ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມສົນທະນາຍຸດທະສາດຄັງຄວາມຄິດ ຈີນ-ອາຊຽນ ຄັ້ງທີ 15

      ໃນລະຫວ່າງວັນທີ 20-23 ກັນຍາ 2023 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມສົນທະນາຍຸດທະສາດຄັງຄວາມຄິດຈີນ-ອາຊຽນ ຄັ້ງທີ 15 ພາຍໃຕ້ຫົວຂໍ້ຮ່ວມກັນສ້າງສັນຕິພາບ, ຄວາມສະຫງົບ ແລະ ປອດໄພ, ຄວາມຮຸ່ງເຮືອງ ແລະ ມິດຕະພາບ, ສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ທີ່ແໜ້ນແຟ້ນກວ່າເກົ່າ ຊຶ່ງໄດ້ຈັດຂຶ້ນທີ່ເມືອງໜານໜິງ, ແຂວງກວາງຊີ, ສປ ຈີນ ໂດຍການເປັນເຈົ້າພາບຮ່ວມຂອງສະຖາບັນວິທະຍາສາດສັງຄົມກວາງຊີ, ຫ້ອງການທີ່ປຶກສາອຳນາດການປົກຄອງຕົນເອງເຜົ່າຈວ້າງກວາງຊີ, ສະຖາບັນຍຸດທະສາດສາກົນ ແລະ ອາຊີປາຊີຟິກ ສປ ຈີນ ແລະ ກອງເລຂາງານວາງສະແດງ ຈີນ-ອາຊຽນ, ກອງເລຂາສະມາຄົມຄັງຄວາມຄິດໃໝ່ສີສັນກວາງຊີ, ມີບັນດາ 10 ປະເທດອາຊຽນ ແລະ ຜູ້ແທນທີ່ຊ່ຽວຊານເຂົ້າຮ່ວມຫຼາຍກວ່າ 200 ທ່ານ.

         ກອງປະຊຸມໄດ້ຮັບຟັງການນຳສະເໜີບັນດາຫົວຂໍ້ຍ່ອຍດັ່ງນີ້: 1) ບົດບາດສໍາຄັນຂອງສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ແລະ ຊຸກຍູ້ການສ້າງເຂດການຄ້າເສລີ ຈີນ-ອາຊຽນ ສະບັບທີ 3.0; 2) ການຮ່ວມມືຈີນ-ອາຊຽນ ໃນການຫັນເປັນດິຈິຕອນ ແລະ ນະວັດຕະກຳທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; 3) ສົ່ງເສີມການຫັນເປັນສີຂຽວ ແລະ ການພັດທະນາຍືນຍົງດ້ວຍທາດກາກໂບນິກຕໍ່າ; 4) ສົ່ງເສີມການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ ຈີນ-ອາຊຽນ ດ້ວຍຄຸນນະພາບສູງ; 5) ຊຸກຍູ້ສົ່ງເສີມເປີດກວ້າງການເຄື່ອນໄຫວຂອງບັນດາສະຖາບັນລະດັບສູງ ແລະ ສ້າງເງື່ອນໄຂສິ່ງອຳນວຍໃຫ້ລະບົບຕະຫຼາດພາຍໃນ ແລະ ຕ່າງປະເທດ ໃນການດຳເນີນງານ; 6) ການແລກປ່ຽນວັດທະນະທຳຈີນ-ອາຊຽນ, ການຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ການພັດທະນານະວັດຕະກຳ. 

      ໃນເວທີດັ່ງກ່າວ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຂຶ້ນສະເໜີຫົວຂໍ້ “ບົດບາດສໍາຄັນຂອງສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ Regional Comprehensive Economic Partnership (RCEP) ແລະ ສົ່ງເສີມການສ້າງສັນຍາການຄ້າເສລີອາຊຽນ-ສປ ຈີນ ສະບັບທີ 3 ຫຼື ASEAN-China Free Trade (ACFTA) 3.0 ຊຶ່ງທ່ານຍົກໃຫ້ເຫັນວ່າສັນຍາດັ່ງກ່າວ ເປັນສັນຍາເຂດການຄ້າເສລີທີ່ໃຫຍ່, ກວມລວມຮອບດ້ານ ແລະ ທັນສະໄໝທີ່ສຸດໃນປະຈຸບັນ ກວມເອົາປະມານ 30% ຂອງມູນຄ່າການຄ້າໂລກ ແລະ 29,3% ຂອງການລົງທຶນໃນພາກພື້ນ ແລະ ສາກົນ, ເປັນຕະຫຼາດຂະໜາດໃຫຍ່ ແລະ ມີຄວາມສໍາຄັນໃນການຂັບເຄື່ອນເສດຖະກິດ ແລະ ສົ່ງເສີມຂະບວນການຕ່ອງໂສ້ສະໜອງ, ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ ແລະ ອື່ນໆ ຂອງພາກພື້ນ ແລະ ສາກົນ ໂດຍສະເພາະການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຖົດຖອຍຂອງສະພາບເສດຖະກິດ ແລະ ການເງິນຂອງໂລກໃນປະຈຸບັນ. ສໍາລັບ ສປປ ລາວ ໃນຖານະເປັນພາຄີ ຂອງສັນຍາ RCEP ແມ່ນມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍອັນທີ່ຈະຕ້ອງໄດ້ປັບປຸງ ແລະ ພັດທະນາບັນດາລະບຽບການຕ່າງໆພາຍໃນໃຫ້ສອດຄ່ອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ນໍາມາຊຶ່ງຜົນປະໂຫຍດສູງສຸດໃຫ້ແກ່ ສປປ ລາວ ເວົ້າລວມ ແລະ ເວົ້າສະເພາະໃຫ້ແກ່ພາກທຸລະກິດ ແລະ ຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ. ສະນັ້ນຄວາມເປັນເຈົ້າການ ແລະ ການພິຈາລະນາຮ່ວມມື ໃນແຕ່ລະປະເດັນ ແຕ່ລະຂົງເຂດຢ່າງຮອບດ້ານ ແລະ ເລິກເຊິ່ງ ເຫັນໄດ້ກາລະໂອກາດຄວນຍາດແຍ່ງ ແລະ ສິ່ງທ້າທາຍທີ່ ສປປ ລາວ ຈະຕ້ອງພ້ອມກັນຊອກຫາວິທີແກ້ໄຂ ເພື່ອຫັນສິ່ງທ້າທາຍເຫຼົ່ານັ້ນໃຫ້ກາຍເປັນກາລະໂອກາດນໍາເອົາຜົນປະໂຫຍດສູງສຸດຈາກການເຂົ້າຮ່ວມສັນຍາດັ່ງກ່າວນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກຂອງ RCEP ສືບຕໍ່ຮ່ວມມືກັນໃນການຈັດຕັ້ງປະຕິບັດບັນດາພັນທະສັນຍາທີ່ໃຫ້ໄວ້ໃນສັນຍາຕາມຂອບເວລາທີ່ໄດ້ກຳນົດໄວ້ ແລະ ຮຽກຮ້ອງໃຫ້ພາກທຸລະກິດຈົ່ງຊອກຮູ້ ແລະ ນຳໃຊ້ຜົນປະໂຫຍດຈາກສັນຍາດັ່ງກ່າວໃຫ້ມີປະສິດທິຜົນ ແລະ ຫຼາຍຂຶ້ນ ເພື່ອເຮັດໃຫ້ເສດຖະກິດ ແລະ ການຄ້າພາກພື້ນຂອງພວກເຮົາມີການຂະຫຍາຍຕົວ ແລະ ປະຊາຊົນມີຊີວິດທີ່ດີຂຶ້ນກວ່າເກົ່າ. 

      ໃນໂອກາດນີ້, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກໍໄດ້ສຳເລັດລົງນາມ ຂໍ້ຕົກລົງວ່າດ້ວຍການຮ່ວມມືແລກປ່ຽນທາງດ້ານວິຊາການ ຮ່ວມກັບ ສະຖາບັນວິທະຍາສາດສັງຄົມແຂວງກວາງຊີ ແຫ່ງ ສປ ຈີນ ທັງສອງຝ່າຍໄດ້ຕົກລົງເປັນເອກະພາບຮ່ວມມືກັນໃນການດຳເນີນການຮ່ວມມືຄົ້ນຄວ້າທິດສະດີ ແລະ ການນຳໃຊ້ທີ່ເໝາະສົມກັບຄວາມຕ້ອງການໃນການພັດທະນາປະເທດຂອງທັງສອງຝ່າຍ, ແລກປ່ຽນບົດຮຽນປະສົບການໃນການຄົ້ນຄວ້າ; ທັງສອງຝ່າຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍົກລະດັບການຮ່ວມມືໃຫ້ແໜ້ນແຟ້ນ (ຮ່ວມກັນປຶກສາຫາລືຫົວຂໍ້ຮ່ວມມືຄົ້ນຄວ້າຕ່າງໆ); ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ສະຖາບັນວິທະຍາສາດສັງຄົມແຂວງກວາງຊີແຫ່ງ ສປ ຈີນ ຈະອີງໃສ່ຄວາມສາມາດທ່າແຮງຂອງຕົນເອງ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຍົກລະດັບດ້ານການຄົ້ນຄວ້າວິທະຍາສາດ; ທັງສອງຝ່າຍຈະດຳເນີນການແລກປ່ຽນບົດຮຽນທາງດ້ານວິຊາການ, ຮ່ວມມືຈັດກອງປະຊຸມສໍາມະນາວິທະຍາສາດ ແບບສອງຝ່າຍ ຫຼື ຫຼາຍຝ່າຍ ແລະ ພ້ອມກັນແລກປ່ຽນຂ່າວສານການຄົ້ນຄວ້າວິທະຍາສາດ, ແລກປ່ຽນຜົນງານຂອງການຄົ້ນຄວ້າວິທະຍາສາດ ທີ່ສອງຝ່າຍມີຄວາມສົນໃຈ; ຈັດຕັ້ງການແປ ແລະ ພິມຈໍາໜ່າຍຜົນຂອງການຄົ້ນຄວ້າວິທະຍາສາດ ເປັນ ພາສາລາວ ແລະ ພາສາຈີນ ຕາມທີ່ສອງຝ່າຍຕ້ອງການ ໃຫ້ເປັນຮູບປະທຳ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດສູງສຸດ.

ບົດຂ່າວ ແລະ ຖ່າຍພາບ: ພູຄຽງ ໄຊສິລິ