ສະຫະພັນແມ່ຍິງ ສວສສຊ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 68 ປີ

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2023) ສະຫະພັນແມ່ຍິງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຂຶ້ນໃນວັນທີ 25 ກໍລະກົດ 2023; ຢູ່ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຫຼັກ 6). ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຄະນະປະຈໍາພັກ, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະພັກ-ຄະນະນຳ ສວສສຊ, ບັນດາຄະນະນໍາຂອງຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ, ຜູ້ຕາງໜ້າອົງການຈັດ ຕັ້ງກໍາມະບານ, ຊາວໝຸ່ມ, ສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມທັງໝົດ 94 ທ່ານ.

ໃນພິທີ, ທ່ານ ນ. ອໍາທິລໍ ລັດຖະຍອດ, ປະທານ ສະຫະພັນແມ່ຍິງ ສວສສຊ ໄດ້ເລົ່າມູນເຊື້ອປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວໃນໄລຍະຜ່ານມາ ເພື່ອຫວນຄືນມູນເຊື້ອ ພາລະກໍາປະຫວັດສາດ ແລະ ບົດບາດຂອງເອື້ອຍນ້ອງແມ່ຍິງລາວໃນການປະກອບສ່ວນຕໍ່ພາລະກິດຕໍ່ສູ້ກູ້ຊາດ ກໍຄືໃນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ນອກຈາກນີ້ ກໍຍັງໄດ້ຈັດໃຫ້ມີເວທີເສວະນາ ແລະ ແລກປ່ຽນຄໍາຄິດເຫັນພາຍໃຕ້ຫົວຂໍ້: “ບົດບາດຂອງແມ່ຍິງລາວໃນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາໃນຍຸກສະໄໝໃໝ່” ໂອກາດນີ້ ທ່ານ ປອ ນ. ອໍາໄພວັນ ຄໍາແສງສີວິໄລ ຄະນະປະຈຳພັກ, ປະທານກວດກາພັກ, ຮອງປະທານ ສວສສຊ ກໍໄດ້ໃຫ້ກຽດປະກອບຄໍາເຫັນກ່ຽວກັບສິ່ງທີ່ຄວນເອົາໃຈໃສ່ຕໍ່ໜ້າໃນການຮັກສາ ແລະ ອະນຸຮັກວັດທະນະທໍາ, ນອກນີ້ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ ກໍາມະການຄະນະພັກ, ຮອງປະທານ ສວສສຊ ກໍໄດ້ໃຫ້ກຽດປະກອບຄໍາເຫັນກ່ຽວກັບການສົ່ງເສີມພູມປັນຍາທ້ອງຖິ່ນແບບດັ້ງເດີມຂອງແມ່ຍິງລາວ.

ໃນໂອກາດນີ້ ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ອວຍພອນເອື້ອຍນ້ອງແມ່ຍິງ ພ້ອມທັງມີຄໍາເຫັນໂອ້ລົມກ່ຽວກັບການເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ໄດ້ເນັ້ນໃຫ້ຄະນະນໍາສະຫະພັນແມ່ຍິງ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກແມ່ຍິງຢ່າງກວ້າງຂວາງ ເພື່ອຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນໄລຍະທີ່ປະເທດຊາດພວມຕົກຢູ່ໃນສະພາບຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ, ສ້າງເງື່ອນໄຂ ແລະ ກາລະໂອກາດ ໃຫ້ເອື້ອຍນ້ອງແມ່ຍິງ ໄດ້ປະກອບສ່ວນໃນວຽກງານຂອງພັກ-ລັດໃຫ້ຫຼາຍຂຶ້ນກວ່າເກົ່າ, ຄຽງຄູ່ກັບການອະນຸຮັກວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງເອື້ອຍນ້ອງແມ່ຍິງລາວແລ້ວເອື້ອຍນ້ອງແມ່ຍິງທຸກຄົນກໍຕ້ອງເປັນເຈົ້າການໃນການສ້າງຄວາມເຂັ້ມແຂງໃຫ້ຕົນເອງ, ຊອກຮູ້ຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນເທື່ອລະກ້າວ.

ພ້ອມກັນນີ້ ເພື່ອເຮັດໃຫ້ພີທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປິ, ເປັນຂະບວນຟົດຟື້ນ ແລະ ມີສີສັນ ຄະນະສະຫະພັນແມ່ຍິງ ແລະ ບັນດາໜ່ວຍແມ່ຍິງ ອ້ອມຂ້າງ ສວສສຊ ຍັງໄດ້ຈັດງານວາງສະແດງສິນຄ້າ ແລະ ອາຫານ ຢູ່ທີ່ ສວສສຊ.

ບົດຂ່າວ: 

ຖ່າຍພາບ: ສິລິສິດ ໄຊສົມແພງ