ພິທີເປີດຊຸດຝຶກອົບຮົມວຽກງານກວດກາພັກ ແລະ ກວດກາລັດ ໃຫ້ພະນັກງານພາຍໃນ ສວສສຊ

          ຕອນເຊົ້າຂອງວັນທີ 02 ສິງຫາ ປີ 2023 ຢູ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານກວດກາພັກ ແລະ ກວດກາລັດ ໃຫ້ພະນັກງານພາຍໃນ ສວສສຊ ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ປອ. ນາງ ອຳໄພວັນ ຄຳແສງສີວິໄລ ຄະນະປະຈຳພັກ, ປະທານກວດກາພັກ, ຮອງປະທານ ສວສສຊ, ເຂົ້າຮ່ວມໃນພິທີຄັ້ງນີ້ ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ ແລະ ອົງກວດກາກວດກາແຫ່ງລັດ, ບັນດາທ່ານ ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ແລະ ນັກສຳມະນາກອນທີ່ເປັນພະນັກງານພາຍໃນ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

         ທ່ານ ປອ. ນາງ ອຳໄພວັນ ຄຳແສງສີວິໄລ ໄດ້ກ່າວວ່າ: ວຽກງານກວດກາ ແມ່ນວຽກງານໜຶ່ງທີ່ສຳຄັນ ຊຶ່ງຈະຕ້ອງໄດ້ເຮັດເປັນປົກກະຕິ ແລະ ສິ່ງສຳຄັນວຽກງານກວດກາປົກກະຕິ ເພື່ອຊຸກຍູ້ວຽກງານໃຫ້ປະຕິບັດຕາມແຜນການໃຫ້ສຳເລັດ, ຖ້າມີບ່ອນໃດຫຍຸ້ງຍາກ ຫຼື ບໍ່ສຳເລັດ ກໍຊອກໃຫ້ຮູ້ສາເຫດເພື່ອແກ້ໄຂທັນການ, ການກວດກາ ແມ່ນເພື່ອປົກປ້ອງພະນັກງານສະມາຊິກພັກ, ພະນັກງານລັດຖະກອນ ໃຫ້ມີສະຕິຕໍ່ກົດໝາຍ, ສະຕິການປະຕິບັດກົດລະບຽບຂອງພັກ, ບໍ່ໃຫ້ກະທຳຜິດ. ສະນັ້ນ, ການຝຶກອົບຮົມຄັ້ງນີ້ ປະກອບດ້ວຍ ບົດຮຽນ 15 ບົດ ເຫັນໄດ້ວ່າເປັນບົດຮຽນທີ່ສໍາຄັນຫຼາຍກ່ຽວກັບວຽກງານກວດກາພັກ-ລັດ ທີ່ທາງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ສ້າງຫຼັກສູດຂຶ້ນມາ ເພື່ອຮັບໃຊ້ວຽກງານກວດກາໃນຂອບເຂດທົ່ວປະເທດ ໄດ້ນໍາໃຊ້ ແລະ ຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວໃຫ້ມີປະສິດທິພາບ. ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ຈ່ົງພ້ອມກັນເອົາ ໃຈໃສ່ສຸມສະຕິປັນຍາ, ປະຕິບັດໂມງເວລາຢ່າງເຂັ້ມງວດ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການຕິດຕາມ, ຮັບຟັງການບັນຍາຍ-ອະທິບາຍ, ຄົ້ນຄວ້າປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາພັກ-ລັດ, ເປັນບົດຮຽນໃນການນຳໄປຈັດຕັ້ງປະຕິບັດໝູນໃຊ້ເຂົ້າໃນວຽກງານຕົວຈິງ ແນໃສ່ເຮັດໃຫ້ບັ້ນຝຶກອົບຮົມໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດ ແລະ ສາມາດບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ບົດຂ່າວ ແລະ ຖ່າຍພາບ: ພູຄຽງ ໄຊສິລິ