ສວສສຊ ຕ້ອນຮັບການພົບປະຢ້ຽມຢາມ ຂອງຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມກວາງຊີ ສປ. ຈີນ

 ເປັນການຜັນຂະຫຍາຍເນືື້ອໃນບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນວິຊາການ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ກັບສະຖາບັນວິທະຍາສາດສັງຄົມກວາງຊີ ສປ. ຈີນ ພ້ອມທັງເປັນການຕອບຮັບຕາມຄໍາເຊື້ອເຊີນຂອງທ່ານປະທານ ສວສສຊ; ໃນວັນທີ 16 ທັນວາ 2023 ທີ່ຫ້ອງຮັບແຂກ ສວສສຊ; ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ກໍາມະການຄະນະພັກ, ຮອງປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມກວາງຊີ ສປ. ຈີນ ນໍາພາຄະນະໂດຍ ທ່ານ ເສິນ ລີ້ເຊິ່ງ ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດສັງຄົມກວາງຊີ ພ້ອມດ້ວຍຄະນະ 6 ທ່ານ;

ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຄະນະຝ່າຍຈີນ ຊຶ່ງທ່ານໄດ້ຕີລາຄາສູງກ່ຽວກັບມູນເຊື້ອມິດຕະພາບ ລະຫວ່າງ ລາວ-ຈີນ ສອງປະເທດ ແລະ ປະຊາຊົນສອງຊາດ ທີ່ມີປະຫວັດສາດອັນຍາວນານ, ການແລກປ່ຽນ ແລະ ຮ່ວມມືດ້ານການເມືອງ ເສດຖະກິດ ວັດທະນະທຳ ເຕັກນິກວິທະຍາສາດ ການສຶກສາ ແລະ ດ້ານອື່ນໆ ທີ່ໄດ້ພົວພັນແລກປ່ຽນເປັນເວລາຫຼາຍປີຜ່ານມາ ໂດຍສະເພາະ ສວສສຊ ກັບ ສວສ ກວາງຊີ ໄດ້ສ້າງສາຍພົວພັນຮ່ວມມືຍຸດທະສາດທີ່ໝັ້ນຄົງຍາວນານ ແລະ ມິດຕະພາບອັນເລິກເຊິ່ງ  ສ່ວນທາງຝ່າຍ ສປ. ຈີນ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງປະທານ ສວສສຊ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການອັນພົ້ນເດັ່ນໂດຍຫຍໍ້ ທີ່ກ່ຽວພັນກັບວຽກງານຂອງສະຖາບັນວິທະຍາສາດສັງຄົມກວາງຊີ.

ການມາຢ້ຽມຢາມໃນຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລືເຖິງ 3 ບັນຫາສໍາຄັນ:

ບັນຫາທີ 1: ໄດ້ປຶກສາກ່ຽວກັບການຈັດຕັ້ງປະຕິບັດຄຳເຫັນທີ່ເປັນເອກະພາບ ລະຫວ່າງການນຳສູງສຸດ ຂອງ 2 ພັກ, 2 ລັດ ຂອງສະຖາບັນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ສະຖາບັນວິທະຍາສາດສັງຄົມກວາງຊີ ສປ ຈີນ, ເພື່ອສົ່ງເສີມຄວາມສໍາພັນພິເສດ ແລະ ທ່າແຮງຂອງແຕ່ລະຝ່າຍ, ຮັດແຫນ້ນສາຍພົວພັນການຮ່ວມມື, ຈັດເວທີແລກປ່ຽນຜົນງານຂອງນັກຄົ້ນຄວ້າ ແລະ ການພົບປະຢ້ຽມຢາມ ເຊິ່ງກັນແລະກັນ, ການຄົ້ນຄວ້າໂຄງການຮ່ວມກັນ, ການສ້າງບຸກຄະລາກອນຮ່ວມກັນ ແລະ ດ້ານອື່ນໆ ໃຫ້ເຂົ້າສູ່ລວງເລິກ ແລະ ລວງກວ້າງ ແນໃສ່ຮ່ວມກັນຊຸກຍູ້ ແລະ ເສີມສ້າງການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໂດຍຜ່ານຄັງຄວາມຄິດ ແລະ ອຸທິດກຳລັງເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດ ການເຊື່ອມຕໍ່ຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງ ກັບຍຸດທະສາດການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດແຫ່ງການເຊື່ອມໂຍງ ເຊື່ອມຈອດ ຂອງ ສປປ ລາວ.

ບັນຫາທີ 2: ກ່ຽວກັບແຜນຈັດຕັ້ງປະຕິບັດໂຄງການຮ່ວມມື ໃນຫົວຂໍ້ ການເລົ່າມູນເຊື້ອປະຫວັດຂອງອະດີດນັກຮຽນ ແລະ ຄູອາຈານ ຂອງໂຮງຮຽນນ້ອງນ້ອຍ 67 ທີ່ເມືອງໜານໜິງ ສປ ຈີນ”; ທົບທວນຄືນກ່ຽວກັບເນື້ອໃນທີ່ຍັງບໍ່ທັນຄົບຖ້ວນ ແລະ ປຶກສາຫົວຂໍ້ໂຄງການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ລາວ-ຈີນ. ຮ່ວມກັນ.

ບັນຫາທີ 3: ປຶກສາຫາລືກ່ຽວກັບແຜນວຽກການຮ່ວມມືວິທະຍາສາດປະຈຳປີ 2024 ພາຍໃຕ້ຂໍ້ຕົກລົງການຮ່ວມມືວ່າດ້ວຍການແລກປ່ຽນທາງດ້ານວິຊາການ ທີ່ໄດ້ລົງນາມຮ່ວມກັນ ເພື່ອເປັນການສົ່ງເສີມການພົວພັນຮ່ວມມືລາວ-ຈີນ ໃຫ້ເລິກເຊິ່ງກວ່າເກົ່າ, ໂດຍສະເພາະແມ່ນການຂະຫຍາຍການຮ່ວມມື ດ້ານວິຊາການ ລະຫວ່າງ ສວສສຊ ກັບ ສະຖາບັນວິທະຍາສາດສັງຄົມກວາງຊີ ໃຫ້ນັບມື້ເກີດດອກອອກຜົນ ແລະ ມີປະສິດທິພາບສູງ. 

ໃນວາລະຕອນທ້າຍ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ໄດ້ກ່າວສະແດງຄວາມເຫັນດີ ແລະ ເປັນເອກະພາບຕໍ່ເນື້ອໃນອັນສໍາຄັນທີ່ໄດ້ປຶກສາຫາລືກັນທັງສອງຝ່າຍ ແລະ ຈະໄດ້ລາຍງານຕໍ່ຄະນະນໍາ ສວສສຊ ເພື່ອຂໍຄໍາເຫັນຮ່ວມມືກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັັນຈິງ.

ນອກນັ້ນ, ຄະນະດັ່ງກ່າວຍັງໄດ້ໄປທັດສະນະຢ້ຽມຢາມນະຄອນຫຼວງພະບາງ ເຊິ່ງເປັນເມືອງມໍລະດົກໂລກ. ຢູ່ທີີ່ນັ້ນໄດ້ຢ້ຽມຢາມສູນຫັດຖະກໍາຜ້າແພ ແລະ ຫັດຖະກໍາເຄື່ອງເງິນບ້ານຜານົມ, ສູນຫັດຖະກໍາ “ອອກພົບຕົກ”; ໃນຕອນບ່າຍໄດ້ເຂົ້າຢ້ຽມຊົມຫໍພິພິທະພັນແຫ່ງຊາດ (ລາຊະວັງເກົ່າ), ຢ້ຽມຢາມວັດຊຽງທອງ ແລະ ສະຖານທີ່ທ່ອງທ່ຽວທາງວັດທະນະທໍາອີກດ້ວຍ.  ຮອດຕອນບ່າຍທີ່ 18/12/2023 ຄະນະດັ່ງກ່າວໄດ້ເດີນທາງກັບປະເທດ ດ້ວຍຜົນສໍາເລັດຢ່າງຫງ່າງາມ.

ຂ່າວ-ພາບ: ພວງເພັດ ຈັນທະລີວົງ