ກອງປະຊຸມເຜີຍແຜ່ວຽກງານເລຂານຸການ ແລະ ຂອດການປະສານງານ ລະຫວ່າງ ການນຳ ກັບ ພາກສ່ວນກ່ຽວຂ້ອງ ພາຍໃນ ສວສສຊ

ໃນຕອນເຊົ້າຂອງວັນທີ 9 ກຸມພາ 2024 ທີ່ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານເລຂານຸການ ແລະ ຂອດການປະສານງານລະຫວ່າງ ການນຳ ກັບ ພາກສ່ວນກ່ຽວຂ້ອງ ພາຍໃນ ສວສສຊ, ໂດຍການເປັນປະທານຂອງ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຜູ້ຊີ້ນຳວຽກງານຫ້ອງການ ສວສສຊ; ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພາຍໃນ ສວສສຊ ພ້ອມທັງ ພະນັກງານ-ລັດຖະກອນ ສວສສຊ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ; ກອງປະຊຸມດັ່ງກ່າວໄດ້ເຊື້ອເຊີນວິທະຍາກອນ ຈາກກົມເລຂານຸການ-ການນໍາ, ຫ້ອງວ່າການສູນກາງພັກ, ມາບັນຍາຍໃນຫົວຂໍ້: ການຍົກລະດັບຄຸນນະພາບວຽກງານເລຂານຸການ, ການປະສານງານ ແລະ ການຈໍລະຈອນເອກະສານພາຍໃນ ສວສສຊ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຂໍ້ກຳນົດ 415/ຄລສພ, ວ່າດ້ວຍເລຂານຸການຂອງການນໍາ ໂດຍ ທ່ານ ສີສູນໄທ ແກ້ວໂພໄຊ, ກຳມະການພັກ, ຫົວໜ້າກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ; ເຊິ່ງເປັນນິຕິກຳທີ່ສຳຄັນໃນການກຳນົດຫຼັກການ ແລະ ລະບຽບການ ໃນການຄຸ້ມຄອງ, ເປັນການກຳນົດມາດຕະຖານ, ໜ້າທີ່, ຂອບເຂດສິດ, ລະບອບແບບແຜນວິທີເຮັດວຽກ, ຂໍ້ຫ້າມ ແລະ ອື່ນໆ ທັງເປັນການຫັນເອົາວຽກງານເລຂານຸການໃຫ້ເຂົ້າສູ່ລະບຽບການ ແລະ ເຄື່ອນໄຫວຢ່າງມີປະສິດທິພາບ; ນອກນີ້, ກໍເພື່ອເປັນການຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈ ໃຫ້ແກ່ພະນັກງານ-ລັດຖະກອນ ທົ່ວ ສວສສຊ ເຫັນໄດ້ເຖິງພາລະບົດບາດ ແລະ ຄວາມສຳຄັນ ຂອງວຽກງານເລຂານຸການ ໃນການຄົ້ນຄວ້າ-ສັງລວມ, ບັນນາທິການ, ປະສານງານ, ສ້າງແຜນການເຄື່ອນໄຫວແຕ່ລະໄລຍະ ແລະ ອໍານວຍຄວາມສະດວກຮອບດ້ານໃຫ້ແກ່ການນຳ ເວົ້າລວມ, ເວົ້າສະເພາະກໍ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ເຮັດວຽກງານເປັນເສນາທິການ ໃນຂັ້ນຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ໃຫ້ສາມາດປະຕິບັດໜ້າທີ່ວຽກງານຂອງຕົນຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ຮັບປະກັນໃຫ້ແກ່ວຽກງານການປະສານງານລະຫວ່າງຂັ້ນລຸ່ມກັບຂັ້ນເທິງໃຫ້ຖືກຕ້ອງ ສອດຄ່ອງ ແລະ ເປັນເອກະພາບກັນ.

ໃນໂອກາດດັ່ງກ່າວ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ, ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງບາງຕອນທ່ານໄດ້ເນັ້ນວ່າ “ເລຂານຸການ-ການນຳ ເຮັດວຽກຕິດພັນກັບຫຼາຍພາກສ່ວນ, ຫຼາຍຂັ້ນ ຫຼາຍລະດັບ ໃນຂອດການປະສານ” ສະນັ້ນ, ວຽກງານເລຂານຸການ ເປັນວຽກງານໜຶ່ງທີ່ສໍາຄັນ ຮັບໃຊ້ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງການຈັດຕັ້ງທຸກຂັ້ນ ຈິ່ງຕ້ອງໄດ້ມີການຝຶກຝົນ ແລະ ພັດທະນາຕົວເອງຂຶ້ນໄປເລື້ອຍໆ ນອກຈາກນັ້ນ, ເພີ່ນຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອປັບປຸງ ແລະ ຍົກລະດັບວຽກງານດັງກ່າວໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ.

ຂ່າວ: ເພັດສົມພອນ ທຳມະວົງ