ຮອງປະທານ ສວສສຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງ ສະຖາບັນການເມືອງໂຮຈິມິນ ສສ ຫວຽດນາມ

      ໃນຕອນເຊົ້າຂອງວັນທີ 28 ມີນາ 2024; ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຄະນະພັກ, ຮອງປະທານ ສວສສຊ ໄດ້ຕ້ອນຮັບການເຄື່ອນໄຫວຢ້ຽມຢາມ ແລະ ການມາເຮັດວຽກຂອງ ທ່ານ ຮສ. ປອ. ດິງ ງັອກ ຊາງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ, ສະຖາບັນການເມືອງໂຮຈິມິນ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ.

      ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການເສີມສ້າງສາຍພົວພັນອັນຮ່ວມມືອັນສະໜິດສະໜົມຂອງສອງຝ່າຍລາວ-ຫວຽດນາມ ໃຫ້ເກີດປະສິດທິຜົນ ແລະ ອວຍພອນໃຫ້ຄະນະຜູ້ແທນມາຢ້ຽມ ຢາມເຮັດວຽກຢູ່ ສປປ ລາວ ມີຜົນສຳເລັດ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

      ໃນໂອກາດດັ່ງກ່າວ ທ່ານ ຮສ. ປອ. ດິງ ງັອກ ຊາງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຈຸດປະສົງຂອງການມາຢ້ຽມຢາມເຮັດວຽກໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບແນວທາງການປ່ຽນແປງໃໝ່ຂອງພັກປະຊາຊັນປະຕິວັດລາວ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ IV ເປັນຕົ້ນມາ.

      ພາຍຫຼັງສຳເລັດການພົບປະຮອງປະທານ ສວສສຊ, ຄະນະຜູ້ແທນທັງສອງຝ່າຍ ເຊິ່ງນໍາພາໂດຍ ທ່ານ ປອ. ສາຍຄໍາ ວໍລະເດດ, ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ສວສສຊ ແລະ ທ່ານ ຮສ. ປອ. ດິງ ງັອກ ຊາງ, ຫົວໜ້າກົມຄຸ້ມຄອງວິທະຍາສາດ, ສະຖາບັນການເມືອງໂຮຈິມິນ ສສ ຫວຽດນາມ  ກໍໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນກ່ຽວກັບແນວທາງການປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ IV ຈົນເຖິງປັດຈຸບັນເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດຜ່ານມາ. ນອກຈາກນີ້ ຍັງໄດ້ປຶກສາຫາລືກ່ຽວກັບການແກ້ໄຂບັນຫາການຊໍາລະໜີ້ສິນສາທາລະນະ, ວິກິດການເສດຖະກິດ-ການເງິນ, ສະພາບການດດໍາລົງຊີວິດຂອງປະຊາຊົນພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຕື່ມອີກ.

ຂຽນຂ່າວ-ຖ່າຍພາຍ: ພວງເພັດ ຈັນທະລີວົງ