ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015

     ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015 ທີ່ແຂວງໄຊສົມບູນ ໄດ້ໄຂຂຶ້ນໃນເວລາ 8.00 ນາທີ ຂອງວັນທີ 30 ກໍລະກົດ 2024 ທີ່ສະໂມສອນເມືອງອານຸວົງ ແຂວງໄຊສົມບູນ, ພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທັງເປັນຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ຮອງຫົວໜ້າອະນຸກຳມະການເນື້ອໃນ. ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມ ຂອງທ່ານ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີທ່ານ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະ ທານຄະນະສະມາຊິກສະພາແຫ່ງຊາດປະຈຳແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ອົງການຈັດຕັ້ງມະຫາຊົນ ແລະ ຜູ້ເຂົ້າຮ່ວມ 70 ກ່ວາທ່ານ. ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນໄລຍະ 9 ປີ ທີ່ຜ່ານມາ ຍົກໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ,​ ປັບປຸງເນື້ອໃນຂອງລັດຖະທໍາມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ,​ ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໄດ້.

     ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວຕໍ່ກອງປະຊຸມວ່າ: ລັດຖະທຳມະນູນ ສະບັບທໍາອິດຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ໃນປີ 1991, ມາຮອດປັດຈຸບັນ ເປັນເວລາ 33 ປີ, ໃນໄລຍະຜ່ານມາ ກໍໄດ້ມີການປັບປຸງ 2 ຄັ້ງ ຄື: ການປັບປຸງປີ 2003 ແລະ ປີ 2015. ລັດຖະທໍາມະນູນ ສະບັບປີ 2015 ມາຮອດປັດຈຸບັນ ກໍ່ເປັນເວລາ 9 ປີ ເຊິ່ງໄດ້ເປັນກົດໝາຍພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງບັນດາກົດໝາຍ ເພື່ອເປັນເຄື່ອງມືຂອງລັດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍດີຂຶ້ນເທື່ອລະກ້າວ. ໃນດ້ານອື່ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກເຮົາ ໃນໄລຍະໃໝ່, ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ອອກມະຕິ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ແລະ ກົມການເມືອງສູນກາງພັກ ກໍໄດ້ອອກມະຕິ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ອີກປະການໜຶ່ງ, ປັດຈຸບັນພັກເຮົາພວມຄົ້ນຄວ້າສ້າງໂຄງ ການການເມືອງຂອງພັກ ທີ່ຈະປະກາດໃຊ້ໃນຕໍ່ໜ້ານີ້. ສິ່ງດັ່ງກ່າວໄດ້ຮຽກຮ້ອງ ໃຫ້ລັດເຮົາຕ້ອງປັບປຸງລັດຖະທໍາມະ ນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ລັດເຮົາ  ໃນໄລຍະໃໝ່.

    ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ໂດຍທ່ານ ອິນທະປັນຍາ ຂຽວວົງພະຈັນ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ທັງເປັນຄະນະກຳມະ ການລະດັບຊາດ ປັບປຸງລັດຖະທຳມະນູນ; ຈາກນັ້ນ ປະທານໄດ້ຕັ້ງຄຳຖາມເຈາະຈີ້ມ ເພື່ອໃຫ້ຄະນະຜູ້ແທນນຳໄປຄົ້ນ ຄ້ວາພິຈາລະນາ; ບັນດາຜູ້ເຂົ້າຮ່ວມ ທີ່ຕາງໜ້າຈາກພາກສ່ວນຕ່າງໆ ກໍ່ໄດ້ປະກອບຄຳເຫັນ ພ້ອມທັງສະເໜີບັນ ຫາຕ່າງໆ ຕໍ່ກັບການປັບປຸງເນື້ອໃນຂອງລັດຖະທຳມະນູນ. ມີການແລກປ່ຽນຄຳຄິດຄຳເຫັນຊຶ່ງກັນ ແລະກັນ. ທຸກຄຳຄິດເຫັນ ລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ຄະນະຮັບຜິດຊອບ ເພື່ອນຳໄປພິຈາລະນາຄົ້ນຄວ້າປັບປຸງເນື້ອໃນໃຫ້ມີຄວາມສົມບູນຫຼາຍຂຶ້ນກວ່າເກົ່າ. ກອງປະຊຸມດຳເນີນເປັນເວລາ 1 ວັນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ.