ກອງປະຊຸມແລກປ່ຽນຄຳຄິດເຫັນ ຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຕໍ່ກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ

     ໃນຕອນເຊົ້າວັນທີ 29 ມີນາ 2024 ທີ່ຜ່ານມານີ້, ທ່ານ ປອ. ສອນທະນູ ທຳມະວົງ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດ 44/ນຍ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ ເພື່ອເຂົ້າຮ່ວມກອງປະຊຸມແລກປ່ຽນຄຳຄິດເຫັນຕໍ່ກັບບັນຫາເງິນເຟີ ແລະ ລາຄາສິນຄ້າທີ່ເພີ້ມສູງຂຶ້ນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ທີ່ຫ້ອງວ່າການປົກຄອງແຂວງ. ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບຕໍ່ການມາເຮັດວຽກຂອງຄະນະນຳ ສວສສຊ  ຫຼື ຄະນະສະເພາະກິດ 44/ນຍ ພ້ອມທັງແຈ້ງສະພາບຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາໂດຍຫຍໍ້ ລວມເຖິງບາງບັນຫາທີ່ຍັງມີຄວາມຫຍຸ້ງຍາກຕໍ່ການພັດທະນາຢູ່ພາຍໃນແຂວງ ເພື່ອໃຫ້ ສວສສຊ ຊ່ວຍຄົ້ນຄວ້າ, ຊຸກຍູ້ ແລະ ສະເໜີຕໍ່ລັດຖະບານຊ່ວຍແກ້ໄຂໃນຕໍ່ໜ້າ.  ພ້ອມດຽວກັນນີ້ ທ່ານ ປອ. ສອນທະນູ ທຳມະວົງ ກໍໄດ້ສະແດງຂອບໃຈຕໍ່ທ່ານເຈົ້າແຂວງສະຫວັນນະເຂດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການລົງມາເຮັດວຽກທີ່ແຂວງສະຫວັນນະເຂດໃນຄັ້ງນີ້ ແລະ ໄດ້ມອບປຶ້ມຈຳນວນໜຶ່ງທີ່ເປັນຜົນງານການຄົ້ນຄວ້າຂອງ ສວສສຊ ໃຫ້ກັບທ່ານເຈົ້າແຂວງ.

     ໃນວັນດຽວກັນ ທີ່ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມແລກປ່ຽນຄຳເຫັນກ່ຽວກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ສອນທະນູ ທໍາມະວົງ ປະທານ ສວສສຊ, ຫົວໜ້າຄະນະສະເພາະກິດ44/ນຍ ແລະ ທ່ານ ປອ. ແສນສັກ ສຸລິສັກ, ກຳມະການພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນຳຂົງເຂດເສດຖະກິດ, ມີພະແນກການອ້ອມຂ້າງແຂວງ ແລະ ພາກທຸລະກິດເຂົ້າຮ່ວມ. ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໃນໄລຍະຜ່ານມາ. ໂດຍສະເພາະຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍ ລວມ.

     ໃນກອງປະຊຸມ ທ່ານ ອູສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ຄະນະສະເພາະກິດ 44/ນຍ ໄດ້ຂຶ້ນລາຍງານສະພາບ, ນະໂຍບາຍ, ມາດຕະການຄຸ້ມຄອງເງິນເຟີ້ ແລະ ລາຄາສິນຄ້າ, ພ້ອມຍົກໃຫ້ເຫັນມາດຕະການແກ້ໄຂໃນໄລຍະຜ່ານມາ ແລະ ບາງທັດສະນະຕໍ່ການແກ້ໄຂບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນໃນຕໍ່ໜ້າ. ບັນດາພະແນກການ, ພາກທຸລະກິດຕ່າງໆ ໄດ້ປະກອບຄຳເຫັນ, ປຶກສາຫາລືແລກປ່ຽນ ກ່ຽວກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໃນໄລຍະຜ່ານມາ ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ.

      ໃນຕອນທ້າຍ, ທ່ານ ປອ. ສອນທະນູ ທຳມະວົງ ໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມວ່າ ແຂວງສະຫວັນນະເຂດ ເປັນແຂວງທີ່ມີການພັດທະນາຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ເປັນແຂວງທີ່ມີທ່າແຮງໃນການພັດທະນາຢ່າງຫຼວງຫຼາຍ ແຕ່ຂະນະດຽວກັນແຂວງສະຫວັນນະເຂດ ກໍ່ພົບຄວາມຫຍຸ້ງຍາກບໍ່ໜ້ອຍຈາກສະພາບເສດຖະກິດຝຶດເຄື່ອງ, ຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາລາຄາສິນຄ້າທີ່ເພີ່ມຂື້ນສູງ ເຊິ່ງໄດ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຊາວສະຫວັນນະເຂດບໍ່ໜ້ອຍ. ບັນດາຄຳຄິດເຫັນ ແລະ ບົດຮຽນຂອງແຂວງສະຫວັນນະເຂດ ຈະກາຍເປັນຂໍ້ມູນໃນການຄົ້ນຄວ້າ, ວິເຄາະວິໄຈ, ຊອກຫາແນວທາງ ແລະ ມາດຕະການໃນການແກ້ໄຂບັນຫາອັດຕາເງິນເຟີ້ ແລະ ສິນຄ້າທີ່ເພີ່ມສູງຂຶ້ນໃນປະຈຸບັນ ໃຫ້ມີວິທະຍາສາດ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມທີ່ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ຕັ້ງໄວ້.

ຂ່າວ: ເພັດທະນູໄຊ ວົງຍະໄຊ

ພາບ: ວິໄຈ ເດດວົງສອນ