ສວສສຊ ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມການກໍານົດຕໍາແໜ່ງງານ

ໃນລະຫວ່າງວັນທີ 13-15 ມິຖຸນາ 2023 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມການກໍານົດຕໍາແໜ່ງງານຂຶ້ນ ທີ່ຫ້ອງປະຊຸມໃຫຍ່ ສວສສຊ (ຕຶກໃນຫຼັກ 6) ໂດຍການເປັນປະທານຂອງ ທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ຮອງປະທານ ສວສສຊ; ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ການເຜີຍແຜ່ 3 ເອກະສານສໍາຄັນຄື: ;

1.     ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການກໍານົດຕໍາແໜ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2021.

2.     ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ຕໍາແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ ສະບັບເລກທີ 203/ລບ, ລົງວັນທີ 04 ກໍລະກົດ 2017.

3.     ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ບັນຈຸລັດຖະກອນໃໝ່.

         ນອກຈາກນັ້ນ ກອງປະຊຸມໄດ້ສືບຕໍ່ຮັບຟັງ ການບັນຍາຍຄວາມຮູ້ພື້ນຖານ ແລະ ຂັ້ນຕອນການກໍານົດຕໍາແໜ່ງງານ ຈາກຫົວໜ້າກົມ ແລະ ວິທະຍາກອນຂອງກົມພັດທະນາການບໍລິຫານລັດ ກະຊວງພາຍໃນ; ໂດຍໄດ້ອະທິບາຍເຖິງຂັ້ນຕອນ, ວິທີການກໍານົດຕໍາແໜ່ງງານ ແລະ ຄວາມສໍາຄັນຂອງວຽກງານປັບປຸງກົງຈັກການຈັດຕັ້ງ ຂອງແຕ່ລະອົງການ, ຖ້າຫາກສາມາດກໍານົດຕໍາແໜ່ງງານໃຫ້ຖືກຕ້ອງ, ຊັດເຈນ ແລະ ແທດເໝາະກັບຕົວຈິງໄດ້ ກໍ່ຈະເຮັດໃຫ້ການສອບເສັງຄັດເລືອກ, ບັນຈຸລັດຖະກອນໃໝ່ ແລະ ການຊັບຊ້ອນພະນັກງານ-ລັດຖະກອນ ໃສ່ຕໍາແໜ່ງງານນັ້ນໆ ຈະສອດຄ່ອງຖືກຕ້ອງຕາມວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດຕົວຈິງຂອງພະນັກງານ, ພ້ອມທັງສາມາດແກ້ໄຂບັນຫາພະນັກງານເຫຼືອບໍ່ພໍ ໃນກົງຈັກການຈັດຕັ້ງຂອງແຕ່ລະພາກສ່ວນໄດ້. ເຮັດໃຫ້ການນໍາຂັ້ນພະແນກ ສາມາດສ້າງແຜນກໍານົດຕໍາແໜ່ງງານຕົວຈິງຂອງຕົນ ເພື່ອໃຫ້ສອດຄ່ອງກັບດໍາລັດທີ່ຂັ້ນເທິງວາງອອກ; ກອງປະຊຸມປິດລົງດ້ວຍຜົນສໍາເລັດ ໃນຕອນບ່າຍຂອງວັນທີ 15 ມິຖຸນາ 2023.

ຂຽນຂ່າວ: ພວງເພັດ ຈັນທະລີວົງ 

ຖ່າຍພາບ: ແກ້ວວິວັນ ສີວິໄລ