ຄະນະຜູ້ແທນຂັ້ນສູງ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາສາກົນປະຈຳປີ 2022 ຢູ່ລາຊະບັນດິດສະພາກຳປູເຈຍ

ໃນລະຫວ່າງວັນທີ 19-21 ກັນຍາ 2022 ຜ່ານມານີ້ ຄະນະຜູ້ແທນ ສວສສຊ ຈໍານວນ 15 ທ່ານ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາສາກົນປະຈໍາປີ 2022 ຄັ້ງທີ 9 ທີ່ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ; ໂດຍການເປັນເຈົ້າພາບຂອງ ລາຊະບັນດິດສະພາກຳປູເຈຍ (RAC) ພາຍໄຕ້ຫົວຂໍ້: ບົດບາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຕໍ່ການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ຫວຽດນາມ ແລະ ກຳປູເຈຍ ແລະ ຫົວຂໍ້: ການຟື້ນຟູຕາມທິດສີຂຽວພາຍຫລັງການແພ່ລະບາດຂອງເຊື້ອພະຍາດ Covid-19 ( COVID-19 Green Discovery).

ເຊິ່ງການຈັດກອງປະຊຸມສໍາມະນາສາກົນ ໄດ້ມີການລິເລີ່ມມາແຕ່ປີ 2012 ເປັນຕົ້ນມາ ແລະ ມີຕາງໜ້າຈາກ 4 ສະຖາບັນວິທະຍາສາດ ຂອງ 4 ປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຝ່າຍລາວນໍາພາຄະນະໂດຍ ທ່ານ ປອ. ສອນທະນູ ທໍາມະວົງ, ປະທານ ສວສສຊ (LASES); ຝ່າຍຫວຽດນາມນໍາພາຄະນະໂດຍ ທ່ານ ຮສ. ປອ. ບູ່ຍ ເຍິດ ກວ່າງ ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS); ຝ່າຍເກົາຫຼີ ນໍາພາຄະນະໂດຍ ທ່ານ ຈາງຮູນລີ (Chang Hoon Lee) ປະທານສະຖາບັນສິ່ງແວດລ້ອມ (KEI) ແລະ ຝາຍກຳປູເຈຍ ນໍາໂດຍທ່ານ ສົກໂຕ້ຍ ປະທານລາຊະບັນດິດສະພາກໍາປູເຈຍ (RAC) ພ້ອມດ້ວຍບັນດາເເຂກຖືກເຊີນ, ນັກຄົ້ນຄວ້າ, ນັກວິທະຍາກອນ, ນັກສໍາມະນາກອນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ຈຸດປະສົງກອງປະຊຸມເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຄົ້ນຄວ້າ, ການພັດທະນາເສດຖະກິດ-ສັງຄົມ ເຊິ່ງກັນ ແລະ ກັນ.

ໃນວັນທີ 19 ກັນຍາ 2022 ທີ່ຫ້ອງຮັບແຂກລາຊະບັນດິດສະພາກໍາປູເຈຍ ໄດ້ມີການພົບປະ 2 ຝ່າຍລະຫວ່າງ ສວສສຊ (LASES) ແລະ ລາຊະບັນດິດສະພາກໍາປູເຈຍ (RAC) ມີການປຶກສາຫາລືໃນການຮ່ວມມືວຽກງານຄົ້ນຄວ້າຂອງສອງສະຖາບັນ ເຊິ່ງໄດ້ຕົກລົງ 5 ຂໍ້ສໍາຄັນດັ່ງນີ້:

 

    1. ແລກປ່ຽນປະສົບການຄົ້ນຄວ້າ ລະຫວ່າງ 2 ສະຖາບັນ.

    1. ແລກປ່ຽນການຄົ້ນຄວ້າໃນຂະແໜງວັດທະນະທໍາລະຫວ່າງ 2 ປະເທດ.

    1. ດໍາເນີນການຄົ້ນຄວ້າຮ່ວມກັນໂດຍສະເພາະຫົວຂໍ້ທີ່ສອງຝ່າຍໃຫ້ຄວາມສົນໃຈ.

    1. ຈັດທຳ ແລະ ພັດທະນາວັດຈະນານຸກົມພາສາລາວ-ພາສາກໍາປູເຈຍ.

    1. ພັດທະນາສູນການຮຽນຮູ້ພາສາລາວ-ກໍາປູເຈຍ ໃນປະເທດລາວ ແລະ ປະເທດກໍາປູເຈຍ.

ວັນທີ 20 ກັນຍາ 2022 ກອງປະຊຸມສໍາມະນາສາກົນໄດ້ເປີດຂຶ້ນຢ່າງເປັນທາງການ ມີນັກຄົ້ນຄວ້າຈາກ 3 ຝ່າຍ ຜັດປ່ຽນກັນຂຶ້ນນໍາສະເໜີບົດທີ່ມີຫົວຂໍ້ກ່ຽວພັນກັບ “ບົດບາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການພັດທະນາເສດຖະກິດ-ສັງຄົມຢູ່ 3 ປະເທດ” ແລະ ໄດ້ມີການພົບປະ 3 ຝ່າຍ: ລາວ-ກໍາປູເຈຍ- ຫວຽດນາມ ເພື່ອປຶກສາຫາລືໃນການກຳນົດຫົວຂໍ້ທີ່ຈະຄົ້ນຄວ້າຮ່ວມກັນໃນປີ 2023 ແລະ ບັນຫາອື່ນໆ ທີ່ຕິດພັນກັບວຽກງານຄົ້ນຄວ້າ ເຊິ່ງໄດ້ຕົກລົງເປັນເອກະພາບດັ່ງນີ້:

 

    1. ຫົວຂໍ້ທີ່ສະເໜີ: ການຄ້າ ແລະ ການລົງທຶນຂອງ VCL ໃນເສດຖະກິດດິຈິຕັອນ.

    1. ຮັບເປັນເຈົ້າພາບຄັ້ງຕໍ່ໄປ ສສ. ຫວຽດນາມ ຈັດຂຶ້ນທີ່ນະຄອນຫຼວງໂຮຈິມິງ.

    1. ຈັດຂຶ້ນໃນເດືອນກັນຍາ ຫຼື ຕຸລາປີ 2023

    1. ສຳຫຼັບລາຍລະອຽດ ສສ. ຫວຽດນາມຈະເປັນຝ່າຍກໍານົດ ແລະ ແຈ້ງຄືນພາຍຫຼັງ.

ໃນວັນທີ 21 ກັນຍາ 2022 ໄດ້ສືບຕໍ່ສຳມະນາ ຫົວຂໍ້: “ການຟື້ນຟູຕາມທິດສີຂຽວພາຍຫລັງການແພ່ລະບາດຂອງເຊື້ອພະຍາດ Covid-19”  ແລະ ຄະນະນໍາທັງ 4 ສະຖາບັນໄດ້ລົງນາມເຊັນສັນຍາ MOU ໃນການຮ່ວມມືການຄົ້ນຄວ້າຮ່ວມກັນໃນປີ 2023 ເຊິ່ງຈະໄດ້ຈັດ ຢູ່ ສສ ຫວຽດນາມ (ນະຄອນໂຮ່ຈິມິງ) ພາຍໄຕ້ຫົວຂໍ້: ການພັດທະນາຕົວເມືອງສະອາດ ໂດຍການເປັນເຈົ້າພາບຂອງ VASS.

ໃນຕອນທ້າຍກອງປະຊຸມ ທ່ານ ປອ. ສອນທະນູ ທໍາມະວົງ ໄດ້ຂຶ້ນມີຄໍາເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ກ່າວສະແດງຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສວສສຊ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຂໍສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ລາຊະບັນດິດສະພາກໍາປູເຈຍ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ທ່ານຍັັງໄດ້ກ່າວອີກວ່າ ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ, ສະນັ້ນ, ລັດຖະບານລາວ ຈິ່ງໄດ້ວາງນະໂຍບາຍການຟື້ນຟູພື້ນຖານເສດຖະກິດ-ສັງຄົມ ແລະ ສິງແວດລ້ອມພາຍຫຼັງໂຄວິດ-19 ຢ່າງເປັນຮູບປະທຳ. ເຖິງຢ່າງໄດ້ກໍ່ຕາມ ເນື່ອງຈາກວ່າຫຼາຍປະເທດກໍ່ຍັງຂາດບົດຮຽນ ແລະ ປະສົບການ ຮວມທັງ ສປປ ລາວ  ຈຶ່ງເຫັນວ່າ ບັນດາຫົົວຂໍ້ທີ່ນໍາສະເໜີຢູ່ກອງປະຊຸມໃນຄັ້ງນີ້ ຍັງມີສິ່ງທ້າທາຍຫຼາຍປະການ ບາງວິທີແກ້ໄຂ ທີ່ແທດເໝາະກັບສະພາບການໃນແຕ່ລະປະເທດ ກໍ່ສາມາດນໍາໄປໝູນໃຊ້ໃຫ້ເກີດປະໂຫຍດໄດ້ ການຈັດກອງປະຊຸມສໍາມະນາສາກົນ ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດໃນການພັດທະນາວຽກງານວິທະຍາສາດເສດຖະກິດສັງຄົມ; ກອງປະຊຸມໄດ້ກ່າວປິດໃນເວລາ 5:00 ໂມງ. 

ພາບ ແລະ ບົດຂ່າວ: ພວງເພັດ ຈັນທະລີວົງ