ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ລົງເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 0204 ຕຸລາ 2023 ທີ່ຜ່ານມາ ທ່ານ ປອ. ນາງ ອໍາໄພວັນ ຄໍາແສງສີວິໄລ ຄະນະປະຈຳພັກ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫວັນນະເຂດ, ໂດຍການຕ້ອນຮັບຂອງ ທ່ານ ປອ. ແສນສັກ ສຸລິສັກ ຄະນະປະຈຳພັກ, ຮອງເຈົ້າແຂວງສະຫວັນນະເຂດ; ທາງຄະນະໄດ້ແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວວຽກງານໃນຄັ້ງນີ້, ພ້ອມທັງມອບປຶ້ມຈຳນວນໜຶ່ງທີ່ເປັນຜົນງານການຄົ້ນຄວ້າຂອງ ສວສສຊ ໃຫ້ກັບແຂວງສະຫວັນນະເຂດ.

ໃນວັນດຽວກັນ ກໍ່ໄດ້ເປີດກອງປະຊຸມ, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ທ່ານ ປອ. ນາງ ອຳໄພວັນ ຄຳແສງສີວິໄລ, ເຊິ່ງມີຜູ້ເຂົ້າຮ່ວມ 75 ທ່ານ ຍິງ 22 ທ່ານ, ຈາກບັນດາພະແນກການຕ່າງໆຂອງແຂວງພ້ອມທັງອົງການຈັດຕັ້ງມະຫາຊົນຂອງແຂວງກໍ່ໄດ້ເຂົ້າຮ່ວມ, ທ່ານ ນາງ ປອ. ອຳໄພວັນ ຄຳແສງສີວິໄລ ເຜີຍແຜ່ດຳລັດ 559/ນຍ, ສະບັບລົງວັນທີ 07 ກັນຍາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສວສສຊ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງດຳລັດສະບັບດັ່ງກ່າວໂດຍປັບປຸງຕາມທິດຊີ້ນຳຂອງຂັ້ນເທິງວ່າດ້ວຍການໂຮມສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ເຂົ້າເປັນອົງການດຽວເຊິ່ງເອີ້ນວ່າ: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ(ສວສສຊ); ທ່ານ ປອ ຄໍາແພງ ທິບມູນຕາລີ, ກໍາມະການຄະນະພັກ ສວສສຊ, ຫົວໜ້າສະຖາບັນຄົ້ນຄວ້າສັງຄົມສາດ ຂຶ້ນເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດທີ່ພົ້ນເດັ່ນຂອງ ສວສສຊ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ; ທ່ານ  ປອ. ນາງ ກິນນາລອນ ພິມມະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ນໍາສະເໜີສະພາບເສດຖະກິດມະຫາພາກ ທີ່ພົ້ນເດັ່ນປະຈຳປີ 2023 ກ່ຽວກັບບັນຫາເງິນກີບອ່ອນຄ່າແຮງ, ອັດຕາແລກປ່ຽນເງິນຕາທີ່ປັ່ນປ່ວນ, ໜີ້ສິນຕ່າງປະເທດ, ລາຄານໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າທີ່ເພີ່ມຂຶ້ນສູງ; ເຊິ່ງໄດ້ຍົກແຕ່ປະເດັນເຄັ່ງຮ້ອນທີ່ເກີດຂຶ້ນມາສົນທະນາ, ຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ຕໍ່ບັນຫາດັ່ງກ່າວເພາະສົ່ງຜົນກະທົບຢ່າງວົງກວ້າງ.

ໃນໂອກາດນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງສະຫວັນນະເຂດໃນໄລຍະກາງສະໄໝ 2,5 ປີຜ່ານມາ ແລະ ທິດທາງແຜນວຽກຈຸດສຸມທ້າຍສະໄໝ ໂດຍມີເນື້ອໃນຫຍໍ້ເວົ້າເຖິງສະພາບເງື່ອນໄຂພາຍໃນແຂວງຫຼາຍດ້ານຍັງບໍ່ທັນເອື້ອອຳນວຍ ເປັນຕົ້ນ ການແຜ່ລະບາດຂອງພະຍາດໂຄວິດ-19, ເງິນກີບອ່ອນຄ່າແຮງ, ລາຄານໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ, ໄພຂົ່ມຂູ່ທາງທໍາມະຊາດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຝືດເຄື່ອງ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ກໍ່ຍັງປະກົດມີໃຫ້ເຫັນ ແລະ ມີລັກສະນະເພີ່ມຂຶ້ນ, ຊຶ່ງໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ ໄລຍະກາງສະໄໝຂອງແຂວງ.

ທິດທາງແຜນວຽກຈຸດສຸມທ້າຍສະໄໝແຂວງສະຫວັນນະເຂດແຕ່ປີ 2023-2025 ໄດ້ສຸມໃສ່ສືບຕໍ່ສູ້ຊົນເຮັດໃຫ້ເສດຖະກິດ (GDP) ຂະຫຍາຍຕົວ ຢູ່ໃນລະດັບສະເລ່ຍ 7,72ຕໍ່ປີ (ແຜນການ 5 ປີ ໃຫ້ຂະຫຍາຍຕົວຢູ່ໃນລະຫວ່າງ 7,5-8%) ໃນນັ້ນແຜນປີ 2024 ຂະຫຍາຍຕົວ 7,85%, ມີມູນຄ່າ 29.130,98 ຕື້ກີບ ແລະ ແຜນປີ 2025 ຂະຫຍາຍຕົວ 8%, ມີມູນຄ່າ  31.887,73 ຕື້ກີບປີ 2025 ສະເລ່ຍລາຍໄດ້ຕໍ່ຫົວຄົນ 28,05 ລ້ານກີບ.

 

ກອງປະຊຸມໄດ້ປິດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ; ຕອນບ່າຍທາງຄະນະ ສວສສຊ ກໍ່ຍັງໄດ້ລົງເກັບກຳຂໍ້ມູນ ແລະ ຢ້ຽມຢາມສູນພັດທະນາ ແລະ ບໍລິການກະສິກຳ – ປ່າໄມ້ ໜອງເຕົ່າຂອງແຂວງສະຫວັນນະເຂດ.

ບົດຂ່າວ ແລະ ຖ່າຍພາບ: ແກ້ວວິວັນ ສີວິໄລ