ກອງປະຊຸມສຳມະນາສາກົນ ລະຫວ່າງ VASS-LASES-RAC

ວັນທີ 20 ກັນຍາ 2023 ຢູ່ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ເປັນເຈົ້າພາບ, ສົມທົບກັບສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES) ແລະ ຣາຊາບັນດິດສະພາກໍາປູເຈຍ (RAC) ຈັດຕັ້ງກອງປະຊຸມສໍາມະນາສາກົນ ພາຍໃຕ້ຫົວຂໍ້ ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ລາວ, ຫວຽດນາມ, ກໍາປູເຈຍ ໃນສະພາບການເສດຖະກິດດິຈິຕອນ. ນີ້ເປັນກອງປະຊຸມວິທະຍາສາດສາກົນປະຈໍາປີ ລະຫວ່າງ VASS, LASES ແລະ RAC ໂດຍການຜັດປ່ຽນກັນເປັນເຈົ້າພາບຈັດຢູ່ 3 ປະເທດ ຫວຽດນາມ, ລາວ ແລະ ກໍາປູເຈຍ.

ເຂົ້າຮ່ວມກອງປະຊຸມສໍາມະນາ ມີຜູ້ແທນຈໍາານວນ 100 ທ່ານ ເຊິ່ງມາຈາກບັນດາສະຖາບັນຂອງ 3 ປະເທດ: ຫວຽດນາມ, ລາວ, ກໍາປູເຈຍ. ໂດຍການປະສານສົມທົບຈັດກອງປະຊຸມສໍາມະນາມີ: ທ່ານ ປອ. ຟ່ານ ຈີ ຫຽວ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ; ທ່ານ ປອ. ສອນທະນູ ທໍາມະວົງ, ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ທ່ານ ບັນດິດ ສົກໂຕ້ຍ, ປະທານຣາຊາບັນດິດສະພາກໍາປູເຈຍ; ທ່ານ ຮສ.ປອ. ເຢື່ອງ ແອ່ງ ດຶກ, ຮອງປະທານຄະນະກໍາມະການປະຊາຊົນ ນະຄອນໂຮ່ຈີມິນ. ນອກນີ້, ຍັງມີບັນດາຊ່ຽວຊານ, ນັກວິທະຍາສາດ, ນັກບໍລິຫານ-ຄຸ້ມຄອງ ເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້.

ກອງປະຊຸມສໍາມະນາ ສຸມໃສ່ 3 ບັນຫາສໍາຄັນຄື: ໜຶ່ງ: ທ່າອ່ຽງການພັດທະນາເສດຖະກິດດິຈິຕອນ ແລະ ບົດຮຽນການນໍາໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການພັດທະນາການຄ້າ, ການລົງທຶນ ຢູ່ຫວຽດນາມ, ລາວ, ກໍາປູເຈຍ; ສອງ: ໂອກາດ ແລະ ສິ່ງທ້າທາຍ ຈາກຂະບວນການຫັນເປັນດິຈິຕອນ ໃນການຊຸກຍູ້ການຮ່ວມມືການຄ້າ, ການລົງທຶນ ລະຫວ່າງ 3 ປະເທດ; ສາມ: ວິທີການແກ້ໄຂໃນການຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ລະຫວ່າງ ຫວຽດນາມ-ລາວ-ກໍາປູເຈຍ ໃນພື້ນຖານເສດຖະກິດດິຈິຕອນ.

ບົດສໍາມະນາ ແລະ ການສົນທະນາໃນກອງປະຊຸມສໍາມະນາ ຊີ້ໃຫ້ເຫັນທ່າອ່ຽງສໍາຄັນຂອງການຮ່ວມມືດ້ານການຄ້າ, ການລົງທຶນຂອງໂລກ ແລະ ພາກພື້ນ ຕໍ່ກັບຜົນກະທົບຂອງການປະຕິວັດອຸດສາຫະກໍາຄັ້ງທີ 4 (4.0) ແລະ ການພັດທະນາຢ່າງເຂັ້ມແຂງຂອງເຕັກໂນໂລຊີເຕັກນິກດິຈິຕອນ. ເສດຖະກິດດິຈິຕອນ ກໍາລັງກາຍເປັນຈຸດພິເສດ ແລະ ທ່າອ່ຽງການພັດທະນາເສດຖະກິດ, ເຕັກໂນໂລຊີສໍາຄັນທີ່ສຸດໃນປັດຈຸບັນ. ເສດຖະກິດດິຈິຕອນ ກໍາລັງຖືເປັນໜຶ່ງໃນບັນດາກໍາລັງການເຕີບໂຕທີ່ສໍາຄັນທີ່ສຸດຂອງແຕ່ລະປະເທດໃນຊຸມປີທີ່ຈະມາເຖິງ.ໃນການຊຸກຍູ້ເສດຖະກິດດິຈິຕອນ ລັດຖະບານແຕ່ລະປະເທດຖືເປັນໜຶ່ງໃນບັນດາໜ້າທີ່ຈຸດສຸມແນ່ໃສ່ຍູ້ແຮງການປັບປຸງໂຄງສ້າງພື້ນຖານເສດຖະກິດ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ຍົກສູງຄຸນນະພາບການເຕີບໂຕ, ເຮັດໃຫ້ແຕ່ລະປະເທດຫຼຸດພົ້ນອອກຈາກສະພາບການມີລາຍຮັບປານກາງ ແລະ ກ້າວໄປເຖິງເປົ້າໝາຍກາຍເປັນປະເທດອຸດສາຫະກໍາພັດທະນາ. ທ່າອ່ຽງທີ່ກ່າວມາຂ້າງເທິງຈະເປີດໂອກາດ ແຕ່ໃນຂະນະດຽວກັນກໍຈະເກີດມີສິ່ງທ້າທາຍໃນຂະບວນການພັດທະນາ, ເປີດກວ້າງການຮ່ວມມືການລົງທຶນ, ການຄ້າ ໃຫ້ແກ່ແຕ່ລະປະເທດໃນນັ້ນມີ ຫວຽດນາມ, ລາວ ແລະ ກໍາປູເຈຍ. ບົດສໍາມະນາປະກອບສ່ວນຊີ້ໃຫ້ເຫັນສະພາບຕົວຈິງໃນການຮ່ວມມືການຄ້າ ແລະ ການລົງທຶນ ລະຫວ່າງ 3 ປະເທດ ໃນສະພາບການເສດຖະກິດດິຈິຕອນໃນປັດຈຸບັນ. 

ທ່າແຮງບົ່ມຊ້ອນໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມກັບລາວ, ກໍາປູເຈຍ ມີຢ່າງຫຼວງຫຼາຍ, ແຕ່ໝາກຜົນທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາຍັງບໍ່ທັນສົມກັບທ່າແຮງບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະຝ່າຍທີ່ມີຢູ່. ເພື່ອຊຸກຍູ້ການພັດທະນາເສດຖະກິດດິຈິຕອນໃນໄລຍະຕໍ່ໜ້າ, ຫວຽດນາມ, ລາວ, ກໍາປູເຈຍ ຈໍາເປັນຕ້ອງໄດ້ມີການສ້າງເງື່ອນໄຂ ແລະ ສະພາບແວດລ້ອມ ດ້ານລະບອບລະບຽບ, ນິຕິກໍາ ຕອບສະໜອງຄວາມຕ້ອງການຂອງຍຸກແຫ່ງການເຊື່ອມໂຍງສາກົນໃນເງື່ອນໄຂເສດຖະກິດດິຈິຕອນ. ສຸມໃສ່ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ໂປຣແກຣມຊັອບແວ ໃນການຫັນເປັນດິຈິຕອນ ແລະ ການພັດທະນາພື້ນຖານເສດຖະກິດດິຈິຕອນແຫ່ງຊາດ. ພ້ອມກັນນັ້ນ, ແຕ່ລະປະເທດຈໍາເປັນຕ້ອງມີການຍົກສູງຄວາມສາມາດ ແລະ ກໍາລັງແຮງການແຂ່ງຂັນຂອງວິສາຫະກິດ, ໂຄສະນາເຜີຍແຜ່,  ສຸມໃສ່ການບໍາລຸງ, ກໍ່ສ້າງຖັນແຖວນັກທຸລະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງເສດຖະກິດດິຈິຕອນ ແລະ ທ່າອ່ຽງຂອງການປະຕິວັດອຸດສາຫະກໍາ 4.0, ກໍຄືການປັບຕົວການເຊື່ອມໂຍງເຂົ້າໃນຕະຫຼາດໂລກໃນຍຸກສະໄໝ. ແຕ່ລະປະເທດກໍຍັງຈໍາເປັນຕ້ອງສົ່ງເສີມ, ສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ສະໜັບສະໜູນ ວິສາຫະກິດຜູ້ປະກອບການ, ປ່ຽນແປງໃໝ່ການປະດິດສ້າງ, ປັບປຸງເຕັກນິກ, ເຕັກໂນໂລຊີການຜະລິດ, ກໍ່ສ້າງ, ບໍາລຸງ ບຸກຄະລາກອນ ແລະ ຖັນແຖວນັກທຸລະກິດ ໂດຍສະເພາະ, ລັດຖະບານ ຈໍາເປັນຕ້ອງສ້າງໂຄງສ້າງພື້ນຖານເຕັກນິກດິຈິຕອນ ເພື່ອເຮັດໃຫ້ບັນດາວິສາຫະກິດປັບຕົວ ແລະ ກໍາໄດ້ທ່າອ່ຽງ, ທ່າແຮງຂອງສັກກະລາດແຫ່ງເສດຖະກິດດິຈິຕອນ. 

ບົດຂ່າວ ແລະ ຖ່າຍພາບ: ທະນົງສອນ ສີບຸນເຮືອງ