ຄຊປປລ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
ຈັດພິທີປາຖະກະຖາວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ

      ໃນຕອນບ່າຍຂອງວັນທີ 20 ມີຖຸນາ 2023 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ(ສວສສຊ) ໄດ້ຈັດພິທີປາຖະກະຖາມູນເຊື້ອຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ແລະ  ທ່ານ ມອນໄຊ ລາວມົ່ວຊົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງ ຊປປລ; ມີບັນດາຄະນະພັກ-ຄະນະນຳ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ , ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີ ສະຫາຍ ນາງ ກຽງຄຳ ກັນຫາວົງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ໄດ້ຂຶ້ນລາຍງານຫຍໍ້ເຖິງຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ໃນໄລຍະຜ່ານມາ, ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການປາຖະກະຖາເລົ່າມູນເຊື້ອເນື່ອງໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ (14 ເມສາ 1955–14 ເມສາ 2023) ໂດຍ ທ່ານ ມອນໄຊ ລາວມົວຊົ່ງ ເຊິ່ງທ່ານໄດ້ຍົກໃຫ້ເຫັນຕົ້ນກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນດີ ຂອງ ຄຊປປລ ໃນຕະຫຼອດໄລຍະ 68 ປີ ທີ່ຜ່ານມາ; ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ເພີ່ມທະວີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ສ້າງຄວາມສາມັກຄີພາຍໃນໃຫ້ເຂັ້ມແຂງ, ປະຕິບັດໜ້າທີ່ການເມືອງຂອງຕົນຕາມການຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ.

         ໃນໂອກາດດັ່ງກ່າວນີ້ ກໍໄດ້ມີພິທີມອບຫຼຽນກາລະນຶກ 65 ປີ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ການຈັດຕັ້ງ ແລະ ບຸກຄົນຜູ້ທີ່ມີຜົນງານອັນພົ້ນເດັ່ນ ປະກອບສ່ວນເຄື່ອນໄຫວເຂົ້າໃນວຽກງານ ຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 129 ຫຼຽນ ໃນນັ້ນປະກອບມີ: ການຈັດຕັ້ງ 15 ຫຼຽນ ແລະ ບຸກຄົນຈຳນວນ 114 ຫຼຽນ. ພ້ອມທັງຮັບຟັງການໂອ້ລົມຂອງ ທ່ານ ປອ. ສອນທະນູ ທຳມະວົງ ເຊິ່ງເພີ່ນໄດ້ສະແດງຄວາມເປັນເອກະພາບ ແລະ ຕີລາຄາສູງຕໍ່ການນຳຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ  ທີ່ໄດ້ໃກ້ຊິດຕິດແທດ ແລະ ໃຫ້ຄວາມຫ່ວງໃຍຕໍ່ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານຍັງໄດ້ກ່າວ ອີກວ່າ ຄະນະພັກ-ຄະນໍາ ສວສສຊ ແລະ ສຊປລ ມີຄວາມເຊື່ອໝັ້ນສູງ ຕໍ່ຄະນະບໍລິຫານງານຊາວໜຸ່ມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ຈະສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າ ຕາມການມອບໝາຍຂອງຂັ້ນເທິງ.

ບົດຂ່າວ: 

ຖ່າຍພາບ: ສິລິສິດ ໄຊສົມແພງ