ຜົນສໍາເລັດຂອງກອງປະຊຸມສຳມະນາວິທະຍາສາດ ປະຈຳປີ 2026

IMG_9268

        ກອງປະຊຸມສຳມະນາວິທະຍາສາດ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ເພີ່ມຄວາມເຂັ້ມແຂງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ເພື່ອຮັບປະກັນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແບບໂລ່ງລ່ຽນ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃຕ້ສະຖານະການໂລກໃໝ່” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 3 ກໍລະກົດ 2026 ທີ່ໂຮງແຮມ ດັບເບີ້ນທຣີ ບາຍ ຮິວຕັນ ວຽງຈັນ, ພາຍຫຼັງດຳເນີນມາເປັນເວລາ 2 ວັນເຕັມ ພາຍໃຕ້ການສະໜັບສະໜູນຫຼັກຂອງສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA). ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງຍຸດຕິທຳ; ມີທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ທ່ານ ປອ. ລີເບີ ລີບົວປາວ, ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຕານຸທູດ, ຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສະມາຊິກສະພາແຫ່ງຊາດ, ສະພາທ້ອງຖິ່ນ, ນັກຄົ້ນຄວ້າ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.

IMG_9298
IMG_0154

        ກອງປະຊຸມໄດ້ຮັບຟັງການບັນຍາຍພິເສດ (Keynote Speaking) ຈາກບັນດາເອກອັກຄະລັດຖະທູດ, ຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ລາຊະອານາຈັກອັງກິດ, ອົດສະຕຣາລີ, ກອງທຶນອະນຸຮັກທໍາມະຊາດໂລກ (WWF-Laos), ອົງການ CCFD ຈາກ Asia Countries Desk, ອົງການ SDC ປະຈຳເຂດ Mekong Countries ແລະ ມູນນິທິ ອາຊີ (The Asia Foundation) ປະຈຳລາວ ເພື່ອແລກປ່ຽນທັດສະນະ ແລະ ປະສົບການໃນລະດັບພາກພື້ນ ແລະ ສາກົນ  ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືສາກົນ ແລະ ຂໍ້ສະເໜີແນະໃນການປັບຕົວເຂົ້າກັບສະພາບການໂລກໃໝ່ ເພື່ອຊຸກຍູ້ໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ.

        ປອ. ລີເບີ ລີບົວປາວ ໄດ້ກ່າວວ່າ: ຜົນສຳເລັດຂອງກອງປະຊຸມສຳມະນາວິທະຍາສາດ ປະຈຳປີ 2026 ຄັ້ງນີ້ມີຄວາມໝາຍສໍາຄັນຢ່າງຍິ່ງ ໂດຍສະເພາະຜົນການຄົ້ນຄວ້າທີ່ພົ້ນເດັ່ນທັງໝົດ 18 ບົດ ທີ່ໄດ້ນໍາສະເໜີ ພາຍໃຕ້ 4 ວາລະສຳຄັນ ເຊິ່ງກວມເອົາທັງກາລະໂອກາດ ແລະ ສິ່ງທ້າທາຍຈາກສະພາບການປ່ຽນແປງຂອງໂລກ ເປັນຕົ້ນທ່າອ່ຽງພູມສາດການເມືອງໂລກ, ການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດ, ການປ່ຽນແປງພູມອາກາດ ແລະ ການຂະຫຍາຍ ຕົວຂອງເຕັກໂນໂລຊີປັນຍາປະດິດ (AI). ຜົນການສຶກສາໄດ້ຊີ້ໃຫ້ເຫັນວ່າ: ຄວາມຂັດແຍ່ງທາງພູມສາດການເມືອງໂລກ, ສົງຄາມການຄ້າ ແລະ ຄວາມບໍ່ສະຫງົບໃນທົ່ວໂລກ ສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດໂລກຂະຫຍາຍຫຼຸດລົງ ແລະ ກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດຂອງ ສປປ ລາວ ບໍ່ເກີນ 5% ໃນປີ 2026; ການຫັນປ່ຽນໄປສູ່ການນໍາໃຊ້ພະລັງງານສະອາດ ແລະ ສ້າງຄວາມໝັ້ນຄົງທາງດ້ານພະລັງງານພາຍໃນປະເທດ ແມ່ນທາງເລືອກທີ່ຍືນຍົງ ເພື່ອຫຼຸດຜ່ອນຜົນກະທົບຈາກລາຄານ້ຳມັນໂລກ; ຄວາມຕ້ອງການແຮງງານພາຍໃນນັບມື້ເພີ່ມຂຶ້ນ ແຕ່ແຮງງານພັດເຄື່ອນຍ້າຍອອກໄປເຮັດວຽກຕ່າງປະເທດເທດເພີ່ມຂຶ້ີນ ກະທົບຕໍ່ການປັນຜົນທາງດ້ານປະຊາກອນຂອງໄວໜຸ່ມລາວໃນໄລຍະຍາວ; ການປ່ຽນແປງພູມອາກາດຂອງອຸນຫະພູມໂລກທີ່ເພີ່ມສູງຂຶ້ນສະເລ່ຍ 0,3-1,1 ອົງສາ ຈາກການປ່ອຍທາດອາຍພິດເຮືອນແກ້ວ ເຮັດໃຫ້ລະດູການ ແລະ ປະລິມານນໍ້າຝົນປ່ຽນແປງ; ແລະ ການໝູນໃຊ້ປັນຍາປະດິດ ເພື່ອເພີ່ມສະມັດຖະພາບການອອກແຮງງານ ແລະ ສ້າງຮູບແບບທຸລະກິດໃໝ່. ນອກຈາກນັ້ນ, ຍັງຍົກໃຫ້ເຫັນສິ່ງທ້າທາຍທີ່ຕ້ອງໄດ້ວາງແຜນຮັບມື ເປັນຕົ້ນແມ່ນບັນຫາເງິນເຟີ້ສູງຈາກບັນຫາສົງຄາມ ແລະ ສະພາບເສດຖະກິດໂລກຂະຫຍາຍຕົວຫຼຸດລົງ, ການຂາດເຂີນແຮງງານທີ່ມີທັກສະພາຍໃນປະເທດ, ໄພຂົ່ມຂູ່ຈາກອາດຊະຍາກຳທາງຄອມພິວເຕີ ແລະ ຜົນກະທົບຈາກໄພນ້ຳຖ້ວມ-ແຫ້ງແລ້ງ ທີ່ສົ່ງຜົນຕໍ່ລະບົບນິເວດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຜົນການຄົ້ນຄວ້າເຫຼົ່ານີ້ ຈະກາຍເປັນຖານຂໍ້ມູນ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍທີ່ສຳຄັນ ເພື່ອຊຸກຍູ້ໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາແບບໂລ່ງລ່ຽນ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງຢ່າງມີປະສິດທິພາບ.

IMG_9320
IMG_9365
IMG_9360

        ໃນໂອກາດນີ້, ປອ. ຄຳພັນ ພົມມະທັດ, ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກເຖິງຄວາມຈຳເປັນໃນການເສີມສ້າງລັດແຫ່ງກົດໝາຍ ແລະ ການຄຸ້ມຄອງລັດ-ສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ, ການປັບປຸງກົງ ຈັກການບໍລິຫານລັດໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ວ່ອງໄວ ໂດຍການນຳໃຊ້ເຕັກໂນໂລຊີດີຈີຕ້ອນ ແລະ ປັນຍາປະດິດ (AI) ເຂົ້າໃນທຸກຂົງເຂດວຽກງານ, ພ້ອມທັງໃຫ້ຄວາມສຳຄັນເປັນພິເສດຕໍ່ການຄຸ້ມຄອງ ແລະ ປົກປັກຮັກສາການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນສູງສຸດ. ໃນນັ້ນ, ການເສີມຂະຫຍາຍລະບອບປະຊາທິ ປະໄຕ ໂດຍການຮັບປະກັນໃຫ້ພົນລະເມືອງທຸກຊັ້ນຄົນສາມາດເຂົ້າເຖິງການບໍລິການທາງກົດໝາຍ ເພື່ອປົກປ້ອງສິດຜົນ ປະໂຫຍດອັນຊອບທຳ ແລະ ສ້າງທ່າແຮງອັນເຂັ້ມແຂງໃຫ້ແກ່ການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດຊາດຢ່າງຕໍ່ເນື່ອງ ເພື່ອເປັນພື້ນຖານໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃຫ້ໄດ້ຕາມຄາດໝາຍໃນປີ 2026 ແລະ 2030.

        ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການວາງທິດທາງແຜນການສຳລັບປີ 2027 ໂດຍເນັ້ນໃສ່ການກຳນົດຫົວຂໍ້ ແລະ ຈຸດສຸມການຄົ້ນຄວ້າວິທະຍາສາດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນຮີບດ່ວນຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຕໍ່ໜ້າ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືຮ່ວມກັບສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA), ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ເພື່ອຖອດຖອນບົດຮຽນຈາກຜົນການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ (2021-2026) ເປັນພື້ນຖານໃນການປັບປຸງຄຸນນະພາບຂອງບົດຄົ້ນຄວ້າ ແລະ ເພີ່ມທະວີການເຊື່ອມໂຍງລະຫວ່າງຜົນການວິໄຈກັບການວາງນະໂຍບາຍຕົວຈິງໃຫ້ມີປະສິດທິພາບສູງຂຶ້ນໃນປີຕໍ່ໄປ.

IMG_9380
IMG_9390
IMG_9509

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ