ຄະນະນໍາ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນ ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ການພັດທະນາຂອງ ສປປ ລາວ ແລະ ສສ. ຫວຽດນາມ

     ໃນລະຫວ່າງວັນທີ 26-27 ມິຖຸນາ 2024 ທີ່ຜ່ານມານີ້ ຄະນະນໍາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນໍາໂດຍທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ​ເລຂາຄະນະພັກ,​ປະທານ ສວສສຊ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ 4 ຝ່າຍຄື: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ສສ. ຫວຽດນາມ, ເຊິ່ງຈັດຂຶ້ນທີ່ໂຮງແຮມຊະນະແກ້ວ, ແຂວງຫຼວງພະບາງ ພາຍໃຕ້ຫົວຂໍ້: “ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ການພັດທະນາຂອງ ສປປ ລາວ ແລະ ສສ. ຫວຽດນາມ” ໂດຍການເປັນເຈົ້າພາບຈັດກອງປະຊຸມຂອງ ສມປຊ; ມີ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ; ມີນັກວິທະຍາສາດຈາກ 4 ສະຖາບັນເຂົ້າຮ່ວມທັງໝົດ 73 ທ່ານ;

     ໃນພິທີເປີດ ທ່ານ ຮສ. ພູວົງ ອຸ່ນຄໍາແສນ ໄດ້ກ່າວຕໍ່ກອງປະຊຸມວ່າ: ນັບແຕ່ປີ 2017 ເປັນຕົ້ນມາ, ພາຍໃຕ້ບົດບັນທຶການຮ່ວມມື ລະຫວ່າງ 4 ອົງການ (ສະຖາບັນ) ຂອງພວກເຮົາ ທີ່ໄດ້ລົງນາມຮ່ວມກັນໃນປີ 2016, ສາມາດຈັດກອງປະຊຸມສໍາມະນາຮ່ວມກັນທັງແບບເຊິ່ງໜ້າ ແລະ ທາງໄກ ໄດ້ 4 ຄັ້ງ ຊຶ່ງຄັ້ງນີ້ ກໍເປັນຄັ້ງທີ 5 ທີ່ໄດ້ຜັດປ່ຽນການເປັນເຈົ້າພາບ. ການຈັດກອງປະຊຸມສໍາມະນາລະຫວ່າງ 4 ອົງການ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນ 4 ອົງການ ຂອງພວກເຮົາ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ. “ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ການພັດທະນາ ຂອງ ສປປ ລາວ ແລະ ສສ. ຫວຽດນາມ” ເປັນຫົວຂໍ້ໃຫຍ່ ທີ່ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳສູງ, ເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈ. ກອງປະຊຸມຄັ້ງນີ້, ໄດ້ຈັດຕັ້ງຂຶ້ນໃນບັນຍາກາດທີ່ພັກກອມມູນິດຫວຽດນາມ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXIIIຂອງຕົນຢ່າງມີປະສິດທິຜົນ ແລະ ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ກະກຽມສະຫຼຸບ 40 ປີແຫ່ງການນໍາພາດຳເນີນພາລະກິດປ່ຽນແປງໃໝ່ຂອງພັກ ແລະ ພັກປະຊາຊົນປະຕິວັດລາວ ພວມຜັນຂະຫຍາຍກອງປະຊຸມໃຫຍ່ຄັ້ງທີ XI ແລະ ພວມຫ້າງຫາກະກຽມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ XII ຂອງພັກ, ກະກຽມສະຫຼຸບທິດສະດີ ແລະ ພຶດຕິກຳໃນຫຼາຍບັນຫາ ເປັນຕົ້ນແມ່ນ ການສະຫຼຸບທິດສະດີ ແລະ ພຶດຕິກຳ ການຈັດຕັ້ງປະຕິບັດເນື້ອໃນ 9 ປະຖົມປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ທີ່ພວມດຳເນີນການສະຫຼຸບ 40 ປີ ແຫ່ງການປະຕິບັດພາລະກິດການປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ. ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ກວມລວມເອົາທຸກຂົງເຂດ, ຕ້ອງໄດ້ມີການຄົ້ນຄວ້າ, ວິໄຈໃຫ້ຊັດເຈນ ແລະ ມີການເບິ່ງບັນຫາຢ່າງພາວະວິໄສ.

     ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຈັດກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ສຳລັບສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ; ເປັນໂອກາດດີໃຫ້ພວກເຮົາໄດ້ທົບທວນຄືນກ່ຽວກັບການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ໃນໄລຍະ 40 ປີ ຜ່ານມາເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນຊຶ່ງກັນ ແລະ ກັນ. ພ້ອມດຽວກັນນີ້, ກໍໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດຄວາມເປັນມາ, ສາເຫດ ແລະ ຈຸດພິເສດຂອງການປ່ຽນແປງໃໝ່ ຢູ່ ສປປ ລາວ ພ້ອມທັງຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງຜັນຂະຫຍາຍແນວທາງການປ່ຽນແປງໃໝ່ ຢູ່ ສປປ ລາວ ໃນໄລຍະ 40 ປີ ໂດຍສັງເຂບ, ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຊຶ່ງກັນ ແລະກັນ ໃນກອງປະຊຸມສຳມະນາວິທະຍາສາດຄັ້ງນີ້.

    ໃນວາລະຕອນທ້າຍ ທ່ານ ຮສ. ພູວົງ ອຸ່ນຄຳແສນ ໃນນາມເຈົ້າພາບຈັດກອງປະຊຸມໄດ້ກ່າວສະຫຼຸບວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນທີ່ອຸດົມສົມບູນ ແລະ ມີຄວາມຮັບຜິດ ຊອບສູງ. ບັນດານັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມຈິດສຸມໃຈຮັບຟັງ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນ ແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ຊຶ່ງໄດ້ສ້າງຄວາມກະຈ່າງແຈ້ງ ທັງໃນແງ່ທິດສະດີ ແລະ ພຶດຕິກໍາ ຢ່າງມີຊີວິດຊີວາ, ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາໃຫ້ແກ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ບັນດາເນື້ອໃນທີ່ນໍາສະເໜີຕໍ່ກອງປະຊຸມ ໄດ້ສ້າງຄວາມກະຈ່າງແຈ້ງໃນຫຼາຍບັນຫາ, ການວິເຄາະວິໄຈ, ໄຈ້ແຍກ, ອະທິບາຍ ແຕ່ລະບັນຫາເຫັນວ່າ ມີວິທີວິທະຍາທີ່ຊັດເຈນ ແລະ ໄດ້ຮັບຜົນສຳເລັດໂດຍພື້ນຖານ ພ້ອມທັງຢັ້ງຢືນວ່າ:

ໜຶ່ງ, ກອງປະຊຸມສໍາມະນາໄດ້ຢືນຢັນເປັນເອກະພາບວ່າ ການດຳເນີນພາລະກິດປ່ຽນແປງໃໝ່ຂອງສອງພັກ ແມ່ນການຕັດສິນໃຈທີ່ຖືກຕ້ອງທີ່ສຸດ, ປະດິດສ້າງທີ່ສຸດ, ເດັດດ່ຽວທີ່ສຸດ; ຜົນສໍາເລັດອັນມີຊີວິດຊີວາທີ່ສອງປະເທດຍາດມາໄດ້ນັ້ນ ໄດ້ຢັ້ງຢືນໃຫ້ເຫັນວ່າ ບົດບາດການນໍາພາຂອງສອງພັກ ເປັນປັດໄຈຕັດສິນຜົນສໍາເລັດຂອງພາລະກິດປ່ຽນແປງໃໝ່ ຂອງແຕ່ລະປະເທດ.

ສອງ,ກອງປະຊຸມໄດ້ສ້າງຄວາມກະຈ່າງແຈ້ງກ່ຽວກັບທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ ແລະ ພັກຄອມມູນິດຫວຽດນາມ ຍົກໃຫ້ເຫັນຄວາມຈໍາເປັນຕ້ອງໄດ້ດຳເນີນການປ່ຽນແປງໃໝ່ທາງດ້ານຈິນຕະນາການຂອງການພັດທະນາປະເທດຂອງສອງປະເທດ, ໂດຍເລີ່ມຈາກສະພາບການຂອງໂລກມີການປ່ຽນແປງ ສົມທົບກັບສະພາບຄວາມຫຍຸ້ງຍາກພາຍໃນປະເທດ ໄດ້ໄປສູ່ການຕັດສິນໃຈດຳເນີນພາລະກິດປ່ຽນແປງໃໝ່ ຢູ່ສອງປະເທດ; ກອງປະຊຸມໄດ້ສ້າງຄວາມກະຈ່າງແຈ້ງໄດ້ບັນຫາທາງດ້ານທິດສະດີ ຂອງການປ່ຽນແປງໃໝ່ ຂອງແຕ່ລະປະເທດ ແລະຍົກໃຫ້ເຫັນພຶດຕິກຳອັນມີຊີວິດຊີວາ, ອັນແມ່ນໝາກຜົນຕົວຈິງ ຂອງການປ່ຽນແປງໃໝ່.

ສາມ, ກອງປະຊຸມໄດ້ລົງເລິກແລກປ່ຽນບົດຮຽນກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ສອງປະ ເທດແມ່ນມີຄວາມຄ້າຍຄືກັນ, ມີທັງອັນສະດວກ ແລະຫຍຸ້ງຍາກ ບົນພື້ນຖານ ແນວທາງອັນຖືກຕ້ອງ ສອດຄ່ອງທາງດ້ານເສດຖະກິດ ໂດຍຫັນຈາກເສດຖະກິດແຜນການ, ລວມສູນ, ບໍລິຫານເກື້ອກູນ ໄປສູ່ການພັດທະນາເສດຖະກິດຕະຫຼາດ, ນໍາໃຊ້ບັນດາພາກສ່ວນເສດຖະກິດ, ບັນດາຮູບແບບກຳມະສິດ ເຊິ່ງຜ່ານ 40 ແຫ່ງການປ່ຽນແປງໃໝ່ ພື້ນ ຖານເສດຖະກິດຂອງສອງປະເທດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ,​ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະ ດັບຂຶ້ນ; ດ້ານການຮ່ວມມືສາກົນ ສອງປະເທດໄດ້ດຳເນີນການປ່ຽນແປງໃໝ່ດ້ານການຮ່ວມມືກັບເສດຖະກິດກັບຕ່າງ ປະເທດ, ບົນພື້ນຖານຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ເຊິ່ງທັງໝົດນັ້ນ ໄດ້ສ່ອງແສງໃຫ້ເຫັນຄວາມມີຊີວິດຊີວາ ຂອງນະໂຍບາຍການຕ່າງປະເທດທີ່ມີລັກສະນະຕົ້ນໃຜ່ ຂອງຫວຽດນາມ ແລະ ການຕ່າງປະເທດ ສັນຕິພາບ, ເອກະລາດ, ເປັນເຈົ້າຕົນ ແລະການຮ່ວມມື ຂອງ ສປປ ລາວ.

ສີ່: ກອງປະຊຸມໄດ້ລົງເລິກແລກປ່ຽນບົດຮຽນຢ່າງເລິກເຊິ່ງກ່ຽວກັບ ການພັດທະນາວັດທະນະທໍາ-ສັງຄົມ. ນັກວິທະຍາສາດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ລ້ວນແຕ່ຢືນຢັນໃຫ້ເຫັນເຖິງທີ່ຕັ້ງບົດບາດຂອງວັດທະນະທໍາໃນແຕ່ລະໄລຍະ. ສະຫຼຸບລວມແລ້ວ ກອງປະຊຸມສໍາມະນາຂອງ 4 ສະຖາບັນ ໃນຄັ້ງນີ້ໄດ້ປະສົບຜົນສໍາເລັດຢ່າງສະງ່າງາມ ກອງປະຊຸມໄດ້ເອກະພາບກັນນໍາເອົາບົດຄົ້ນຄວ້າ ຈໍານວນ 12 ບົດ ທີ່ຂຶ້ນນໍາສະເໜີ ແລະ ບົດທີ່ບໍ່ໄດ້ຂຶ້ນນໍາສະເໜີຈໍານວນ 28 ບົດ ມາຈັດລຽງເພື່ອເຜີຍແຜ່ສູ່ສັງຄົມ; ໃນກອງປະຊຸມຄັ້ງຕໍ່ໄປແມ່ນສະຖາບັນການເມືອງໂຮ່ຈິມິນເປັນເຈົ້າພາບເຊິ່ງຈະຈັດຂຶ້ນໃນກາງປີ 2025 ທີ່ ສສ. ຫວຽດນາມ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ