ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມສູນກາງ ຄັ້ງທີ 6 ສະໄໝ XI ແລະ ການເຜີຍແຜ່ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສວສສຊ

       ວັນທີ 27 ກໍລະກົດ 2023 ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມສູນກາງ ຄັ້ງທີ 6 ສະໄໝ XI ແລະ ການເຜີຍແຜ່ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສວສສຊ ພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີບັນດາຄະນະປະຈຳພັກ, ຄະນະພັກ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ, ຕະຫຼອດຮອດສະມາຊິກພັກ, ພະນັກງານພາຍໃນ ສວສສຊ ເຂົ້າຮ່ວມ.

      ໃນກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ຈາກນັ້ນ, ທ່ານ ປອ. ກິແກ້ວ ຈັນທະບູຣີ ຄະນະປະຈຳພັກ, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ກໍໄດ້ເຜີຍແຜ່ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສວສສຊ ຮອດປີ 2025 ເຊິ່ງບັນດາເນື້ອໃນເອກະສານທີ່ກ່າວມານັ້ນ ລ້ວນແລ້ວແຕ່ມີຄວາມໝາຍສຳຄັນ ເພື່ອເຮັດໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງນໍາພາ-ຄຸ້ມຄອງ ໃນທົ່ວ ສວສສຊ ມີຄວາມຮັບຮູ້ຄວາມເຂົ້າໃຈ, ກຳແໜ້ນເຊື່ອມຊຶມ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ສຳຄັນຂອງມະຕິຄົບຄະນະ ຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍຄືຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຮອດປີ 2025 ຂອງ ສວສສຊ ບົນພື້ນຖານນັ້ນ ເພື່ອຫັນມະຕິ ແລະ ຍຸດທະສາດດັ່ງກ່າວ ມາເປັນທິດທາງ, ວຽກງານ ແລະ ແຜນປະຕິບັດງານລະອຽດຂອງຕົນ ແລະ ສືບຕໍ່ຜັນຂະຫຍາຍໝາກຜົນເບື້ອງຕົ້ນ ຂອງກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະບໍລິຫານງານພັກ ສວສສຊ.

ບົດຂ່າວ: ພູຄຽງ ໄຊສິລິ

ຖ່າຍພາບ: ແກ້ວວິວັນ ສີວິໄລ