ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ ສສ ຫວຽດນາມ

ໃນວັນທີ 29 ມີຖຸນາ 2023 ທີ່ຜ່ານມານີ້ ຄະນະນຳຜູ້ແທນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສາກົນ ພາຍໃຕ້ຫົວຂໍ້ ການລະດົມ ແລະ ນຳໃຊ້ທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນຮັບປະກັນການພັດທະນາຢູ່ລາວ ແລະ ຫວຽດນາມ ທີ່ ແຂວງລາວກາຍ  ສສ. ຫວຽດນາມ ໂດຍການນໍາພາຂອງ ທ່ານ ປອ. ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ; ພ້ອມດ້ວຍຄະນະຈໍາ ນວນ 15 ທ່ານ.

 ກອງປະຊຸມນັກສໍາມະນາກອນໄດ້ຜັດປ່ຽນກັນຂຶ້ນນຳສະເໜີບົດມີທັງໝົດ 40 ຫົວຂໍ້ ແລະ ໄດ້ແບ່ງເປັນ 3 ວາລະຄື: ວາລະທີ 1: ທຶນສໍາລັບການພັດທະນາຢູ່ລາວ ແລະ ຫວຽດນາມ, ວາລະທີ 2: ເຕັກໂນໂລຊີຕໍ່ກັບການພັດທະນາຢູ່ລາວ-ຫວຽດນາມ ແລະ ວາລະທີ 3 ສົນທະນາໂຕະມົນ ບົດຮຽນຂອງສາກົນ ແລະ ວິທີການແກ້ໄຂຊຸກຍູ້ການລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີໃນ ການພັດທະນາ, ທັງ 3 ວາລະບັນດານັກວິທະຍາສາດ 4 ຝ່າຍທີ່ມາຈາກສະຖາບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ໄດ້ລາຍງານບົດ, ປຶກສາຫາລື, ວິເຄາະ, ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນກ່ຽວກັບການລະດົມ, ນຳໃຊ້ທຶນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາປະເທດຊາດ ແມ່ນຄວາມ ຮຽກຮ້ອງຕ້ອງການແຫ່ງການພັດທະນາໃນຍຸກສະໄໝໃໝ່ເວົ້າລວມ, ຢູ່ ສປປ ລາວ ເວົ້າສະເພາະ. ໃນການ “ສ້າງການຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງໃນການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ”; ດ້ວຍການ ປັບປຸງໂຄງປະກອບການລົງທຶນ, ສຸມໃສ່ບັນດາໂຄງການພັດທະນາດ້ານພື້ນຖານໂຄງລ່າງ ທີ່ມີປະສິດທິຜົນອັນແທ້ຈິງຕາມບໍລິເວນເຂດ ແຄວ້ນ, ໂດຍສະເພາະໂຄງການທີ່ຈຳເປັນ, ເປັນໄມ້ງັດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ລວມທັງການລົງທຶນພັດທະນາພື້ນຖານໂຄງລ່າງ-ວັດຖຸເຕັກນິກ ອັນຈຳເປັນໃນເຂດຈຸດສຸມຜະລິດສິນຄ້າ. ລັດໄດ້ມີນະໂຍ ບາຍສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ແລະ ຜູ້ປະກອບການຈາກພາຍໃນ ແລະ ຕ່າງປະເທດຂະຫຍາຍບັນດາກິດຈະການລົງທຶນ ໃນທຸກຂົງເຂດ ແລະ ທຸກລະດັບ.

ກອງປະຊຸມໄດ້ຍົກໃຫ້ເຫັນບັນຫາສໍາຄັນ ໃນການນຳໃຊ້ທຶນເຂົ້າໃນການພັດທະນານັ້ນໂດຍການ “ສົ່ງເສີມການຄົ້ນຄວ້າ ແລະ ນຳໃຊ້ຜົນສຳເລັດການຄົ້ນຄວ້າວິທະຍາສາດເຕັກໂນໂລຊີເຕັກນິກວິຊາການນະວັດຕະກຳໃໝ່ ແລະ ພູມປັນຍາເຂົ້າໃນການຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ”. ດ້ວຍການຮັບຮູ້ແຈ້ງວ່າ: ເຕັກໂນໂລຊີ ແມ່ນຂະບວນການຫັນປ່ຽນຊັບພະຍາກອນໃຫ້ກາຍເປັນ ຜະລິດຕະພັນ ເພື່ອຮັບໃຊ້ສັງຄົມດ້ວຍການນຳໃຊ້ລະບົບເຄື່ອງມືພະລັງງານພາຫະນະວິທີການ ແລະ ກຳມະວິທີການຜະລິດສະ ເພາະ. ປະເທດໃດບໍ່ສາມາດປັບໂຕທັນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາຢ່າງມີປະສິດທິຜົນ ແມ່ນບໍ່ສາມາດຕາມທັນຍຸກ ສະໄໝໄດ້. ບົນຈິດໃຈດັ່ງກ່າວການລະດົມນຳໃຊ້ທຶນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ ສປປ ລາວ ແມ່ນໄດ້ຮັບການ ຈັດຕັ້ງຜັນຂະຫຍາຍມີຜົນສຳເລັດໃນຫຼາຍດ້ານການລະດົມ ແລະ ນຳໃຊ້ທຶນຈາກການລົງທຶນຂອງລັດການລົງທຶນຂອງເອກະຊົນ ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA).

ໃນການຮ່ວມມືດ້ານການລົງທຶນລະຫວ່າງລາວ ແລະ ຫວຽດນາມແມ່ນໄດ້ຮັບການເສີມຂະຫຍາຍ ແລະ ໄດ້ຮັບໝາກຜົນທີ່ພົ້ນ ເດັ່ນແບບກ້າວກະໂດດນັບແຕ່ປີ 1989 ເຖິງປີ 2021 ສອງປະເທດໄດ້ມີການລົງທຶນຮ່ວມກັນທັງໝົດ 410 ໂຄງການມູນຄ່າການ ລົງທຶນ 4,1 ຕື້ໂດລາສະຫະລັດ ເຊິ່ງຈັດຢູ່ໃນອັນດັບທີ 3  ໃນຈໍານວນ 54 ປະເທດ ແລະ ເຂດແຄວ້ນທີ່ມີການລົງທຶນຢູ່ ສປປ ລາວ, ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

ບົດຂ່າວ ແລະ ຖ່າຍພາບ: ດວງໃຈ ໂລວັນ