ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ກັບ ສະຖາບັນວິທະຍາສາດສັງຄົມແຂວງກວາງຊີ ແຫ່ງ ສປ ຈີນ

          ໃນວັນທີ 23 ກັນຍາ 2023 ທີ່ສະຖາບັນວິທະຍາສາດສັງຄົມແຂວງກວາງຊີ ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ກັບ ສະຖາບັນວິທະຍາສາດສັງຄົມແຂວງກວາງຊີ ແຫ່ງ ສປ ຈີນ ນຳໂດຍທ່ານ ເສີນ ລີ້ ເຊີ່ງ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ.

  ໃນໂອກາດນີ້, ທ່ານ ເສີນ ລີ້ ເຊີ່ງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ພ້ອມດ້ວຍຄະນະ ທີ່ໄດ້ເຂົ້າຮ່ວມກອງປະຊຸມສົນທະນາຍຸດທະສາດຄັງຄວາມຄິດ ຈີນ-ອາຊຽນ ຄັ້ງທີ 15 ທີ່ເມືອງໜານໜິງ, ແຂວງ ກວາງຊີ ສປ ຈີນ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ເສີນ ລີ້ ເຊີ່ງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານເພື່ອນມິດສະຫາຍ, ຄູ່ຮ່ວມຊະຕາກຳ ແລະ ທ່ານຍັງນຳເອົາຄໍາຢື້ຢາມຖາມຂ່າວຢ່າງຈິງໃຈຂອງ ທ່ານ ປອ. ສອນທະນູ ທໍາມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ມາເຖິງທ່ານ ແລະ ບັນດາສະຫາຍຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານທົ່ວ ສະຖາບັນວິທະຍາສາດສັງຄົມແຂວງກວາງຊີ. ການພົບປະໃນຄັ້ງນີ້ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນຕົນ ພ້ອມທັງຕີລາຄາການຮ່ວມມືຂອງສະຖາບັນໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງທັງສອງຝ່າຍໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຮ່ວມກັນ ດັ່ງນີ້: 1) ຍົກລະດັບການຮ່ວມມືໃນການສ້າງແຜນການໃນໄລຍະສັ້ນ, ກາງ, ຍາວ ໃຫ້ມີເປົ້າໝາຍຢ່າງຊັດເຈນຖືກຕ້ອງຕາມຄວາມຕ້ອງການຂອງແຕ່ລະຝ່າຍ; 2) ຊອກຫາແຫຼ່ງທຶນ ເພື່ອເຮັດໂຄງການຄົ້ນຄວ້າວິທະຍາສາດສັງຄົມ ຮ່ວມກັນ; 3) ການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ນັກຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ໃຫ້ໄດ້ມີໂອກາດຮຽນຮູ້ ແລະ ຖອດຖອນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ; 4) ສະຖາບັນວິທະຍາສາດສັງຄົມກວາງຊີ ຊ່ວຍປະສານກັບພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ໃນການໃຫ້ທຶນການສຶກສາຍົກລະດັບວິຊາສະເພາະໃນລະດັບຕ່າງໆ ແກ່ນັກຄົ້ນຄວ້າ ສປປ ລາວ ເປັນຕົ້ນແມ່ນຊາວໜຸ່ມຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ.

         ຕອນທ້າຍກອງປະຊຸມ, ຕາງໜ້າໃຫ້ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຍັງໄດ້ສະແດງຄວາມຂອບໃຈຕໍ່ສະຖາບັນວິທະຍາສາດສັງຄົມແຂວງກວາງຊີ ທີ່ຍາມໃດກໍເອົາໃຈໃສ່ໃຫ້ການຊ່ວຍເຫຼືອ ໃນການສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຫຼາຍຂຶ້ນໃນຕໍ່ໜ້າ ແລະ ສະເໜີໃຫ້ຄະນະວິຊາການ ສືບຕໍ່ປະສານກັນກ່ຽວກັບລາຍລະອຽດຂອງແຕ່ລະກິດຈະກຳທີ່ຈະໄດ້ສ້າງແຜນວຽກປະຈຳປີຮ່ວມກັນ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ບົດຂ່າວ ແລະ ຖ່າຍພາບ: ພູຄຽງ ໄຊສິລິ