ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມໂຕະມົນ ຈີນ-ອາຊຽນ ກ່ຽວກັບການພັດທະນາແບບຍືນຍົງ ປະຈຳປີ 2023

ໃນລະຫວ່າງວັນທີ 17-19 ຕຸລາ 2023 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມໂຕ໋ະມົນ ຈີນ-ອາຊຽນ ກ່ຽວກັບການພັດທະນາແບບຍືນຍົງ ປະຈຳປີ 2023 ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຈີນ-ອາຊຽນ ໃນຫົວຂໍ້: “ເຄືອຂ່າຍຄວາມຮູ້ສຳລັບການຮ່ວມມືທີ່ໄດ້ຜົນປະໂຫຍດທັງສອງຝ່າຍ ແລະ ຮ່ວມກັນສ້າງຍຸກໃໝ່ ເພື່ອການພັດທະນາທີ່ຍືນຍົງ” ຊຶ່ງໄດ້ຈັດຂຶ້ນທີ່ເມືອງໜານໜິງ, ແຂວງກວາງຊີ, ສປ ຈີນ ໂດຍການເປັນເຈົ້າພາບຮ່ວມຂອງ ສູນພັັດທະນາຄວາມຮູ້ສາກົນ, ສູນຄົ້ນຄວ້າການພັດທະນາຂອງສະພາແຫ່ງລັດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ຄະນະກຳມະການກຳນົດມາດຕະການຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ກອງເລຂາສະມາຄົມຄັງຄວາມຄິດໃໝ່ສີສັນກວາງຊີ, ມີບັນດາ 10 ປະເທດອາຊຽນ ແລະ ຜູ້ແທນທີ່ຊ່ຽວຊານເຂົ້າຮ່ວມຫຼາຍກວ່າ 100 ທ່ານ.

         ກອງປະຊຸມໄດ້ຮັບຟັງການນຳສະເໜີ 2 ບັນຫາໃຫຍ່ ດັ່ງນີ້: 1) ການປະຕິບັດຂໍ້ລິເລີ່ມການພັດທະນາໂລກ (Global Development Initiative: GDI) ແລະ ການປະຕິບັດວາລະການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ປີ 2023 ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຈີນ-ອາຊຽນ ແລະ 2) ໂອກາດ ແລະ ສິ່ງທ້າທາຍ ສຳລັບການຮ່ວມມືທາງດ້ານອຸດສະຫະກຳລົດຍົນ ເພື່ອຊຸກຍູ້ການພັດທະນາລົດຍົນພະລັງງານໃຫມ່ ຈີນ-ອາຊຽນ ພາຍໃຕ້ການຟື້ນຟູຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ລະດັບໂລກ. ນອກນັ້ນຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມ ຈີນ-ອາຊຽນ ທີ່ມີອະນາຄົດຮ່ວມກັນ, ເສດຖະກິດດິຈິຕ໋ອນ, ການພັດທະນາແບບຍືນຍົງສີຂຽວ ແລະ ກາກບອນຕໍ່າ, ການນໍາໃຊ້ແລວທາງທະເລຕາເວັນຕົກໃໝ່ ເພື່ອຮັບໃຊ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ໄດ້ຮັບຜົນດີຂຶ້ນ ແລະ ເພື່ອເປັນການຊຸກຍູ້ເອື້ອອຳນວຍຄວາມສະດວກໃນການຮຽນຮູ້ ແລກປ່ຽນວັດທະນະທຳ ຈີນ-ອາຊຽນ.

ໃນກອງປະຊຸມດັ່ງກ່າວ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຂຶ້ນສະເໜີຫົວຂໍ້ “ການຮ່ວມມືດ້ານເສດຖະກິດດິຈິຕ໋ອນອາຊຽນ-ຈີນ” ຊຶ່ງທ່ານໄດ້ຍົກໃຫ້ເຫັນວ່າ ເສດຖະກິດດິຈິຕ໋ອນໄດ້ກາຍມາເປັນກຳລັງແຮງໃນການຂັບເຄື່ອນການພັດທະນາແບບຍືນຍົງ ທີ່ເປັນປັນຍາປະດິດ ແລະ ຫົວຄິດປະດິດສ້າງໃນການແກ້ໄຂສິ່ງທ້າທາຍ ດ້ານສິ່ງແວດລ້ອມສັງຄົມ ແລະ ເສດຖະກິດ. ເສດຖະກິດດິຈິຕ໋ອນໄດ້ກວມເອົາການນຳໃຊ້ເຕັກໂນໂລຊີດິຈິຕ໋ອນການເຊື່ອມຕໍ່ ແລະ ນະວັດຕະກໍາທີ່ຂັບເຄື່ອນດ້ວຍຂໍ້ມູນເພື່ອຫັນເປັນອຸດສາຫະກຳ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຕີບໂຕຂອງເສດຖະກິດ. ສຳລັບ ສປປ ລາວ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ໂດຍສະເພາະເສດຖະກິດດິຈິຕ໋ອນ ຕາມສະຖິຕິ ສປປ ລາວ ມີປະຊາກອນຫຼາຍກວ່າ 80% ມີໂທລະສັບມືຖື ແລະ ຜູ້ໃຊ້ອິນເຕີເນັດມີເຖິງ 3.8 ລ້ານຄົນ ຫຼື 51% ຂອງປະຊາກອນທັງໝົດ, ມີການຂະຫຍາຍ ຕົວ 7.5% ໃນປີ 2022. ອີງຕາມບົດລາຍງານຂອງທະນາຄານໂລກ (2022) ຂໍ້ມູນສະແດງໃຫ້ເຫັນວ່າເສດຖະ ກິດດິຈິຕ໋ອນໃນ ສປປ ລາວ ຢູ່ທີ່ປະມານ 3% ຂອງ GDP, ຄາດຄະເນວ່າຈະເຕີບໂຕຮອດ 10% ຂອງ GDP ໃນປີ 2040. ເສດຖະກິດດິຈິຕ໋ອນຂອງ ສປປ ລາວ ແມ່ນໃກ້ຄຽງກັບຂະໜາດຂອງຂະແຫນງການຜະລິດອື່ນໆ. ເຖິງຢ່າງໃດກໍຕາມ ເສດຖະກິດດິຈິຕ໋ອນ ເປັນສິ່ງໃໝ່ສຳລັບ ສປປ ລາວ ຖ້າທຽບໃສ່ບັນດາປະເທດໃນອາຊຽນ ແລະ ສປ ຈີນ. ເຖິງແມ່ນວ່າ ສປປ ລາວ ບໍ່ມີທາງອອກສູ່ທະເລ ແຕ່ເຕັກໂນໂລຊີດິຈິຕ໋ອນໄດ້ສົ່ງຜົນປະໂຫຍດອັນຫຼວງຫຼາຍໃຫ້ແກ່ປະຊາຊົນລາວ ແລະ ວິສາຫະກິດໃຫ້ມີຊ່ອງທາງໃໝ່ໃນການເຊື່ອມຕໍ່ກັບຕະຫຼາດພາຍໃນ ແລະ ສາກົນ ແຕ່ກົງກັນຂ້າມການຄ້າ E-commerce ແມ່ນຍັງຢູ່ໃນຂັ້ນເລີ່ມຕົ້ນຂອງ ສປປ ລາວ ແລະ ການດຳເນີນທຸລະກິດ E-commerce ແມ່ນຂ້ອນຂ້າງໃໝ່ສຳລັບຄົນລາວ, ການຮັບຮູ້ E-commerce ຂອງຜູ້ບໍລິໂພກ ແລະ ພາກທຸລະກິດພາຍໃນປະເທດຍັງຖືກຈໍາກັດນອກຈາກນັ້ນ ສປປ ລາວ ຍັງປະສົບກັບຄວາມຫຍຸ້ງຍາກໃນການຮັບປະກັນການເຊື່ອມຕໍ່ກັບພື້ນຖານໂຄງລ່າງດິຈິຕ໋ອນ ແລະ ຂອບກົດໝາຍ.

 

ນອກນັ້ນ ທ່ານຍັງໄດ້ຕີລາຄາສູງຕໍ່ກັບບັນດາຄວາມຄືບໜ້າໃນຂົງເຂດຕ່າງໆຂອງແຜນການດຳເນີນງານ ອາຊຽນ-ຈີນ 2021-2025 ໂດຍສະເພາະແມ່ນຂົງເຂດເສດຖະກິດດິຈິຕ໋ອນ ແລະ ຍັງໄດ້ມີຂໍສະເຫນີໃຫ້ອາຊຽນ-ຈີນ ຄວນເພີ່ມທະວີການຮ່ວມມືດ້ານນະໂຍບາຍສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາອຸດສາຫະກຳດິຈິຕ໋ອນ ເພື່ອຫັນປະເທດເຂົ້າສູ່ເສດຖະກິດດິຈິຕ໋ອນຢ່າງເຕັມຕົວ ແລະ ຊຸກຍູ້ວິສາຫະກິດຂະຫນາດນ້ອຍ ແລະຂະຫນາດກາງ ໃຫ້ໄດ້ນຳໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າໃນຂະບວນການຜະລິດໃຫ້ເກີດຜົນຜະໂຫຍດສູງສຸດ ຕ່າງຝ່າຍຕ່າງໄດ້ຮັບຜົນ.

ບົດຂ່າວ ແລະ ຖ່າຍພາບ: ພອນສຸກ ຄຳວັນທອງ