໃຫ້ກອງປະຊຸມໄດ້ດຳເນີນດ້ວຍບັນຍາກາດຟົດຟື້ນ ຖືກຕ້ອງຕາມຄຳສັ່ງ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ, ລະບຽບ ແລະ ວາລະ ມີຜົນສໍາເລັດຢ່າງຈົບງາມ. ເຖິງວ່າໃນ 1 ປີຜ່ານມາ ປະເທດຂອງພວກເຮົາໄດ້ປະເຊີນກັບບັນຫາຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພາຍໃຕ້ການນຳພາ-ຊີ້ນໍາ ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສ້າງໄດ້ການຫັນປ່ຽນຢ່າງຕັ້ງ  ໜ້າ, ຄຸນນະພາບການຄົ້ນຄວ້າວິທະຍາສາດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ພະນັກງານ-ສະມາຊິກພັກໄດ້ຮັບການ ກໍ່ສ້າງ-ບຳລຸງທາງດ້ານທິດສະດີການເມືອງ, ວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ, ກາຍເປັນພະນັກງານນຳພາຫຼັກແຫຼ່ງ, ພະນັກງານສືບທອດຢູ່ໃນບັນດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ. ໃນນັ້ນ, ມີຫຼາຍສະຫາຍໄດ້ຖືກສັບຊ້ອນ, ບັນຈຸເຂົ້າໃນຕຳແໜ່ງບໍລິຫານຂັ້ນຕ່າງໆ ຢູ່ພາຍໃນສະຖາບັນ; ເຮັດໃຫ້ກົງຈັກການຈັດຕັ້ງຮາກຖານພັກ ໄດ້ຮັບການປັບປຸງຕາມທິດສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກົງຈັກບໍລິຫານ ກໍໄດ້ຮັບການປັບປຸງໃຫ້ກະທັດຮັດ ແລະ ມີປະສິດທິຜົນຂຶ້ນຕື່ມ. ທ່ານຍັງໄດ້ເນັ້ນໜັກຕື່ມວ່າ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີຄຸນນະພາບ ແຕ່ລະໜ່ວຍພັກຕ້ອງເອົາໃຈໃສ່ປະຕິບັດທິດທາງ, ບັນດາຄາດໝາຍສູ້ຊົນ, ໜ້າທີ່ຈຸດສຸມ 5 ດ້ານ ດັ່ງຕໍ່ໄປນີ້: 1) ວຽກງານສ້າງພັກທາງດ້ານການເມືອງແນວຄິດ, 2) ວຽກງານການກໍ່ສ້າງພັກດ້ານການຈັດຕັ້ງ, 3) ວຽກງານການກໍ່ສ້າງພັກທາງດ້ານແບບແຜນວິທີນຳພາ, 4) ວຽກງານພະນັກງານ ແລະ  5) ວຽກງານປັບປຸງການຈັດຕັ້ງ.

ຂ່າວ: ເພັດທະນູໄຊ ວົງຍະໄຊ

ພາບ: ມູນິນ ພົນສັກດາ