ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງສູນກາງພັກ ສະໄໝທີ XI ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

       ໃນວັນທີ 20 ຕຸລາ 2023 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍການເປັນປະທານຂອງ ທ່ານ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີບັນດາຄະນະພັກ-ຄະນະນຳ ສວສສຊ, ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ປະທານ ສວສສຊ ກໍ່ໄດ້ເຜີຍແຜ່ ຜົນສຳເລັດການດຳເນີນກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັັກ ກາງສະໄໝທີ XI. ຫຼັງຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານແຂ່ງຂັນ-ຍ້ອງຍໍຂອງພັກ ແລະ ລັດຖະບານໂດຍສະເພາະ ມະຕິເລກທີ 01 ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່,  ລັດຖະດຳລັດ ເລກທີ 011 ຂອງປະທານປະເທດ ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍທົ່ວປະເທດໃນໄລຍະໃໝ່ ໂດຍ ທ່ານ ປອ. ນາງ ອຳໄພວັນ ຄຳແສງສີວິໄລ, ຄະນະປະຈຳພັກ, ປະທານກວດກາພັກ, ຮອງ ປະທານ ສວສສຊ; ດຳລັດ 116 ຂອງລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ຂໍ້ຕົກລົງ ເລກທີ 54 ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ ແລະ ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ແລະ ຮັບຟັງການເຜີຍແຜ່ ແຈ້ງການ ເລກທີ 01 ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ແລະ ຍ້ອງຍໍຮັກຊາດ ແລະ ພັດທະນາ, ຂໍ້ຕົກລົງເລກທີ 54 ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ ແລະ ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໂດຍ ທ່ານ ບຸນລັດ ແກ້ວອາສາ, ຄະນະພັກ, ຮອງປະທານ ຄຊຂຍ-ສວສສຊ, ຫົວໜ້າກອງເລຂາ ຄຊຂຍ-ສວສສຊ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມທັງຂຶ້ນຜ່ານ ບົດສະຫຼຸບ ຕີລາຄາສະພາບການການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍໃນໄລຍະຜ່ານມາ ແລະ ທິດທາງແຕ່ນີ້ຮອດປີ 2025 ສວສສຊ, ແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ຂອງ ສວສສຊ ສະບັບເລກທີ 102, ລົງວັນທີ 11 ກັນຍາ 2023, ເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ຂອງ ສວສສຊ, ສະບັບເລກທີ 103, ລົງວັນທີ 11 ກັນຍາ 2023, ຂໍ້ຕົກລົງ ເລກທີ 285 ຂອງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ສວສສຊ ວ່າດ້ວຍການຮັບຮອງເອົາເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ຂອງ ສວສສຊ. ຈາກນັ້ນ ບັນດາຫົວໜ້າຫ້ອງການ, ກົມ ສະຖາບັນຄົ້ນຄວ້າ, ສູນ ແລະ ຫົວໜ້າ 3 ອົງການຈັດຕັ້ງມະຫາຊົນ ພາຍໃນ ສວສສຊ ໄດ້ຂຶ້ນຈັບມືແຂ່ງຂັນກັນ.

ໃນຕອນທ້າຍກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວເພື່ອນຳໄປຄົ້ນຄວ້າຜັນຂະຫຍາຍເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສວສສຊ ພ້ອມທັງຮຽກຮ້ອງໃຫ້ ຄະນະໜ່ວຍພັກ, ຄະນະນຳ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງ ສວສສຊ ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ, ຂອງລັດ ກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຢ່າງຈິງຈັງ ໃນນັ້ນຕ້ອງໄດ້ ຮ່ວມຈິດຮ່ວມໃຈ ສາມັກຄີ ເປັນນ້ຳໜຶ່ງໃຈດຽວກັນ ເຮັດໃຫ້ບັນດາຄາດໜາຍຕ່າງໆ ບັນລຸໄດ້ຜົນສຳເລັດໃໝ່ ຢ່າງເປັນຮູບປະທຳ.  

ຂ່າວ-ພາບ: ແກ້ວວິວັນ ສີວິໄລ