Month: ເດືອນມັງກອນ 2025

1

ຄະນະສະເພາະກິດ 83/ນຍ ສະຫຼຸບວຽກງານປະຈຳປີ 2024 ແລະ ວາງແຜນດໍາເນີນງານ ປະຈຳປີ 2025

1

     ໃນຕອນເຊົ້າຂອງວັນທີ 28 ມັງກອນ 2025, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະສະເພາະກິດ 83/ນຍ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ຜ່ານແຜນດໍາເນີນງານປະຈຳປີ 2025 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ , ເລຂາຄະນະພັກ , ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດ 83/ນຍ ພ້ອມທັງຄະນະສະເພາະກິດ 83/ນຍ ເຂົ້າຮ່ວມຈໍານວນ 30 ທ່ານ; ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງຄະນະໃນໄລຍະໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2025. ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບພົ້ນເດັ່ນໄລຍະ 6 ເດືອນທ້າຍປິ 2024 ຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານເປັນຕົົ້ນແມ່ນການຈັດກອງປະຊຸມແລກປ່ຽນຄໍາເຫັນກັບພາກທຸລະກິດ; ອະດີດການນໍາຂັ້ນສູງ ແລະ ຊ່ຽວຊານອາວຸໂສ; ພ້ອມນັ້ນ ຍັງໄດ້ມີການຄົ້ນຄວ້າລົງເລິກໃນການກໍານົດມາດຕະການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ລາຍງານໃຫ້ແກ່ລັດຖະບານເປັນປະຈຳ. ມາຮອດປັດຈຸບັນ ສາມາດສັງເກດໄດ້ວ່າ ອັດຕາເງິນເຟີ້ ນັບມື້ນັບຫຼຸດລົງ, ອັດຕາແລກປ່ຽນມີສະຖຽນລະພາບດີຂຶ້ນ, ເງິນກີບຄ່ອຍໆແຂງຄ່າຂຶ້ນເທື່ອລະກ້າວ, ບັນຫາສິນຄ້າໃນທ້ອງຕະຫຼາດ ກໍ່ໄດ້ຮັບການແກ້ໄຂໄປໃນທິດທາງທີ່ດີຂຶ້ນ.

2

     ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ຄະນະສະເພາະກິດ 83/ນຍ ຍັງໄດ້ຕີລາຄາຕໍ່ກັບສິ່ງທ້າທາຍຫຼາຍປະການ, ເປັນຕົ້ນແມ່ນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປ ຢ່າງສະຫຼັບຊັບຊ້ອນ ໂດຍສະເພາະແມ່ນການປ່ຽນຜູ້ນໍາຂອງສະຫະລັດອາເມລິກາ ທີ່ມີການປັບປຸງນະໂຍບາຍຫຼາຍຢ່າງ ເຊິ່ງຈະສົ່ງຜົນກະທົບໃສ່ເສດຖະກິດຂອງໂລກຢ່າງມະຫາສານ ແລະ ແນ່ນອນ ສປປ ລາວ ຂອງພວກເຮົາ ກໍ່ຕ້ອງໄດ້ຮັບການກະທົບຢ່າງຫຼີກລ້ຽງບໍ່ໄດ້;  ບັນ ຫາສົງຄາມໂລກ ແລະ ສັນຕິພາບ, ການແຂ່ງຂັນ ແລະ ສົງຄາມການຄ້າ, ນະໂຍບາຍທາງພາສີ-ອາກອນ ແລະ ອື່ນໆ; ສະພາບດັ່ງກ່າວ ຈະເຮັດໃຫ້ຄ່າຂອງເງິນ, ລາຄາສິນຄ້າ ແລະ ຄ່າບໍລິການ ມີການປ່ຽນແປງໄປ, ການຊົມໃຊ້ ແລະ ຕ່ອງໂສ້ການຜະລິດ, ອຸປະສົງ ແລະ ອຸປະທານຕ່າງໆ ຈະມີການຜັນຜວນ, ຄາດຄະເນໄດ້ຍາກ. ສະນັ້ນ, ໃນຕໍ່ໜ້າ ຄະນະສະເພາະກິດ 83/ນຍ ຈະໄດ້ສືບຕໍ່ກໍານົດກ່ຽວກັບຫົວຂໍ້ ແລະ ຈຸດສຸມຂອງການຄົ້ນຄວ້າໃຫ້ມີຄວາມເໝາະສົມກັບສະພາບການໃນປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ ແນໃສ່ເຮັດໃຫ້ຜົນການຄົ້ນຄວ້າມີຄວາມຖືກຕ້ອງ, ມີຄຸນນະພາບ ແລະ ນໍາຜົນປະໂຫຍດສູງສຸດມາສູ່ສັງຄົມ, ຮັບໃຊ້ລັດຖະບານໃນການກໍານົດມາດຕະການແກ້ໄຂບັນຫາ ເສດຖະກິດ-ສັງຄົມຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ,​ ຊັດເຈນ ແລະ ທັນເວລາ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ.

1

ສວສສຊ ສະຫຼຸບວຽກງານປະຈຳປີ 2024 ແລະ ການແຂ່ງຂັນ-ຍ້ອງຍໍ ປະຈໍາປີ 2024

1

     (ສວສສຊ) ໃນວັນທີ 9 ມັງກອນ 2025 ທີ່ຫ້ອງປະຊຸມໃຫຍ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2024 ແລະ ທິດທາງແຜນການປີ 2025, ການແຂ່ງຂັນ-ຍ້ອງຍໍປະຈໍາປີ 2024 ແລະ ເປີດຂະບວນການປະຈໍາປີ 2025 ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີບັນດາຮອງປະທານ, ຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມຈໍານວນ 167 ທ່ານ.

2

     ໃນກອງປະຊຸມ ທ່ານ ເພັດໃສ ເພຍເທບ ຫົວໜ້າຫ້ອງການ ສວສສຊ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານປະຈໍາປີ 2024 ແລະ ທິດທາງແຜນການວຽກງານປະຈໍາປີ 2025 ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນງານ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ຕະຫຼອດໄລຍະໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2025; ຈາກນັ້ນ, ກອງປະຊຸມຍັງຮັບຟັງການຜ່ານບົດສະຫຼຸບແຂ່ງຂັນ-ຍ້ອງຍໍ ປະຈໍາປີ 2024 ໂດຍທ່ານ ບຸນລັດ ແກ້ວອາສາ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ມອບໃບຍ້ອງຍໍໃຫ້ແກ່ບຸກຄົນດີເດັ່ນ ແລະ ການຈັດຕັ້ງດີເດັ່ນປະຈໍາປີ 2024, ປະກອບມີຍ້ອງ ຍໍບຸກຄົນດີເດັ່ນ ປະຈໍາປີ 2024 ຈໍານວນທັງໝົດ 190 ທ່ານ; ໃນນັ້ນ ມີປະເພດ I ຈໍານວນ 137 ທ່ານ, ປະເພດ II ຈໍານວນ 48 ທ່ານ ແລະ ປະເພດ III ຈໍານວນ 5 ທ່ານ; ຍ້ອງຍໍຄະນະສະພັນແມ່ຍິງ ສວສສຊ ທີ່ມີຜົນງານດີເດັ່ນໃນໄລຍະ 4 ປີຜ່ານມາ ຈໍານວນ 11 ທ່ານ ແລະ ຍ້ອງຍໍການຈັດຕັ້ງທີ່ມີຜົນງານດີເດັ່ນ ຈໍານວນ 11 ພາກສ່ວນ;

3

     ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານກອງປະຊຸມ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ອົງການຈັດຕັ້ງມະຫາຊົນ, ບຸກຄົນດີເດັ່ນພາຍໃນ ສວສສຊ ທີ່ສາມາດຍາດໄດ້ຜົນສຳ ເລັດໃນຄັ້ງນີ້. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກຕື່ມອີກວ່າ: ໃນປີ 2025 ສວສສຊ ຕ້ອງໄດ້ອອກແຮງປຸກລະດົມກຳລັງແຮງຂອງທຸກພາກສ່ວນ, ເຊີດຊູຈິດໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ ແລະ ຈົ່ງພ້ອມກັນເອົາໃຈໃສ່ບາງບັນຫາສໍາຄັນ ດັ່ງນີ້: ໜຶ່ງ) ຂໍໃຫ້ສືບຕໍ່ປຸກລະດົມພະນັກງານ-ລັດຖະກອນທົ່ວ ສວສສຊ  ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດບັນດາທິດທາງ ແລະ ຄາດໝາຍແຜນການປະຈຳປີໃນຕໍ່ໜ້າຂອງ ສວສສຊ ໃຫ້ສຳເລັດ ແລະ ມີປະສິດທິ ພາບ, ປະສິດທິ ຜົນສູງ ສອງ) ຄະນະໜ່ວຍພັກ, ຄະນະນໍາຂອງແຕ່ລະພາກສ່ວນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນນະພາບການຊີ້ນຳ-ນໍາພາ ໃນໄລຍະໃໝ່. ສາມ) ການຈັດ ຕັ້ງປະຕິບັດວຽກງານ ຕ້ອງເຮັດໃຫ້ແຕ່ລະຄົນມີຄວາມພາກພູມໃຈໃນຄວາມເປັນລາວ, ມີສະຕິຊາດ, ເອກະພາບ, ເອກະລາດ ເປັນເຈົ້າຕົນເອງ ໃຫ້ໄດ້ຮັບການເຊີດຊູຂຶ້ນສູ່ລະດັບສູງ, ແກ້ໄຂ, ຕີຖອຍ ແລະ ຈໍາກັດປັດເປົ່າສິ່ງຫຍໍ້ທໍ້ຕ່າງໆ ໃຫ້ຄ່ອຍໝົດໄປເທື່ອລະກ້າວ. ສີ່) ຕ້ອງສຸມໃສ່ສ້າງຕົວແບບດີເດັ່ນ, ນຳໜ້າຈາກນ້ອຍຫາໃຫຍ່, ຈາກດ້ານດຽວກ້າວສູ່ຫລາຍດ້ານ ແລະ ຂະຫຍາຍອອກໄປໃຫ້ກວ້າງຂວາງ, ມີຄຸນນະພາບ ແລະ ຍືນຍົງ. ຫ້າ) ໃຫ້ຖືເອົາການຕິດຕາມຊຸກຍູ້, ກວດກາ ແລະ ຕີລາຄາວຽກງານ, ວຽກດີຄົນເດັ່ນ ທັງຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອຊຸກຍູ້ສົ່ງເສີມຂະບວນການໃຫ້ຂະຫຍາຍຕົວກວ້າງຂວາງ, ແຂງ ແຮງ ແລະ ມີຄວາມຟົດຟື້ນ, ຫ້າວຫັນແທ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງເພີ່ມທະວີການຊີ້ນໍາ-ນໍາພາ, ຕິດຕາມ, ກວດກາການຜັນຂະຫຍາຍທິດທາງແຜນການປີ 2025 ຂອງ ສວສສຊ ເປັນທັງທິດທາງລວມ ແລະ ທັງເປັນເນື້ອໃນເຂົ້າໃນວຽກງານຂອງຂົງເຂດຕົນຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດ.

4

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ