ສວສສຊ ຕ້ອນຮັບຄະນະຜູ້ແທນຈາກ ມະຫາວິທະຍາໄລທຸລະກິດ ແລະ ເສດຖະສາດສາກົນ ສປ ຈີນ

ເພື່ອເປັນການສືບຕໍ່ແລກປ່ຽນຮ່ວມມືລະຫວ່າງ 2 ສະຖາບັນ ຈີນ-ລາວ ແລະ ເປັນການລິເລີ່ມ ຊຸກຍູ້ການສ້າງສູນຄົ້ນຄວ້າການຮ່ວມມືໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາຈີນ-ລາວ ຂອງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ; ໃນວັນທີ 24 ມັງກອນ 2024   ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບຄະນະຜູ້ແທນສູນຄົ້ນຄວ້າການຮ່ວມມືຄູ່ຮ່ວມຊະຕາກໍາ ຈີນ-ລາວ, ມະຫາວິທະຍາໄລທຸລະກິດ ແລະ ເສດຖະສາດສາກົນ ສປ. ຈີນ ທີ່ໄດ້ເດີນທາງມາສືບຕໍ່ວຽກງານຕາມແຜນ; ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ພ້ອມດ້ວຍຄະນະ; ຝ່າຍຈີນນໍາພາໂດຍ ທ່ານ  Li Maoguo, ຮອງເລຂາຄະນະພັກ ມະຫາວິທະຍາໄລທຸລະກິດ ແລະ ເສດຖະສາດສາກົນ ສປ ຈີນ ພ້ອມດ້ວຍຄະນະ;

ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຄະນະດັ່ງກ່າວ ທີ່ໄດ້ເດີນທາງມາຢ້ຽມຢາມແລກປ່ຽນບົດຮຽນ ຢູ່ ສປປ ລາວ; ຕາງໜ້າຝ່າຍຈີນກໍ່ສະແດງຄວາມຂອບໃຈ ແລະ ຮູ້ສຶກດີໃຈທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຝ່າຍລາວ; ໃນການພົບປະແລກປ່ຽນທັງສອງ ຝ່າຍໄດ້ປຶກສາຫາລືເຖິງ 4 ບັນຫາສໍາຄັນຄື:

1.     ມະຫາວິທະຍາໄລ ແລະ ເສດຖະກິດສາກົນ ສປ ຈີນ ມີຈຸດປະສົງຮ່ວມມື ກັບ ສວສສຊ ເພື່ອສ້າງຕັ້ງສູນຄົ້ນຄວ້າການຮ່ວມມືຄູ່ຮ່ວມຊະຕາກຳ ຈີນ-ລາວ.

2.     ການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ, ດຳເນີນການຄົ້ນຄວ້າກ່ຽວກັບການຮ່ວມມື ຈີນ-ລາວ ໃນຂອບ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ຂຽນບົດຄົ້ນຄວ້າຮ່ວມກັນ ກ່ຽວກັບການພັດທະນະທາງລົດໄຟ ຈີນ-ລາວ, ການອຳນວຍຄວາມສະດວກດ້ານການຄ້າການສົ່ງອອກສິນຄ້າຂອງລາວໄປຈີນ, ການຮ່ວມມືດ້ານກຳລັງການຜະລິດ ແລະ ການຮ່ວມມືດ້ານການລົງທຶນແບບຍືນຍົງ ຈີນ-ລາວ, ການພົວພັນ ຈີນ-ລາວ.

3.     ການຮ່ວມມືດ້ານການສຶກສາ, ສະໜັບສະໜູນ ພະນັກງານລັດຖະກອນ ສວສສຊ ເຂົ້າຮຽນຕໍ່ປະລິນຍາໂທ, ປະລິນຍາເອກ ຫຼື ເຂົ້າຮ່ວມໂຄງການຝຶກອົບຮົມ ເພື່ອເປັນການຝຶກອົບຮົມປະກອບສ້າງໃຫ້ແກ່ (ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ).

4.     ເພີ່ມທະວີການຢ້ຽມຢາມເຊິ່ງກັນ ແລະ ກັນ ສອງຝ່າຍສົ່ງເສີມນັກຄົ້ນຄວ້າວິທະຍາສາດ ເພື່ອເຂົ້າຮ່ວມກອງປະຊຸມສຳມະນາທາງວິຊາການ ຫຼື ກອງປະຊຸມສາກົນ ເພື່ອເພີ່ມທະວີການແລກປ່ຽນດ້ານວິຊາການ.

   ຜ່ານການປຶກສາຫາລືຮ່ວມມືກໍ່ສ້າງສູນຄົ້ນຄວ້າ ການຮ່ວມມືຄູ່ຮ່ວມຊະຕາກໍາຈີນ-ລາວ, ສອງຝ່າຍຈະດໍາເດີນການຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການກໍ່ສ້າງໜ່ວຍງານຄັງຄວາມຄິດເຫັນຂອງສອງຝ່າຍ, ປະກອບສ່ວນໃຫ້ຄໍາປຶກສາ ແລະ ຄໍາເຫັນ ເຂົ້າໃນການຮ່ວມມືໃນຂົງເຂດສໍາຄັນ, ການເຊື່ອມໂຍງດ້ານນະໂຍບາຍ, ການຮ່ວມມືດ້ານເສດຖະກິດ, ການແລກປ່ຽນດ້ານວັດທະນະທໍາ ແລະ ຂົງເຂດອື່ນໆ ໃນການກໍ່ສ້າງຄູ່ຮ່ວມຊະຕາກໍາຈີນ-ລາວ, ເພື່ອຊຸກຍູ້ການສ້າງປະຊາຄົມຄູ່ຮ່ວມຊະຕາກໍາຈີນ-ລາວ ໃຫ້ປະກົດຜົນເປັນຈິງ.

ຮູບພາບ-ຂ່າວ: ແກ້ວວິວັນ ສີວິໄລ