Month: ເດືອນກຸມພາ 2025

1

ສະຫະພັນກຳມະບານ ສວສສຊ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I

1

     ກອງປະຊຸມໃຫຍ່ສະມາຊິກກຳມະບານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ກຸມພາ 2025, ທີ່ຫ້ອງປະ ຊຸມໃຫຍ່ ຊັ້ນ 3 ຕຶກວິຊາການ ພາຍໃຕ້ການເປັນປະທານຂອງສະຫາຍ ພອນ ວິພົນຮຽນ ປະທານສະຫະພັນກຳມະບານ ສວສສຊ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສູນກາງສະຫະພັນກຳມະການລາວ; ກອງປະຊຸມຍັງໄດ້ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ກິ ແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານອົງການຈັດ ຕັ້ງມະຫາຊົນ; ພ້ອມນັນ, ຍັງມີບັນດາສະຫາຍຄະນະພັກ, ບັນດາເລຂາໜ່ວຍພັກ, ຕາງໜ້າສະຫະ ພັນແມ່ຍິງ ສວສສຊ, ຄະນະຊາວໜຸ່ມ ສວສສຊ, ສະຫະພັນກໍາມະບານອ້ອມຂ້າງຫຼັກ 6, ແຂກຖືກເຊີນຈາກສູນກາງສະຫະພັນກຳມະບານລາວ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມທັງໝົດ 150 ກວ່າສະຫາຍ.

4
5

     ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການບົດລາຍງານການເມືອງ ໂດຍ ສະຫາຍ ປອ. ບຸນສີ ພຸດທະວົງ ຮອງປະທານກໍາມະບານ ສວສສຊ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຮອບດ້ານ ທີ່ສະຫະພັນກຳມະບານ ສວສສຊ ສາມາດຍາດມາໄດ້ ໃນໄລຍະຜ່ານມາ ແລະ ວາງທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ ໂດຍສະເພາະແມ່ນການຍົກສູງຄວາມເປັນເຈົ້າການ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ການສ້າງຖັນແຖວສະມາຊິກກຳມະບານໃຫ້ເຂັ້ມແຂງ, ກ້າວໜ້າ ແລະ ປະຕິບັດຂໍ້ແຂ່ງ 5 ເປັນເຈົ້າ ຂອງສູນກາງກຳມະບານລາວໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມ ສະຫາຍ ພອນ ວິພົນຮຽນ ປະທານສະຫະພັນກຳມະບານ ສວສສຊ ໄດ້ຜ່ານບົດສໍາຫຼວດ ການນໍາພາລວມຂອງຄະນະບໍລິຫານງານສະຫະພັນກໍາມະບານ ຕະຫຼອດໄລຍະ 4 ປີຜ່ານມາ ໂດຍໄດ້ຕີລາຄາໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມນັ້ນ ຍັງໄດ້ຈັດພິທີປະດັບຫຼຽນກາໃຫ້ແກ່ ຄະນະສະຫະພັນກຳມະບານຊຸດເກົ່າ ແລະ ຄະ ນະພັກ-ຄະນະນໍາ ສວສສຊ ອີກດ້ວຍ.

     ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານສະຫະພັນກໍາມະບານ ສວສສຊ ຊຸດໃໝ່ ຈໍານວນ 9 ສະຫາຍ, ຍິງ 2 ສະຫາຍ; ກອງປະ ຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເລືອກເອົາສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ເປັນປະທານສະຫະ ພັນກໍາມະບານ ສວສສຊ; ສະຫາຍ ຄຳສຸກ ພອນໄຊສະຫວັດ ເປັນຮອງປະທານ ທັງເປັນປະທານ ກວດກາ ແລະ ສະຫາຍ ເພັດທະນູໄຊ ວົງຍະໄຊ ເປັນຮອງປະທານ

WhatsApp Image 2025-03-04 at 11.35.57_893b8bc1
WhatsApp Image 2025-03-04 at 11.36.13_9c3c66af

     ກອງປະຊຸມໃຫຍ່ດັ່ງກ່າວ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ແລະ ສະຫາຍ ເລັດ ໄຊຍະພອນ ເຊິ່ງໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສໍາເລັດ, ຜົນງານຂອງຄະນະບໍລິຫານງານກຳມະບານ ສວສສຊ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານກຳມະບານ ສວສສຊ ຊຸດໃໝ່ ໄດ້ນຳໄປຄົ້ນຄວ້າ ແລະ ຜັນຂະຫຍາຍ ເຂົ້າໃນການນຳພາ-ຊີ້ນຳວຽກງານກຳມະບານ ຂອງສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໃນຕໍ່ໜ້າ ໃຫ້ມີຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.

7

ຂຽນຂ່າວ ແລະ ຖ່າຍພາບ: ຄະນະຂ່າວສານ ສຂຝ

IMG_1455-768x512.jpg

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ຄັ້ງທີ I

IMG_1455

     ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 3 (ຕຶກວິຊາການ) ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ກຽງຄຳ ກັນຫາວົງ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ. ກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ທອງລີ ສີສຸລິດ ຄະນະພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ;  ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ທັງເປັນຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ. ມີບັນດາສະຫາຍຄະນະພັກ, ເລຂາໜ່ວຍພັກ, ຕາງໜ້າສະຫະພັນກຳມະບານ ສວສສຊ, ສະຫະພັນແມ່ຍິງ ສວສສຊ, ຕາງໜ້າຄະນະຊາວໜຸ່ມຈາກບັນດາອົງການອ້ອມຂ້າງຫຼັກ 6, ບັນດາສະມາຊິກຊາວໜຸ່ມພາຍໃນ ສວສສຊ ແລະ ແຂກທີ່ມີກຽດຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມທັງໝົດ 119 ກວ່າສະຫາຍ.

     ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານເອກະສານລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາ ພ້ອມກັນພິຈາລະນາ ແລະ ປະກອບຄໍາເຫັນຕໍ່ເອກະສານດັ່ງກ່າວ ທີ່ໄດ້ຢັ້ງຢືນໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງແຫ່ງການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ວິຊາສະເພາະວຽກງານວິຊາສະເພາະຂອງຕົນ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 4 ບຸກຂອງຊາວໜຸ່ມຢ່າງເປັນຂະບວນການຟົດຟື້ນ. ໃນບົດລາຍງານການເມືອງໄດ້ສະຫຼຸບຕີລາຄາບັນດາຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມຄັ້ງທີ I ຂອງຄະນະຊາວໜຸ່ມ ສວສສຊ ໃນໜຶ່ງສະໄໝຜ່ານມາ ແລະ ຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ມີພິທີມອບທຸງໄຊນໍາໜ້າ 4 ບຸກ,  ຫຼຽນຊາວໜຸ່ມຕະລຸມບອນ, ຫຼຽນກາທີ່ລະນຶກຄົບຮອບ 65 ປີ ແລະ ໃບຍ້ອງຍໍໃຫ້ແກ່ຄະນະຊາວໜຸ່ມ, ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ບຸກຄົນ ທີ່ປະກອບສ່ວນເຂົ້າໃນວຽກງານຊາວໜຸ່ມໃນໄລຍະຜ່ານມາ.

7Y3A1266
IMG_1832
11
7Y3A1264

     ເພື່ອສືບຕໍ່ເສີມຂະຫຍາຍວຽກງານຊາວໜຸ່ມໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມ ສວສສຊ ຊຸດໃໝ່ ຕາມມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງສາມາດເລືອກໄດ້ຄະນະບໍລິຫານງານຊາວໜຸ່ມ ຈໍານວນ 13 ສະຫາຍ, ໃນນັ້ນໄດ້ເລືອກເອົາ ສະຫາຍ ເດືອນສະຫວັນ ພອນມີໄຊ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ, ສະຫາຍ ປອ. ວັນໄຊ ໄຊຍະວົງ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ແລະ ສະຫາຍ ນາງ ພູຄຽງ ໄຊສິລິ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ທັງເປັນປະທານກວດກາ.

4

     ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ເຊີດຊູຄວາມຮັບຜິດຊອບ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ເໝືອນກັບໂຕເຜິ້ງທີ່ມີລະບົບການຈັດຕັ້ງທີ່ເຂັ້ມແຂງ ແນໃສ່ກໍ່ສ້າງນັກຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບເປັນເຈົ້າການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງມະຕິກອງປະຊຸມຊາວໜຸ່ມຂອງຕົນທີ່ໄວ້ວາງອອກໃຫ້ປະກົດຜົນເປັນຈີງ ເຊິ່ງຄໍາເຫັນດັ່ງກ່າວ ມີຄວາມໝາຍຄວາມສຳຄັນ, ມີເນື້ອໃນອັນເລິກເຊິ່ງ ແລະ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ສວສສຊ ຊຸດໃໝ່ ແລະ ສະມາຊິກຊາວໜຸ່ມທັງໝົດ ໃຫ້ນຳໄປຄົ້ນຄວ້າຈັດຕັ້ງເຊື່ອມຊຶມ ແລະ ຫັນລົງສູ່ພາກປະຕິບັດໃຫ້ເກີດຜົນເປັນຈິງ.

     ໃນໂອກາດດຽວກັນນີ້ ສະຫາຍ ທອງລີ ສີສຸລິດ ໄດ້ກ່າວບາງຕອນຕໍ່ກອງປະຊຸມວ່າ: ສະມາຊິກຊາວໜຸ່ມທຸກສະຫາຍຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີຄວາມເສຍສະຫຼະ ເພື່ອປະເທດຊາດ ເພື່ອປະຊາຊົນ; ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນໃນຖານະນັກຄົ້ນຄວ້າວິທະຍາສາດໃຫ້ສຳເລັດ; ເພີ່ມທະວີການປະສານສົມທົບກັບບັນດາສະມາຊິກຊາວໜຸ່ມ, ຄະນະຊາວໜຸ່ມບັນດາພາກສ່ວນອື່ນໆ ເພື່ອແລກປ່ຽນບົດຮຽນທີ່ດີເຂົ້າຮັບໃຊ້ໃນການພັດທະນາຊາວໜຸ່ມ ແລະ ການ ຈັດຕັ້ງໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວ ສວສສຊ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມ ເພື່ອເສີມຂະຫຍາຍມູນເຊື້ອຂອງອົງການຈັດຕັ້ງຊາວໜຸ່ມໃຫ້ພົ້ນເດັ່ນ, ປຸກລະດົມຄວາມສາມັກພາຍໃນພາຍນອກໃຫ້ເປັນປຶກແຜ່ນ ພ້ອມກັນເຮັດຫຼ້ອນໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສວສສຊ ຄັ້ງທີ I ນີ້ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງ.

IMG_2177

ຂຽນຂ່າວ ແລະ ຖ່າຍພາບ: ຄະນະຮັບຜິດຊອບໂຄສະນາຊາວໜຸ່ມ ສວສສຊ

1

ສວສສຊ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

1

     ໃນວັນທີ 5 ກຸມພາ 2025 ນີ້ ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາຖະກະຖາຂອງ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະປະຈຳພັກ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ພ້ອມທັງພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

2
3

     ສະຫາຍ ປອ. ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນ ຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການຊີ້ນໍາ-ນໍາພາຢ່າງພິລະອາດຫານ, ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ, ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກ ທີ່ໂຫດຮ້າຍປ່າເຖື່ອນ, ມີກຳລັງບໍ່ວ່າຈະເປັນຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝ ເໜືອກວ່າເປັນຫຼາຍເທົ່າ; ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍ່ຄືພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວປົດປ່ອຍຊາດ, ອະທິປະໄຕ ແລະ ປະກາດເອກະລາດຂອງຕົນຂຶ້ນໃນວັນທີ 2 ທັນວາ 1975. ພາຍຫຼັງປົດປ່ອຍຊາດ ພັກເຮົາກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງ ຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ. ຕະຫຼອດ70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນແມ່ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ-ສັງຄົມ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃຫ້ແກ່ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

     ການປາຖະກະຖາວັນສຳຄັນດັ່ງກ່າວ ແມ່ນເພື່ອທົບທວນຄືນມູນເຊື້ອ ແຫ່ງການນຳພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນໝາກຜົນຕົວຈິງ ທີ່ພັກປະຊາຊົນປະຕີວັດລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ, ທັງເປັນການເຊື່ອມຊຶມປະຫວັດສາດແຫ່ງການນຳພາຂອງພັກ ໃຫ້ແກ່ພະນັກງານ-ສະມາຊິກພັກ ທົ່ວອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບ ປະຫວັດສາດ ແລະ ມູນເຊື້ອການນຳພາຂອງພັກເຮົາ.

4

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ສວສສຊ ເຂົ້າວາງກະຕ່າດອກໄມ້ ແລະ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ

1

     ໃນຕອນເຊົ້າຂອງວັນທີ 3 ກຸມພາ 2025, ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍສະມາຊິກພັກ, ພະນັກງານລັດຖະກອນ ໄດ້ນໍາກະຕ່າດອກໄມ້ເຂົ້າຢ້ຽມຄໍານັບຕໍ່ໜ້າຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ແລະ ເຂົ້າຊົມການວາງສະແດງຮູບພາບການເຄື່ອນໄຫວຕ່າງໆຂອງການນໍາພັກ-ລັດແຕ່ອະດີດຈົນຮອດປັດຈຸບັນ ທີ່ພິພິຕະພັນ ປະທານ ໄກສອນ ພົມວິ ຫານ. ການຢ້ຽມຊົມຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ ແລະ ຄຸນງາມຄວາມ ດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ຍິ່ງໃຫຍ່ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ຂອງຕົນ ເຂົ້າໃນການປະຕິວັດຊາດ, ປະຊາທິປະໄຕ ແລະ ນໍາເອົາຜົນປະໂຫຍດລວມມາສູ່ປະຊາຊົນບັນດາເຜົ່າ ໃນໄລຍະຜ່ານມາ, ພ້ອມນັ້ນ ເປັນການຮໍ່າຮຽນເອົາແນວຄິດ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີການ ເຮັດວຽກທີ່ດີ ເຂົ້າໝູນໃຊ້ໃນການນໍາພາຊີ້ນໍາວຽກງານໃຫ້ມີຜົນສຳເລັດ ແລະ ສ້າງຂະບວນຄໍານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງບັນດາໜ່ວຍພັກ ແລະ ອົງຄະນະພັກ ສວສສຊ ທີ່ຈັດຂຶ້ນໃນປີນີ້.

2
3
4

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ ປະຈໍາປີ 2024

1

     ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປັນໃຈກາງປະສານກັບ ສມປຊ ແລະ ສະຖາບັນຄົ້ນຄວ້າອື່ນໆ ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ   ປະຈໍາປີ 2024 ໃນລະຫວ່າງວັນທີ 30-31 ມັງກອນ 2025 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້:​ ກາລະໂອກາດ ແລະ ສິ່ງທ້າທາຍ ຂອງການພັດທະນາແບບຍືນຍົງ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃຕ້ເງື່ອນໄຂແຫ່ງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ຢູ່ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ພ້ອມນັ້ນ, ກໍ່ມີບັນດາຫົວໜ້າ-ຮອງຫົວໜ້າຄະນະກໍາມາທິການ ຂອງສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ຜູ້ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມ ເຂົ້າຮ່ວມ 140 ທ່ານ.

2
3

     ໃນກອງປະຊຸມ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວຕ້ອນຮັບ ແລະ ເປີດພິທີວ່າ: ການຈັດກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອເຜີຍແຜ່ຜົນງານການຄົ້ນຄວ້າປະຈໍາປີ 2024 ພ້ອມທັງເປັນເວທີສົນທະນາປຶກສາຫາລື ແລະ ແລກປ່ຽນຂໍ້ມູນ, ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ລະຫວ່າງນັກຄົ້ນຄວ້າ, ສະຖາບັນຄົ້ນຄວ້າ, ຜູ້ວາງນະໂຍບາຍ ເຊິ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວ​ ກໍາລັງອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍ່ຄືວິໄສທັດ ຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ກະກຽມຮ່າງມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ຢ່າງເປັນຂະບວນຟົດຟື້ນ.

ການພັດທະນາແບບຍືນຍົງພາຍໃຕ້ເງື່ອນໄຂການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ກໍ່ແມ່ນຈຸດສຸມ​ໃຈກາງໜຶ່ງໃນມະຕິ ຂອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນວາລະແຫ່ງຊາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນທັງຊາດພວກເຮົາສຸມໃສ່. ເພາະສະນັ້ນ, ເພື່ອເປັນການປະກອບສ່ວນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ; ພວກເຮົາຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດັ່ງກ່າວ ເຊິ່ງໄດ້ໄດ້ນໍາສະເໜີ ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະ ດ້ານການປັບປຸງນະໂຍບາຍຕ່າງໆ ທີ່ຕິດພັນ ແລະ ໄດ້ປຶກສາຫາລືລະຫວ່າງນັກຄົ້ນຄວ້າວິທະຍາສາດ ແລະ ຜູ້ວາງນະໂຍບາຍ ລວມທັງຜູ້ມີສ່ວນຮ່ວມໃນການພັດທະນາ.

     ພ້ອມດຽວກັນນັ້ນ, ທ່ານຍັງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງສູງມາຍັງຄະນະຈັດຕັ້ງກອງປະຊຸມ ທີ່ໄດ້ເອົາໃຈໃສ່ ກະກຽມກອງປະຊຸມໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ; ແລະ ກ່າວສະເເດງຄວາມຂອບໃຈມາຍັງກອງທຶນອະນຸລັກທຳມະຊາດສາກົນ ປະຈຳລາວ (WWF-Laos), ອົງການອ໋ອກຟາມສາກົນ (Oxfam-PMU), ອົງການ CCFD ປະຈໍາພາກພື້ນ, ສະຫະພາບ ເອີຣົບ (EU) ເເລະ ສະມາຄົມສົ່ງເສີມຊຸມຊົນສີຂຽວ ທີ່ໄດ້ໃຫ້ການສະໜັບສະໜູນ ທາງດ້ານງົບປະມານໃນການຈັດກອງປະຊຸມໃນຄັ້ງນີ້ນໍາອີກ.

     ໃນກອງປະຊຸມໄດ້ຮັບຟັງການສະເໜີບົດຄົ້ນຄວ້າວິທະຍາສາດທັງໝົດ 28 ບົດ, ຈາກບັນດານັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນອື່ນໆ ທີ່ກ່ຽວຂ້ອງ. ເຊິ່ງໄດ້ແບ່ງອອກເປັນ 5 ວາລະ ຫຼື ເນື້ອໃນໃຫຍ່ ຄື: (1) ກາລະໂອກາດ ແລະ ສິ່ງທ້າທາຍ ຂອງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ຢູ່ ສປປ ລາວ; (2) ການລະໂອກາດ ແລະ ສິ່ງທ້າທາຍ ຂອງການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ຢູ່ ສປປ ລາວ; (3) ທ່າອ່ຽງການປ່ຽນແປງສະພາບດິນຟ້າອາກາດ ແລະ ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຢູ່ ສປປ ລາວ; (4) ສະພາບ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ ແລະ (5) ຜົນກະທົບທາງສັງຄົມ ຂອງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ. ພາຍຫຼັງ ຮັບຟັງການສະເໜີ ແຕ່ລະວາລະແລ້ວ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດກໍ່ໄດ້ສົນທະນາ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ກັບເນື້ອໃນບົດຄົ້ນຄວ້າດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ ແລະ ມີບັນຍາກາດຟົດຟື້ນ.

     ສືບຕໍ່ມື້ທີ 2 ຂອງກອງປະຊຸມວັນທີ 31 ມັງກອນ 2025 ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ສະຫຼຸບສັງລວມຜົນຂອງກອງປະຊຸມສຳມະນາວິທະຍາສາດໃນ 1 ມື້ທີ່ຜ່ານມາໂດຍຫຍໍ້ ດັ່ງນີ້: (1) ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍແມ່ນນະໂຍບາຍ, ຍຸດທະສາດ ແລະ ເປົ້າໝາຍໜຶ່ງຂອງພັກ ແລະ ລັດຖະບານຂອງ ສປປ ລາວ; ພັກ ແລະ ລັດຖະບານຂອງພວກເຮົາໄດ້ສຸມໃສ່ ສ້າງລັດແຫ່ງກົດໝາຍ ເທື່ອລະກ້າວ ແລະ ໄດ້ປະສົບຜົນສຳເລັດໃນຫຼາຍໆດ້ານ, ເປັນຕົ້ນແມ່ນການສ້າງລະບຽບກົດໝາຍ ແລະ ນິຕິກຳຕ່າງໆ; ປະຈຸບັນ ສປປ ລາວ ພວກເຮົາ ມີລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ເປັນຈໍານວນຫຼວງຫຼາຍ; (2) ແຕ່ເຖິງຢ່າງໃດກໍ່ຕາມການຈັດຕັ້ງປະຕິບັດ ຫຼື ການບັງຄັບໃຊ້ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຕ່າງໆ ດັ່ງກ່າວຍັງບໍ່ທັນເຂັ້ມງວດ ແລະ ມີປະສິດທິພາບສູງເທົ່າທີ່ຄວນ; (3) ການຈັດຕັ້ງປະຕິບັດ ຫຼື ການບັງຄັບໃຊ້ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ທີ່ມີປະສິດທິພາບ ແລະ ປະສິດທິຜົນດັ່ງກ່າວ ແມ່ນປັດໃຈໜຶ່ງທີ່ສຳຄັນ ສົ່ງຜົນເຮັດໃຫ້ພວກເຮົາມີຄວາມຫຍຸ້ງ ຍາກ ໃນການພັດທະນາເສດຖະກິດ-ສັງຄົມ, ເວົ້າລວມ ແລະ ເວົ້າສະເພາະແມ່ນ ເຮັດໃຫ້ພວກເຮົາມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງ, ການບັນເທົາ ແລະ ປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ກໍ່ຄືການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຂອງ ສປປ ລາວ ແລະ (4) ການສືບຕໍ່ສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງແມ່ນເງື່ອນໄຂ ແລະ ປັດໃຈໜຶ່ງທີ່ສຳຄັນ ແລະ ມີລັກສະນະຕັດສິນພາໃຫ້ພວກເຮົາຈະສາມາດຜ່ານຜ່າ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຄັ້ງນີ້ໄປໄດ້ ແລະ ບັນລຸເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມ ຕາມແນວທາງຂອງພັກ ແລະ ລັດຖະບານ ຂອງ ສປປ ລາວ. 

     ໃນໂອກາດດັ່ງກ່າວ, ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍທ່ານໄດ້ເນັ້ນໜັກເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນ ຂອງການຄົ້ນຄວ້າວິທະຍາສາດ ວ່າ: ວິທະຍາສາດ ເປັນມາດຕະເກນອັນໜຶ່ງ ທີ່ນັບມື້ມີບົດບາດ ແລະ ມີທ່າກ້າວຂະຫຍາຍຕົວຄວບຄູ່ກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະແມ່ນຍຸກ 4.0 ແລະ ນັບມື້ມີບົດບາດສໍາຄັນຕໍ່ກັບການດໍາລົງຊີວິດ ຂອງຄົນເຮົາ ໃນດ້ານອຸດສາຫະກໍາ ຫຼື ການຄ້າ, ດ້ານກະສິກໍາ, ການອະນຸລັກສິ່ງແວດລ້ອມທໍາມະຊາດ, ການພັດທະນາສັງຄົມ ເຊິ່ງສູນກາງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍ່ເຫັນໄດ້ໃຫ້ຄວາມສໍາຄັນ ຂອງການຄົ້ນຄວ້າວິທະຍາສາດຕະຫຼອດມາ ແລະ ພ້ອມທັງມີການສົ່ງເສີມໃຫ້ມີບັນດານັກຄົ້ນຄວ້າຫຼາຍຂຶ້ນ ໃນແຕ່ລະສາຂາວິຊາເປັນກ້າວໆ ເຊິ່ງໄດ້ເນັ້ນໃສ່ການພັດທະນາແຕ່ລະດ້ານໃຫ້ມີຄວາມຍືນຍົງ. ສະນັ້ນ, ບົນພື້ນຖານການກໍາແໜ້ນທັດສະນະຕ່າງໆ ກ່ຽວກັບການຄົ້ນຄວ້າວິທະຍາສາດ ສູນກາງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍ່ໄດ້ກໍານົດບັນດາໂຄງການຄົ້ນຄວ້າວິທະຍາສາດ ເພື່ອຮັບໃຊ້ບັນດາແຜນງານລະດັບຊາດ ແລະ ຫວັງຢ່າງຍິ່ງວ່າຜົນ ຂອງກອງປະຊຸມ ຂອງພວກເຮົາໃນຄັ້ງນີ້ ຈະຖືກນໍາໄປໃຊ້ ຫຼື ພິຈາລະນາເຂົ້າໃນວຽກງານການວາງແນວທາງນະໂຍບາຍ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຊຸມປີຕໍ່ໜ້າ.

   ສືບຕໍ່ໂດຍການຮັບຟັງບົດ​ບັນ​ຍາຍ​ພິ​ເສດ​ຈາກ ທ່ານ ລັດຖະມົນຕີ ກະຊວງພາຍໃນ, ທ່ານຮອງລັດຖະມົນຕີ ກະຊວງຍຸດຕິທໍາ, ປະທານກຳມະທິການແຜນການ, ການເງິນ ແລະ ການກວດສອບ, ສະພາແຫ່ງຊາດ ແລະ ທ່ານ ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ຮັບຟັງຄຳຄິດຄຳເຫັນ ແລະ ບົດບັນຍາຍພິເສດ ຈາກທ່ານອຸປະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ທ່ານ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ຜູ້ອໍານວຍການອົງການ ອະນຸລັກທຳມະຊາດສາກົນ ປະຈຳ ສປປ ລາວ; ຮັບຟັງການຂຶ້ນນໍາສະເໜີບົດຄົ້ນຄວ້າທັງໝົດ 5 ບົດ ທີ່ມີເນື້ອໃນກ່ຽວກັບ ກາລະໂອກາດ ແລະ ການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງຢູ່ ສປປ ລາວ, ສະພາບ ແລະ ການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ສິ່ງທ້າທາຍຂອງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ຢູ່ ສປປ ລາວ.

     ໃນວາລະຕອນທ້າຍໄດ້ມີການສະຫຼຸບຜົນຂອງກອງປະຊຸມໃນໄລຍະ 4 ປີ ຜ່ານມາ ພ້ອມທັງປຶກສາຫາລືໃນຫົວຂໍ້ໃຫຍ່ປີ 2025 ແລະ ມອບໃບຢັ້ງຢືນ, ໃບກຽດຕິຄຸນໃຫ້ແກ່ຜູ້ໃຫ້ທຶນ, ຜູ້ດໍາເນີນວາລະ ແລະ ນັກຄົ້ນຄວ້າ ພ້ອມທັງຢ້ຽມຊົມການວາງສະແດງຜົນງານການຄົ້ນຄວ້າ.

4

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ທີມງານ ສຂຝ