ກອງປະຊຸມສຳມະນາວິທະຍາສາດລະດັບຊາດເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ແຂວງຈຳປາສັກ

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924 ຫາ ວັນທີ 8 ກຸມພາ 2024) ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2023 ທີ່ແຂວງຈໍາປາສັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ, ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ເຂົ້າຮ່ວມມີ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງແນວຄິດ  ຂອງແຂວງຈໍາປາສັກ, ສະຫາຍ ປອ. ສອນທະນູ ທໍາມະວົງ, ກໍາມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີເລຂາ, ຮອງເລຂາພັກແຂວງ ແຂວງເຊກອງ, ສາລະວັນ, ອັດຕະປື, ແລະ ສະຫວັນນະເຂດເຂົ້າຮ່ວມ. ນອກນັ້ນ, ມີບັນດາການນຳພັກ-ລັດ, ອາດີດການນຳ, ການນຳແຂວງຈໍາປາສັກ, ແລະ ພະນັກງານຫລັກແຫລ່ງແຂວງຈໍາປາສັກ, ແຂກຖືກເຊີນຈາກສູນກາງ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກວິທະຍາກອນ ແລະ ພະນັກງານວິຊາການເຂົ້າຮ່ວມ ຫຼາຍກວ່າ 300 ທ່ານ.

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໃນກອງປະຊຸມວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດ ຂອງພັກເຮົາ ທີ່ມີຜົນງານ ອັນໂດດເດັ່ນ, ໄດ້ຮັບຄວາມເຄົາລົບນັບຖື, ຄວາມເຊື່ອໝັັ້ນໄວ້ວາງໃຈ ແລະ ຄວາມຮັກແພງຈາກໝູ່ຄະນະ ແລະ ມະຫາຊົນຢ່າງກວ້າງຂວາງ. ດັ່ງນັັ້ນ, ເພື່ອສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະ ອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ຄໍາໄຕ ສີພັນດອນ ຕໍ່ພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເພື່ອສຶກສາອົບຮົມ ແລະ ປຸກລະດົມໃຫ້ສະມາຊິກພັກ-ພະນັກງານ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫຼັງ ໄດ້ນໍາເອົານໍ້າໃຈເສຍສະຫຼະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດຕະຫຼອດຮອດແນວຄິດຊີ້ນໍາຂອງເພີ່ນເພື່ອຮໍ່າຮຽນເອົາເປັນແວ່ນແຍງ ແລະ ເປັນການຜັນຂະຫຍາຍນໍາໄປປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນດີ. ການສໍາມະນາວິທະຍາສາດຄັັ້ງນີ້ຈະຊ່ວຍໃຫ້ເຫັນບັນຫາທີ່ສໍາຄັນຕົ້ນຕໍ ແລະ ອັນພົ້ນເດັ່ນໃນແນວຄິດຊີ້ນໍາ ຂອງເພີ່ນ; ຊ່ວຍໃຫ້ຜູ້ເຂົ້າຮ່ວມສໍາມະນາເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງ, ເປັນລະບົບກ່ຽວກັບເນື້ອໃນຄວາມໝາຍຂອງແຕ່ລະບັນຫາ. ພ້ອມກັນນັັ້ນຈະໄດ້ຈໍາແນກໃຫ້ເຫັນວ່າແນວຄິດ ຊີ້ນໍາດັ່ງກ່າວນັັ້ນ ລ້ວນແຕ່ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງປະເທດຊາດ; ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; ທັງສອດຄ່ອງກັບທ່າອ່ຽງລວມແຫ່ງການພົວພັນຮ່ວມມື ແລະ ການພັດທະນາໃນໂລກປັດຈຸບັນ ແລະ ອະນາຄົດ.

ກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້, ເຕັມໄປດ້ວຍບັນຍາກາດທີ່ດີ, ມີຄວາມຮັບຜິດຊອບສູງ ແລະ ມີເນື້ອໃນອຸດົມສົມບູນ; ໃນນັ້ນໄດ້ຮັບຟັງບົດປະກອບຄຳເຫັນ ຈໍານວນ 9 ບົດ ແລະ ຕາງໜ້າຄອບຄົວ ສີພັນດອນ ໄດ້ຂຶ້ນເລົ່າຊີວິດການເຄື່ອນໄຫວ ແລະ ຄອບຄົວຂອງເພີ່ນເຊິ່ງສ່ອງແສງໃຫ້ເຫັນເຖິງຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນການເຄື່ອນໄຫວປະຕິວັດຂອງເພີ່ນ ແລະ ການເຄື່ອນໄຫວປະຕິວັດ ໂດຍສະເພາະ ນັບແຕ່ການຕໍ່ສູ້ຕ້ານຈັກກະພັດຝຣັ່ງ ຢູ່ເຂດພາກໃຕ້, ພາກກາງ, ການຊີ້ນໍາບັນຊາ ຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ປະຕິບັດຄວາມຖືກຕ້ອງປອງດອງ ການນໍາພາຕໍ່ສູ້ຕ້ານສົງຄາມ ຂອງຈັກກະພັດອາເມລິກາ ແລະ ລູກມື ຈົນນໍາໄປເຖິງ ເຊັນສັນຍາວຽງຈັນ ປີ 1973; ການປົດປ່ອຍປະເທດຊາດ ແລະ ການເຄື່ອນໄຫວ ຂອງເພີ່ນ ໃນໄລຍະປະເທດຊາດ ໄດ້ຮັບການປົດປ່ອຍຈົນເຖິງໄລຍະທີ່ເພີ່ນ ໄດ້ອອກພັກຜ່ອນບໍານານ; ນອກນີ້, ຍັງມີບົດຂອງນັກຄົ້ນຄວ້າວິທະຍາສາດ ຈາກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈໍານວນ 2 ບົດ ໃນຫົວຂໍ້: ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານພົວພັນຕ່າງປະເທດ, ນໍາສະເໜີໂດຍ: ທ່ານ ປອ. ຄໍາໝັ້ນ ສີພັນໄຊ, ກໍາມະການພັກ, ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດແລະ ບູຮານວິທະຍາ; ຫົວຂໍ້: ແນວຄິດຊີ້ນໍາ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບການພັດທະນາວຽກງານເສດຖະກິດ-ການເງິນ ນໍາສະເໜີໂດຍ: ທ່ານ ປທ. ອູສະຫວັນ ທ່ຽງເທບວົງສາ, ກໍາມະການພັກ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສິ່ງສໍາຄັນໄດ້ຮັບຟັງຄຳເຫັນ ຂອງບັນດາສະຫາຍ ທີ່ເຄີຍຮ່ວມເຮັດວຽກກັບເພີ່ນ ຕະຫຼອດໄລຍະທີ່ເພີ່ນຍັງດຳລົງຕຳແໜ່ງ.

ໃນຕອນທ້າຍກອງປະຊຸມ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ສັງລວມ ແລະ ສະຫຼຸບຜົນ ຂອງການດຳເນີນກອງປະຊຸມສຳມະນາວິທະຍາສາດ ເຖິງ 3 ເນື້ອໃນສໍາຄັນຄື:

          ໜຶ່ງ: ຜ່ານການກະກຽມ ແລະ ການຈັດຕັ້ງດຳເນີນກອງປະຊຸມສຳມະນາວິທະຍາສາດ ໃນຄັ້ງນີ້ ເຫັນໄດ້ວ່າ: ຕະຫຼອດໄລຍະຜ່ານມາ ພັກ, ລັດຖະບານ ກໍ່ຄືສູນກາງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ຊີ້ນຳຢ່າງຕິດແທດ ຕໍ່ກັບການຈັດຕັ້ງການດຳເນີນການສະເຫຼີມສະຫຼອງ ເພື່ອລະນຶກເຖິງວັນຄ້າຍວັນເກີດ ຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ.

          ສອງ: ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບ ໃນການກະກຽມ ແລະ ດຳເນີນກອງປະຊຸມສຳມະນາວິທະຍາສາດ, ເຊິ່ງຕະຫຼອດໄລຍະການກະກຽມ ແລະ ດຳເນີນກອງປະຊຸມໃນມື້ນີ້ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່, ເຮັດໃຫ້ການດຳເນີນກອງປະຊຸມ ໄດ້ສຳເລັດຜົນລົງຢ່າງຈົບງາມ; ພ້ອມນັ້ນ, ກໍ່ສະແດງຄວາມຊົມເຊີຍທຸກພາກສ່ວນ ໂດຍສະເພາະແຂວງຈຳປາສັກ ທີ່ໄດ້ເປັນເຈົ້າພາບໃນການຈັດຕັ້ງດຳເນີນກອງປະຊຸມໃນມື້ນີ້.

ສາມ: ການປະກອບຄຳເຫັນ ຂອງວິທະຍາກອນ ເຊິ່ງປະກອບມີທັງໝົດ 9 ບົດ ໄດ້ສ່ອງແສງໃຫ້ເຫັນເຖິງແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ຕໍ່ບັນດານັກວິທະຍາກອນທີ່ໄດ້ຍົກສູງຄວາມຮັບຜິດຊອບໃນການກະກຽມບັນດາຫົວຂໍ້ຕ່າງໆ ໄດ້ຢ່າງລະອຽດຈະແຈ້ງ ແລະ ມີເນື້ອໃນເລິກເຊິ່ງ.

          ພ້ອມນັ້ນ, ເພີ່ນຍັງໄດ້ກ່າວຂອບໃຈບັນດາສະຫາຍ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ; ທີ່ໄດ້ທຸ້ມເທສະຕິປັນຍາຂອງຕົນເຂົ້າໃນການຮັບຟັງ ແລະ ປະກອບຄວາມເຫັນ, ທັງເປັນການສະໜອງຂໍ້ມູນ ໃຫ້ແກ່ບົດຄົ້ນຄວ້າວິທະຍາສາດຕ່າງໆ; ພິເສດ, ຂໍຂອບອົກຂອບໃຈຄະນະພັກ, ຄະນະນໍາ, ພະນັກງານ, ສະມາຊິກພັກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງຈໍາປາສັກ ທີ່ໄດ້ອໍານວຍຄວາມສະດວກ ທາງດ້ານສະຖານທີ່ ແລະ ການບໍລິການດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມສໍາມະນາຄັ້ງນີ້ ຢ່າງສຸດກົກສຸດປາຍ, ນັບທັງບັນດານັກຂ່າວສື່ມວນຊົນທຸກພາກສ່ວນ ທີ່ໄດ້ນໍາສະເໜີຂ່າວສານຕ່າງໆ ຢ່າງທັນການ ເຊິ່ງເຮັດໃຫ້ກອງປະຊຸມສໍາມະນາຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

          ໃນມື້ຕໍ່ມາ  ຜູ້ແທນ, ວິທະຍາກອນ, ສໍາມະນາກອນ ແລະ ຜູ້ເຂົ້າຮ່ວມກອງປະຊຸມຈໍານວນໜຶ່ງ ຍັງໄດ້ເດີນທາງໄປທັດສະນະສຶກສາຢ້ຽມຢາມສະຖານທີ່ບ້ານເກີດ ແລະ ຜົນງານການປະກອບສ່ວນ ໃນການກໍ່ສ້າງພື້ນຖານໂຄງລ່າງ ຂອງປະທານຄໍາໄຕ ສີພັນດອນ ຈໍານວນໜຶ່ງຢູ່ເຂດດອນໂຂງ ເຊັ່ນ: ໂຮງຮຽນ, ໂຮງໝໍ…; ຢ້ຽມຊົມຊາຍແດນຕໍ່ເຂດໜອງນົກຂຽນ ລາວ-ກຳປູເຈຍ ແລະ ເຂື່ອນໄຟຟ້ານໍ້າຕົກນໍ້າຂອງດອນສະໂຮງ ເຊິ່ງນໍາໜ້າໂດຍ ສະຫາຍ ລາວປາວຊົງ ນະວົງໄຊ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. 

ພາບ-ຂ່າວ: ພວງເພັດ ຈັນທະລີວົງ