ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

ກອງ​ປະ​ຊຸມ​​ໃຫຍ່ສະ​ມາ​ຊິກ​ພັກ ຄັ້ງ​ທີ I ອົງ​ຄະ​ນະ​ພັກ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາ​ງ​ການໃນ​, ​ວັນ​ທີ 28 ເມສາ 2022 ແລະ ດຳ​ເນີນ​ເປັນ​ເວ​ລາ 1 ວັນ, ຈັດຂຶ້ນຢູ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການສູນກາງພັກ; ໂດຍການເປັນປະທານ ຂອງ ສະຫາຍ ປອ. ສອນທະນູ ທໍາມະວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ

ກອງ​ປະ​ຊຸມ​ໃຫຍ່​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ຕ້ອນ​ຮັບ​ ສະ​ຫາຍ ປອ. ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທີ່​ໄດ້​ເຂົ້າ​ຮ່ວມ​ເປັນ​ກຽດໃຫ້​ແກ່ກອງ​ປະ​ຊຸມໃນ​ຄັ້ງ​ນີ້; ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ສວສສຊ ປະກອບມີສະມາຊິກພັກສົມບູນ 121 ສະຫາຍ, ສະມາຊິກພັກສໍາຮອງ 20 ສະຫາຍ ແລະ ແຂກຖືກເຊີນອ້ອມຂ້າງສູນກາງພັກຈຳນວນນຶ່ງ ທີ່​ເປັນ​ຕົວ​ແທນຈາກ​ຄະ​ນະ​ພັກ​ຕ່າງໆ​ ອ້ອມ​ຂ້າງ​​ເປັນ​ຕົ້ນ: ຄະ​ນະ​ພັກ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຄະ​ນະ​ພັກ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຄະ​ນະ​ພັກ​ຫ້ອງວ່າ​ການ​ສູນ​ກາງ​ພັກ, ຄະ​ນະ​ພັກ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ, ຄະ​ນະ​ພັກ​ສະ​ຖາ​ບັນ​ການ​ເມືອງ-ການ​ປົກ​ຄອງ​ແຫ່ງ​ຊາດ.

ກອງ​ປະ​ຊຸມ​​ໃຫຍ່ ໄດ້​ດຳ​ເນີນ​ໄປ​ພາຍ​ໃຕ້​ບັນ​ຍາ​ກາດ​ແຫ່ງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ໃນ​ການ​ຄົ້ນ​ຄວ້າ​ບັນ​ຫາ​ສຳ​ຄັນ​​ທີ່ກອງ​ປະ​ຊຸມ​ໄດ້​ຍົກ​ຂຶ້ນດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ

ໃນວາລະກອງປະຊຸມ ມີການປະ​ກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງບົດ​ລາຍ​ງານ​ການ​ເມືອງ, ແຜນ​ພັດ​ທະ​ນາການ​ຄົ້ນ​ຄວ້າ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ​ ແລະ ສັງ​ຄົມແຫ່ງ​ຊາດ, ທິດ​ທາງ​ຄາດ​ໝາຍ​ສູ້​ຊົນ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ, ພະ​ນັກ​ງານ ແລະ  ບົດ​ສຳຫຼວດການ​ນຳ​ພາ​ລວມ​ຂອງ​ຄະ​ນະ​ພັກ​ຊຸດ​ເກົ່າ, ຊຶ່ງ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອົງ​ຄະ​ນະ​ພັກ​ຊຸດ​ຜ່ານ​ມາ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ​ ຍາດ​ໄດ້​ຜົນ​ງານ​ເບື້ອງ​ຕົ້ນ​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ ເປັນ​ຕົ້ນ​ແມ່ນ: ກົງ​ຈັກ​ການ​ຈັດ​ຕັ້ງ ພ້ອມ​ດ້ວຍ​ກົນ​ໄກ, ລະ​ບອບ​-ລະ​ບຽບ​ໃນ​ການ​ຈັດ​ຕັ້ງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ ໄດ້​ຮັບ​ການ​ປັບ​ປຸງ​ເຂົ້​າ​ສູ່​ແບບ​ແຜນ​ເທື່ອ​ລະ​ກ້າວ; ໂຄງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ວາງ​ອອກ​ສ່ວນ​ຫຼາຍ​ໄດ້ສຳ​ເລັດ​ຕາມ​ຄາດ​ໝາຍ, ຄຸນ​ນະ​ພາບ​ຂອງ​ການ​ຄົ້ນ​ຄວ້າ​ກໍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຄົ້ນ​ຄວ້າ​ທິດ​ສະ​ດີ, ວິ​ທະ​ຍາ​ສາດ​ຍັງ​ຈຳ​ກັດ​ບາງ​ດ້ານ, ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ຂອງ​ສູນ​ກາງ​ພັກ ແລະ ລັດ​ຖະ​ບານ ກໍ​ຄື​ຄວາມ​ຕ້ອງ​ການ​ຂອງ​ສັງ​ຄົມ. ຖັນ​ແຖວ​ພະ​ນັກ​ງານ, ນັກ​ຄົ້ນ​ຄວ້າ​ຍັງ​ອ່ອນ​ນ້ອຍ; ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ບາງ​ດ້ານ​ຍັງ​ບໍ່​ທັນ​ເໝາະ​ສົມ; ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານຕໍ່​ໜ້າ​ທີ່​ວຽກ​ງານຍັງ​ຕ້ອງ​ໄດ້​ປັບ​ປຸງຕື່ມ.

ກອງ​ປະ​ຊຸມ​ໄດ້ຮັບ​ຟັງ​ລາຍ​ງານ ແລະ ບົດ​ປະ​ກອບ​ຄຳ​ເຫັນ​ຈາກ​ຜູ້​ຕາງ​ໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກຂົງເຂດການຄົ້ນຄວ້າ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ຕໍ່​ບົດ​ລາຍ​ງານ​ການ​ເມືອງ, ທິດ​ທາງ​ແຜນ​ການ ແລະ ວຽກ​ງານ​ຮອບ​ດ້ານ​ຕໍ່​ກອງ​ປະ​ຊຸມ, ການ​ລາຍ​ງານ ແລະ ປະ​ກອບ​ຄຳ​ຄິດ​ເຫັນສ່ວນຫຼາຍ​ໄດ້​ລົງ​ເລິກ ​ລາຍ​ງານ​ຜົນ​ສຳ​ເລັດ​ແຫ່ງ​ການ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ X ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງ​ພັກຄັ້ງທີ XI ເຂົ້າ​ໃນ​ຂົງ​ເຂດການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ອັນ​ໄດ້​ເຮັດ​​​ໃຫ້ກອງ​ປະ​ຊຸມ​​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ຂຶ້ນ.

ຜູ້​ແທນກອງ​ປະ​ຊຸມ​ ໄດ້​ພ້ອມ​ກັນໃຊ້​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນ​ປ່ອນ​ບັດ​ຄັດ​ເລືອກ​ເອົາ ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ຊຸດ​ໃໝ່ ບົນ​ພື້ນ​ຖານຫຼັກການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ ທັງ​ຖືກ​ຕ້ອງຕາມມາດຕະ​ຖານ​ເງື່ອນ​ໄຂ​ທີ່​ກຳ​ນົດ​ໄວ້ ຊຶ່ງ​ມີ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງທັງ​ໝົດ 12 ສະ​ຫາຍ ແລະ ເລືອກ​ໄດ້ 9 ສະ​ຫາຍ, ຍິງ 2 ສະ​ຫາຍ

ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ປະ​ຖົມ​ມະ​ລຶກຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ ອົງ​ຄະ​ນະສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ, ໄດ້ເປັນ​ເອ​ກະ​ສັ​ນ​ກັນເລືອກ​ເອົາ​ເລ​ຂາ, ຮອງ​ເລ​ຂາ​ຄະ​ນະ​ພັກ, ​ ປະ​ທານ ແລະ ຮອງ​ປະ​ທານກວດ​ກາພັກ​ ຄື:

1). ເລືອກຕັ້ງເອົາຄະນະປະຈໍາດັ່ງນີ້:

    1. ສະ​ຫາຍ ປອ. ສອນທະນູ ທໍາມະວົງ.

    2. ສະ​ຫາຍ ປອ. ກິແກ້ວ ຈັນທະບູລີ.

3. ສະຫາຍ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ

2).ເລືອກຕັ້ງເອົາເລຂາ ແລະ ຮອງເລຂາຄະນະພັກ ດັ່ງນີ້:

   1. ສະ​ຫາຍ ປອ. ສອນທະນູ ທໍາມະວົງ      ເປັນ​ເລຂາຄະນະພັກ.

   2. ສະ​ຫາຍ ປອ. ກິແກ້ວ ຈັນທະບູລີ.        ເປັນ​ຮອງເລຂາຄະນະພັກ

3). ເລືອກຕັ້ງປະທານ ແລະ ຮອງປະທານກວດກາພັກ ດັ່ງນີ້:

   1.ສະຫາຍ ປອ. ນ. ອໍາໄພວັນ ຄໍາແສງສີວິໄລເປັນປະທານກວດກາ

 2. ສະຫາຍ ເພັດໃສ ເພຍເທບ ເປັນຮອງປະທານກວດກາ

ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ຟັງການ​ໂອ້​ລົມ​ຈາກ​ສະຫາຍ ປອ. ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຊຶ່ງ​ສະ​ຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ ​ຕໍ່​ຜົນ​ງານ​ທີ່​ອົງຄະ​ນະ​ພັກ​ຊຸດ​ເກົ່າ​ຍາດ​ມາ​ໄດ້​ໃນໄລ​ຍະຜ່ານມາ, ພ້ອມ​ກັນ​ນັ້ນ ສະ​ຫາຍ​ຍັງ​ໄດ້​ຊີ້ນໍາປັບປຸງແກ້ໄຂຕໍ່ດ້ານອ່ອນ, ຂໍ້​ຄົງ​ຄ້າງ ຊຶ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ບໍ​ລິ​ຫານ​ງານ​ພັກຊຸດ​ໃໝ່ຈະ​ຕ້ອງ​ໄດ້​ສືບ​ຕໍ່​ປັບ​ປຸງ, ແກ້​ໄຂຢ່າງຕໍ່ເນື່ອງ ເຊິ່ງໃນຊຸມປີຕໍ່ໜ້ານີ້ ສະພາບການຂອງໂລກ ແລະ ພາກພື້ນ ຍັງຈະ​ຜັນ​ແປ​ຢ່າງສະຫຼັບຊັບຊ້ອນ, ຫຼໍ່ແຫຼມ, ຄາດຄະ​ເນໄດ້ຍາກ, ທັງສ້າງກາລະໂອກາດ ແລະ ສິ່ງທ້າທາຍບໍ່ໜ້ອຍ ເປັນຕົ້ນແມ່ນ ສົງ​ຄາມ​ລັດ​ເຊຍ-ຢູ​ເຄຼນ, ສົງຄາມການຄ້າ ລະຫວ່າງປະເທດມະຫາອຳນາດ, ບັນຫາການກໍ່ການຮ້າຍ, ສົງຄາມກາງເມືອງ, ຂໍ້ຂັດແຍ່ງດ້ານເຊື້ອຊາດເຜົ່າພັນ, ການແຂ່ງຂັນກັນ ສະສົມອາວຸດ, ບັນຫາການ​ແຜ່ລະບາດ​ພະຍາດ ​Covid-19 ຍັງຈະສົ່ງຜົນກະທົບຕໍ່ກັບພື້ນຖານເສດຖະກິດໂລກໃນໄລຍະຍາວ ແລະ ອື່ນໆ. ສະພາບການພາຍໃນປະເທດ ກໍຍັງ ມີຄວາມຫຍຸ້ງຍາກ ຫຼາຍປະການເຊັ່ນ:  ການເຕີບໂຕທາງດ້ານເສດຖະກິດຍັງບໍ່ທັນໝັ້ນທ່ຽງ, ສະພາບ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ບັນຫາໄພທຳມະຊາດ, ພະຍາດລະບາດ ຍັງຈະສືບຕໍ່ສົ່ງຜົນກະທົບ ໂດຍກົງກັບຊີວິດການເປັນຢູ່ ແລະ ຈິດໃຈຂອງປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະແມ່ນ ຕໍ່ກັບພະນັກງານ, ສະມາຊິກພັກ, ລັດຖະກອນຂອງສະຖາບັນ. ການຂະຫຍາຍຕົວ ຂອງວິທະຍາສາດ, ເຕັກໂນໂລຢີ, ການປະຕິວັດອຸດສາຫະກຳ 4.0 ໃຫ້ຖືໂອກາດສ້າງພະນັກງານ, ລັດຖະກອນນັກຄົ້ນຄວ້າ ໜຸ່ມນ້ອຍໃຫ້ມີຄຸນນະພາບ,   ພວກສະຫາຍ ພະນັກງານ,   ສະມາຊິກ​ພັກ   ​ແລ​ະ ລັດຖະກອນຂອງສະຖາບັນ ທີ່ມີມູນເຊື້ອໃນການຄົ້ນຄວ້າ, ໃຫ້ສະແຫວງຫາຄວາມຮູ້, ສືບຕໍ່ມູນເຊື້ອຄວາມສາມັກຄີອັນໜັກແໜ້ນ ຕ້ອງເປັນກໍາລັງແຮງອັນສຳຄັນໃຫ້ແກ່ການພັດທະນາ ສະຖາບັນໃນຕໍ່ໜ້າ. ຈາກນັ້ນ ສະ​ຫາຍ​ໄດ້​ໃຫ້​ທິດ​ຊີ້​ນຳ-ນຳ​ພາ​ວຽກ​ງານ​ແຕ່​ລະ​ດ້ານໃນ​ທາງ​ທີ່​ສ້າງ​ສັນ. ສະ​ຫາຍ ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄະ​ນະບໍ​ລິ​ຫານ​ງານ​ພັກ​ຊຸດໃໝ່ ທີ່​ຈະ​ສືບ​ຕໍ່​ຊີ້​ນຳ-ນຳ​ພາ ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ​​ອົງຄະ​ນະ​ພັກສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ ໃຫ້​ຍາດ​ໄດ້​ຜົນ​ງານ ແລະ ມີ​ຜົນ​ສຳ​ເລັດ​ຍິ່ງ​ໃຫຍ່ກວ່າ​ເກົ່າ.

ນອກຈາກນັ້ນກອງປະຊຸມ​ຍັງໄດ້ຮຽກຮ້ອງມາຍັງ ບັນ​ດາ​ສະ​ຫາຍ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ, ລັດ​ຖະ​ກອນ ​ທົ່ວ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ ຈົ່ງຄົ້ນ​ຄວ້າ​ເຊື່ອມ​ຊຶມ ກຳ​ແໜ້ນ​ຈິດ​ໃຈ​ເນື້ອ​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້ ເພື່ອ​ເປັນ​ແຜນ​ການ, ແຜນ​ງານ​ລະ​ອຽດ ​ແລະ ພ້ອມ​ກັນ​ເຊີດ​ຊູ​ສະ​ຕິ​ປັນ​ຍາ ແລະ ຄວາມ​ຮັບ​ຜິດ​ຊອບ, ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ ໃຫ້​ເກີດ​ໝາກ​ຜົນ​ຕົວ​ຈິງ.