ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະລົງເຮັດວຽກທີ່ແຂວງຄຳມ່ວນ

ໃນລະຫວ່າງວັນທີ 10-11 ຕຸລາ 2023 ຜ່ານມານີີ້, ຄະນະນໍາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ(ສວສສຊ) ນໍາໂດຍ ທ່ານ ປອ ສອນທະນູ ທໍາມະວົງ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ທີ່ຫ້ອງວ່າການແຂວງ ໃນໂອກາດທີ່ໄດ້ເດີນທາງມາເຮັດວຽກທີ່ແຂວງຄຳມ່ວນ ເພື່ອເຜີຍແຜ່ດຳລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບເລກທີ  559/ນຍ ລົງວັນທີ 7 ກັນຍາ 2021, ໂອກາດນີ້, ທ່ານເຈົ້າແຂວງຄໍາມ່ວນ ກໍໄດ້ກ່າວສະແດງຄວາມຕ້ອນຮັບ ຕໍ່ການມາເຮັດວຽກຂອງຄະນະນໍາ ສວສສຊ ພ້ອມທັງແຈ້ງສະພາບ, ຈຸດພິເສດຂອງແຂວງ, ການພັດທະນາເສດຖະກິດສັງຄົມ ໃນໄລຍະຜ່ານມາໂດຍຫຍໍ້ ລວມເຖິງບາງສະພາບ ແລະ ບາງບັນຫາທີ່ຍັງມີຄວາມຫຍຸ້ງຍາກຕໍ່ການພັດທະນາຢູ່ພາຍໃນແຂວງຄໍາມ່ວນ ໂດຍສະເພາະແມ່ນບັນຫາຄົມມະນາຄົມ, ປ້ອງກັນຕາຝັ່ງເຈື່ອນ, ການສະໜອງລະບົບໄຟຟ້າໃຫ້ແກ່ບໍລິສັດລົງທຶນຂະໜາດໃຫຍ່ ແລະ ອື່ນໆ ເພື່ອໃຫ້ ສວສສຊ ຊ່ວຍຊຸກຍູ້ ພັກດັນ ແລະ ສະເໜີຕໍ່ໄປຍັງລັດຖະບານຊ່ວຍຄົ້ນຄວ້າແກ້ໄຂໃນຕໍ່ໜ້າພ້ອມນີ້ທ່ານເຈົ້າແຂວງຄໍາມ່ວນຍັງໄດ້ສະເໜີໃຫ້ ສວສສຊ ລົງເກັບກໍາສະພາບການຕ່າງໆຢູ່ພາຍໃນແຂວງ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າ ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງຄໍາມ່ວນຕື່ມອີກ. ໃນໂອກາດດຽວກັນນີ້ ທ່ານປະທານ ສວສສຊ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ທ່ານເຈົ້າແຂວງຄໍາມ່ວນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການລົງມາເຮັດວຽກທີ່ແຂວງຄຳມ່ວນໃນຄັ້ງນີ້ ພ້ອມທັງໄດ້ມອບປຶ້ມຈຳນວນໜຶ່ງທີ່ເປັນຜົນງານການຄົ້ນຄວ້າຂອງ ສວສສຊ ໃຫ້ກັບທ່ານເຈົ້າແຂວງ.

ໃນຕອນເຊົ້າຂອງວັນດຽວກັນ ທີ່ສະໂມສອນຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມ ແລກປ່ຽນການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ແຂວງຄຳມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ສອນທະນູ ທຳມະວົງ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ຜູ້ຊີ້ນໍາຂົງເຂດເສດຖະກິດ, ມີພະແນກການອ້ອມຂ້າງແຂວງ, ການນໍາຂັ້ນເມືອງ,ໂຮງຮຽນທິດສະດີການເມືອງ-ການປົກແຂວງ ແລະ ໂຮງຮຽນວິຊາຊີບ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນວາລະກອງປະຊຸມ ທ່ານຮອງເຈົ້າແຂວງໄດ້ລາຍງານສະພາບໂດຍລວມຂອງເສດຖະກິດ-ສັງຄົມຂອງແຂວງ ໂດຍໄດ້ຍົກໃຫ້ເຫັນເຖິງການກໍານົດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕາມ 3 ທ່າແຮງຄື: ທ່າແຮງດ້ານກະສິກໍາ, ທ່າແຮງທາງດ້ານອຸດສາຫະກໍາ ພະລັງງານ-ບໍ່ແຮ່ ແລະ ທ່າແຮງທາງດ້ານການບໍລິການ ແລະ ການທ່ອງທ່ຽວ.

ໃນວາລະດັ່ງກ່າວ ທ່ານ ປອ ສອນທະນູ ທຳມະວົງ ປະທານ ສວສສຊ ກໍໄດ້ເຜີຍແຜ່ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບເລກທີ 559/ນຍ ລົງວັນທີ 7 ກັນຍາ 2021 ແລະ ເຜີຍແຜ່ບາງຜົນສໍາເລັດຂອງການຄົ້ນຄວ້າທີ່ພົ້ນເດັ່ນໃນໄລຍະຜ່ານມາ. ນອກນັ້ນ ກໍຍັງຖືໂອກາດ ແລກປ່ຽນຄຳຄິດເຫັນກ່ຽວກັບການພັດທະນາເສດຖະກິດ – ສັງຄົມ ຢູ່ແຂວງຄຳມ່ວນ ແລະ ແລກປ່ຽນບົດຮຽນໃນການຄົ້ນຄ້ວາວິທະຍາສາດເສດຖະກິດ ແລະ ສັງຄົມ ຖືເອົາໂອກາດດັ່ງກ່າວເປັນການມາຢ້ຽມຢາມ ແລະ ສ້າງຄວາມສຳພັນອັນດີລະຫວ່າງ ສວສສຊ ແລະ ແຂວງຄຳມ່ວນໃຫ້ສະໜິດສະໜົມແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນໂອກາດດັ່ງກ່າວ ທ່ານ ປະທານ ສວສສຊ ໄດ້ຕີລາສູງກ່ຽວກັບສະພາບເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ເຊິ່ງເປັນແຂວງທີ່ມີທ່າແຮງທາງດ້ານເສດຖະກິດຂອງປະເທດ ພ້ອມທັງໄດ້ມອບຜົນງານຂອງການຄົ້ນຄວ້າໃຫ້ທ່ານຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງອີກດ້ວຍ.

ບົດຂ່າວ ແລະ ຖ່າຍພາບ: ສິລິສິດ ໄຊສົມແພງ