ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາ "ເມືອງອັດສະລິຍະເພື່ອເປົ້າໝາຍການເຕີບໂຕສີຂຽວ"

       ວັນທີ 21 ກັນຍາ 2023 ຢູ່ນະຄອນໂຮ່ຈີມິນ ສສ.ຫວຽດນາມ, ທ່ານ ປອ. ສອນທະນູ  ທໍາມະວົງ  ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວໄດ້ນໍາພາຄະນະຜູ້ແທນ ສວສສຊ (LASES)  ເຂົ້າຮ່ວມກອງປະຊຸມສໍາມະນາສ້າງຂີດຄວາມສາມາດລວມປະຈໍາປີ 2023 ພາຍໃຕ້ຫົວຂໍ້ ເມືອງອັດສະລິຍະເພື່ອເປົ້າໝາຍການເຕີບໂຕສີຂຽວ. ໂດຍມີ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ເປັນເຈົ້າພາບ, ມີຄະນະຜູ້ແທນຈາກຣາຊາບັນດິດສະພາກໍາປູເຈຍ (RAC)ສະຖາບັນສິ່ງແວດລ້ອມ ສ. ເກົາຫຼີ (KEI), ຕາງໜ້າຄະນະນໍານະຄອນໂຮ່ຈີມິນ ແລະ ຕາງໜ້າບັນດາຂະແໜງການຂອງ ຄະນະກໍາມະການປະຊາຊົນ ນະຄອນໂຮ່ຈີມິນ; ບັນດາຊ່ຽວຊານ, ນັກວິທະຍາສາດ ຈາກ ສປປ ລາວ, ສສ. ຫວຽດນາມ, ຣາຊາອານາຈັກ ກໍາປູເຈຍ, ສ. ເກົາຫຼີ  ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ  ທ່ານ ປອ. ສອນທະນູ ທໍາມະວົງ ໄດ້ກ່າວຄໍາເຫັນໃນພິທີເປີດສໍາມະນາ ມີບາງຕອນ ທ່ານໄດ້ກ່າວວ່າ: ສໍາລັບ ສປປ ລາວ, ແນວຄວາມຄິດຂອງການຫັນເປັນຕົວເມືອງອັດສະລິຍະ (Smart City) ໄດ້ຖືກບັນຈຸເຂົ້າໃນແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX (2021-2025). ເຊິ່ງເປົ້າໝາຍລິເລີ່ມຂອງແຜນພັດທະນາຕົວເມືອງ Smart City ເປັນໜຶ່ງໃນໂຄງການຂະໜາດໃຫຍ່ທີ່ຈະຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດ ໂດຍຜ່ານການນໍາໃຊ້ລະບົບເທັກໂນໂລຊີດິຈິຕອນ (ICT) ເຂົ້າໃນການຂັບເຄື່ອນການຂົນສົ່ງ (Logistics-hub) ຕາມນະໂຍບາຍເຕີບໂຕສີຂຽວຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມຂອງລັດຖະບານ ເພື່ອເຮັດໃຫ້ຊຸມຊົນທັນສະໄໝຂຶ້ນ ແລະ ເສີມສ້າງຊີວິດການເປັນຢູ່ຂອງທ້ອງຖີ່ນ. ປັດຈຸບັນ, ສປປ ລາວ ມີໂຄງການ Smart City ຫຼາຍໂຄງການ, ສະເພາະຢູ່ນະຄອນຫຼວງວຽງຈັນ ມີ 2 ໂຄງການຂະໜາດໃຫຍ່ ຕັ້ງຢູ່ເມືອງໄຊເສດຖາ ມີເນື້ອທີ່ 1.500 ກວ່າເຮັກຕາ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ 2.900 ກວ່າເຮັກຕາ. ຢູ່ທາງພາກເໜືອຂອງລາວ, ມີໂຄງການ Smart-Eco City ທີ່ເມືອງນາໝໍ້, ແຂວງອຸດົມໄຊ, ມີເນື້ອທີ່ 3.150 ກວ່າເຮັກຕາ ແລະ ຢູ່ແຂວງຫຼວງພະບາງ ກໍໄດ້ເລີ່ມກ້າວເຂົ້າສູ່ບາດກ້າວທໍາອິດຂອງການຫັນເປັນຕົວເມືອງອັດສະລິຍະ ໂດຍການລິເລີ່ມຈາກການສ້າງ E-government ແຕ່ປີ 2021.

         ສໍາລັບແນວຄວາມຄິດຂອງຄົນລາວ ກ່ຽວກັບຕົວເມືອງອັດສະລິຍະ ສາມາດເປັນໄປໄດ້ດ້ວຍການຂັບເຄື່ອນທາງດ້ານວັດຖຸ ແລະ ຈິດໃຈ, ຊຶ່ງຈະເປັນພື້ນຖານທີ່ດີຕໍ່ການຍົກລະດັບໃນການຈັດສັນຄຸ້ມຄອງຕົວເມືອງ ໃຫ້ຫັນເປັນທັນສະໄໝ ແລະ ຮັບປະກັນສະພາບແວດລ້ອມຕາມທິດສີຂຽວ ຂຶ້ນໄປອີກຂັ້ນ. ເນື່ອງຈາກ, ການຫັນເປັນເມືອງອັດສະລິຍະ ແມ່ນເນັ້ນໃສ່ຈິດໃຈຜູ້ຄົນເປັນສູນກາງ ພວກເຮົາຈຶ່ງມຸ່ງໝັ້ນທີ່ຈະພັດທະນາ ສປປ ລາວ ໃຫ້ເປັນຕົວເມືອງອັດສະລິຍະທີ່ກ້າວໜ້າ, ທັນສະ  ໄໝ ແລະ ເໝາະສົມແກ່ການພັກອາໄສຍິ່ງຂຶ້ນ, ເຊິ່ງຈະເປັນປະໂຫຍດຕໍ່ທຸກວິຖີຊີວິດ. ເມືອງອັດສະລິຍະຈະນໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ທິດທາງການແກ້ໄຂບັນຫາແບບອັດສະລິຍະ ໂດຍການນໍາໃຊ້ເຕັກໂນໂລຊີດິຈິຕອນ (ICT), ການສື່ສານ, ອິນເຕີເນັດຄວາມໄວສູງ (Internet of things-IOT) ແລະ ຖານຂໍ້ມູນຂະໜາດໃຫຍ່ (Big Data) ເພື່ອເພີ່ມປະສິດທິພາບຂອງການເຮັດວຽກ, ການກວດສອບ, ການຄຸ້ມຄອງ ແລະ ການບໍາລຸງຮັກສາລະບົບຕ່າງໆ ຂອງ ຕົວເມືອງອັດສະລິຍະ. ຄຸນສົມບັດທີ່ສໍາຄັນຂອງການຫັນເປັນເມືອງອັດສະລິຍະ ກໍຄືການນໍາໃຊ້ຊ່ອງທາງໃນການແກ້ໄຂບັນຫາຊີວິດການເປັນຢູ່ ແບບດິຈິຕອນ ແລະ ນໍາໃຊ້ນະວັດຕະກໍາເຕັກໂນໂລຊີທີ່ທັນສະໄໝເພື່ອປັບປຸງ, ຍົກລະດັບ ແລະ ເຮັດໃຫ້ການບໍລິການດ້ານສາທາລະນະຂອງຕົວເມືອງ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ໂດຍມີຈຸດປະສົງເພື່ອປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະ ການດໍາເນີນທຸລະກິດຜ່ານແອັບພີເຄຊັນໄອທີ ແລະ ການສື່ສານມວນຊົນ ໃຫ້ທັນກັບສະພາບການ, ການສະໜອງຄວາມຕ້ອງການຂອງຜູ້ຄົນ ແລະ ທຸລະກິດແບບຖືກຈຸດ, ທັນເວລາ ແລະ ມີປະສິດທິພາບ. ຊຶ່ງແນວທາງເຫຼົ່ານັ້ນກໍຕ້ອງຖືກນໍາໄປໃຊ້ຢ່າງຖືກວິທີ ແລະ ມີວິທະຍາສາດ  ທີ່ເອີ້ນວ່າ ວິໄສທັດຕົວເມືອງອັດສະລິຍະ ແລະ ການເຕີບໂຕແບບຍືນຍົງ ຕາມທິດສີຂຽວ  ຊຶ່ງຈະເປັນແນວທາງທີ່ສົ່ງເສີມຕົ້ນທຶນຂອງປະຊາຊົນ ແລະ ສັງຄົມຢ່າງແທ້ຈິງ ຕະຫຼອດເຖິງການສົ່ງເສີມດ້ານວັດທະນາທໍາ ແລະ ຮັກສາສິ່ງແວດລ້ອມ.

          ເຖີງຢ່າງໃດກໍຕາມ, ຍັງມີຫຼາຍນິຍາມສໍາລັບແນວຄວາມຄິດ ກ່ຽວກັບຕົວເມືອງອັດສະລິຍະ ແລະ ຮູບແບບການພັດທະນາຕົວເມືອງອັດສະລິຍະກໍມີຫຼາຍຮູບແບບ. ສະນັ້ນ, ເນື່ອງໃນໂອກາດທີ່ ສາມປະເທດ ແລະ ສີ່ສະຖາບັນຂອງພວກເຮົາໄດ້ຮ່ວມກັນປຶກສາຫາລື ກ່ຽວກັບຫົວຂໍ້ວິທະຍາສາດໃນການພັດທະນາຕົວເມືອງອັດສະລິຍະເພື່ອເປົ້າໝາຍການເຕີບໂຕສີຂຽວໃນຄັ້ງນີ້. ຂ້າພະເຈົ້າຫວັງວ່າພວກເຮົາ ຈະສາມາດສ້າງສັນແນວຄຄວາມຄິດໃໝ່ ທີ່ສາມາດນໍາໃຊ້ເຂົ້າໃນການປັບປຸງໂຄງການຕົວເມືອງອັດສະລິຍະ (Smart City) ຂອງພວກເຮົາ ໃຫ້ກ້າວໄປສູ່ຄວາມທັນສະໄໝໃນອານາຄົດ.

ບົດຂ່າວ ແລະ ຖ່າຍພາບ: ທະນົງສອນ ສີບຸນເຮືອງ